ປະເທດ Slovakia ໄດ້ເກືອດຫ້າມການຂາຍພວກສັດປີກແລະໄຂ່ທີ່ມາຈາກເຢຍລະມັນ
ເປັນການຊົ່ວຄາວ ຈົນກວ່າວ່າຈະຢືນຢັນລະດັບທາດພິດທີ່ເຈືອປົນຢູ່ໃນສິນຄ້າດັ່ງກ່າວ
ໄດ້ເສຍກ່ອນ.
ຄວາມຢ້ານກົວຕໍ່ການໃຊ້ຜະລິດຕະພັນຊີ້ນຂອງເຢຍລະມັນໄດ້ເລີ້ມມີຂຶ້ນ ລຸນຫລັງທີ່ຜົນການກວດໄດ້ສະແດງໃຫ້ເຫັນວ່າ ມີທາດພິດທີ່ພາໃຫ້ເກີດໂຣກມະເຮັງຢູ່ໃນຫົວອາຫານສັດ ໃນ ລະດັບສູງ.
Slovakia ເປັນປະເທດທຳອິດໃນສະຫະພາບຢູໂຣບ ທີ່ໄດ້ຈຳກັດການຂາຍຜະລິດຕະ ພັນຊີ້ນຂອງເຢຍລະມັນ.
ໃນວັນເສົາວານນີ້, ເກົາຫລີໃຕ້ກໍໄດ້ງົດການນຳເຂົ້າຊີ້ນໝູ ແລະສັດປີກທຸກຢ່າງຈາກເຢຍລະ
ມັນ. ພວກເຈົ້າໜ້າທີ່ເກົາຫລີໃຕ້ເວົ້າວ່າ ພວກເຂົາເຈົ້າຈະກັກຜະລິດຕະພັນຊີ້ນທີ່ມາຈາກເຢຍ
ລະມັນໄວ້ ຈົນກວ່າວ່າຈະໄດ້ກວດກາເບິ່ງລະດັບທາດເປັນພິດ ທີ່ເຈືອປົນຢູ່ໃນຜະລິດຕະພັນ
ຊະນິດດັ່ງກ່າວນີ້ ເສຍກ່ອນ.
ທາງຣັດເຊຍກໍໄດ້ປະກາດວ່າ ຕົນກຳລັງຈໍາກັດຊີ້ນທີ່ນຳເຂົ້າຈາກເຢຍລະມັນຢ່າງເຂັ້ມ ງວດຂຶ້ນກວ່າເກົ່າ.
ທາດພິດເຈືອປົນຢູ່ໃນລະດັບສູງຜິດປົກກະຕິ ໄດ້ຖືກພົບເຫັນຢູ່ໃນຜະລິດຕະພັນກະສິກຳ ທີ່ຜະລິດໂດຍບໍລິສັດ Harles ແລະ Jentzsch ຂອງເຢຍລະມັນ ທີ່ກຳລັງຖືກກະຊວງກະສິ ກຳຂອງເຢຍລະມັນທຳການຟ້ອງຮ້ອງຢູ່ໃນປັດຈຸບັນນີ້.