ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫຼີເໜືອຢືນຢັນຄໍາຂໍເຈລະຈາ ກັບເກົາຫຼີໃຕ້ຄືນອີກຄັ້ງນຶ່ງ


ເກົາຫຼີເໜືອຢືນຢັນຄໍາຂໍເຈລະຈາ ກັບເກົາຫຼີໃຕ້ຄືນອີກຄັ້ງນຶ່ງ
ເກົາຫຼີເໜືອຢືນຢັນຄໍາຂໍເຈລະຈາ ກັບເກົາຫຼີໃຕ້ຄືນອີກຄັ້ງນຶ່ງ

ເກົາຫຼີເໜືອ​ໄດ້​ທຳ​ການຮຽກຮ້ອງຂໍເປີດການເຈລະຈາແບບບໍ່ມີເງື່ອນໄຂກັບເກົາຫຼີ​ໃຕ້ຄືນ​ອີກ​
ແລະ​ສະ​ເໜີ​ໃຫ້​ຈັດການ​ໂອ້​ລົມ​ດັ່ງກ່າວ​ຂຶ້ນພາຍໃນທ້າຍ​ເດືອນ​ນີ້ ຫລື​ໃນຕົ້ນ​ເດືອນ​ກຸມພາ​ທີ່
ຈະ​ມາ​ເຖິງ​ນີ້.

ຢູ່ໃນ​ຖະ​ແຫລ​ງການ​ທີ່​ພິມ​ເຜີຍ​ແຜ່ໂດຍອົງການຂ່າວ KCNA ຂອງທາງການເກົາຫຼີເໜືອໃນ
ວັນເສົາມື້ນີ້ ເກົາຫຼີເໜືອຍັງ​ເວົ້າອີກ​ວ່າຕົນຈະ​ເປີດ​ຫ້ອງການ ການຮ່ວມມື​ທາງ​ເສດຖະກິດ
ລະຫວ່າງສອງ​ເກົາຫລີ ຢູ່​ເຂດ​ອຸດ​ສະຫະ​ກຳ Kaesong ທີ່​ໄດ້​ຖືກ​ປິດ​ລົງ​ໃນ​ໄລຍະ​ທີ່​ມີ​
ຄວາມເຄັ່ງ​ຕຶງຢ່າງ​ແຮງໃນ​ປີ​ກາຍ​ນີ້ນັ້ນຄືນ​ອີກ.

ຖະ​ແຫລ​ງການຂອງ​ຄະນະ​ກໍາ​ມະ​ການວ່າ​ດ້ວຍ​ການ​ທ້ອນໂຮມ​ເກົາຫລີ​ເຂົ້າກັນ​ຢ່າງ​ສັນຕິ​ວິທີ
ຫລື Committee for the Peaceful Reunification of Korea ຂອງເກົາຫຼີເໜືອສະ
ບັບ​ນີ້​ໄດ້​ກ່າວ​ອີກວ່າ ເກົາຫຼີເໜືອສະ​ເໜີຂໍເປີດການເຈລະຈາກັບເກົາຫຼີ​ໃຕ້ໂດຍບໍ່ມີເງື່ອນໄຂ
ອັນ​ໃດ ແລະ​ວ່າເກົາຫຼີ​ໃຕ້ບໍ່ຕ້ອງ​ສົງ​ໃສ​ໃນ​ຄວາມ​ຕັ້ງ​ໃຈ ຫລື​ເຈດ​ຈຳນົງ​ອັນ​ແທ້ຈິງຂອງ​ຕົນ.

ເກົາຫຼີເໜືອໄດ້ທຳ​ການ​ສະ​ເໜີຄ້າຍຄື​ກັນໃນຕົ້ນອາທິດ​ນີ້ ​ແຕ່​ວ່າ ເກົາຫຼີໃຕ້ໄດ້ປະຕິເສດຕໍ່
ການສະເໜີດັ່ງກ່າວ​ແລະ​ເວົ້າວ່າເກົາຫຼີເໜືອບໍ່​ໄດ້​ “ຈິງຈັງ” ກ່ຽວກັບເລື່ອງນີ້.

ກະຊວງທ້ອນ​ໂຮມ​ຊາດຂອງ​ເກົາຫຼີ​ໃຕ້ ​ເວົ້າ​ໃນ​ວັນ​ພະຫັດ​ຜ່ານມາ​ນີ້ວ່າເກົາຫຼີເໜືອໄດ້ໃຊ້ຖ້ອຍ
ຄຳໃນທຳນອງດຽວກັນ ເພື່ອຈຸດປະສົງໃນການໂຄສະນາຊວນເຊື່ອໃນອະດີດຜ່ານມາ.
ໂຄສົກຍິງຄົນນຶ່ງກ່າວວ່າເກົາຫຼີເໜືອຄວນຈະປະຕິບັດຕາມຄຳໝັ້ນສັນຍາຂອງຕົນທີ່ເຄີຍໄດ້
ໃຫ້ໄວ້ໃນປີ 2005 ວ່າຈະກຳຈັດອາວຸດນິວເຄລຍນັ້ນ.

ບໍ່ໄດ້​ມີ​ການຈັດເຈລະຈາ 6 ຝ່າຍກັບ​ເກົາ​ລີ​ເໜືອເລີຍນັບ​ແຕ່​ປີ 2009 ​ເປັນຕົ້ນມາ. ​ແຕ່​ນັ້ນ
ມາເກົາຫຼີເໜືອກໍໄດ້ຍິງໂຈມ​ຕີ​ໃສ່​ເກາະ​ແຫ່ງ​ນຶ່ງ​ຂອງເກົາຫຼີໃຕ້, ​ໄດ້​ເປີດເຜີຍສະຖານ​ກັ່ນເຊື້ອ
ໄຟນີວ​ເຄລຍທີ່​ທັນ​ສະ​ໄໝ ​ແລະ​ຍັງ​ໄດ້​ຖືກ​ກ່າວ​ຫາ​ວ່າ ​ຍິງກໍ່າປັ່ນ​ຂອງ​ເກົາຫຼີ​ໃຕ້​ຫລົ້ມ ຊຶ່ງ​ໄດ້
ເຮັດ​ໃຫ້ລູກເຮືອ 46 ຄົນ​ເສຍ​ຊີ​ວິດ​ໄປ.

XS
SM
MD
LG