ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ຈະມອບການຊ່ວຍເຫລືອ ແກ່ປາກິສຖານຫລາຍຂຶ້ນ


Security officials inspect the site of bomb blast in a judicial compound in Peshawar, Pakistan, March 18, 2013.
Security officials inspect the site of bomb blast in a judicial compound in Peshawar, Pakistan, March 18, 2013.

ໜັງສື​ພິ​ມ Washington Post ລາຍ​ງານ​ວ່າ ສະຫະລັດ​ມີ​
ແຜນ​ຈະມອບການ​ຊ່ວຍ​ເຫລືອ ​ໃຫ້​ແກ່​ປາ​ກິ​ສຖານຫລາຍ​
ຂຶ້ນ​ກວ່າ​ເກົ່າ ​ໃນ​ຂະນະ​ທີ່​ກໍາລັງ​ຊອກ​ຫາ​ວິທີ​ທາງເສີມຂະ
ຫຍາຍການ​ບຸກ​ໂຈມຕີເພື່ອທັບ​ມ້າງ​ທີ່ໝັ້ນຕ່າງໆຂອງ
ພວກ​ຫົວຮຸນ​ແຮງຢູ່​ໃນ​ເຂດ​ຊົນ​ເຜົ່າ​ຂອງ​ປາ​ກິ​ສຖານ​ນັ້ນ.

ບົດ​ຄວາມບົດ​ນຶ່ງ​ທີ່​ພິມ​ເຜີຍ​ແຜ່ທາງ​ອິນ​ເຕີ​ແນັດ​ໃນ​ຕອນ​ແລງ​
ວັນ​ສຸກ​ວານ​ນີ້ ​ໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ສະຫະລັດທີ່
ກ່າວວ່າ ລັດຖະບານຂອງ​ທ່ານ​ໂອ​ບາ​ມາ ມີ​ແຜນການ​ທີ່​
ຈະ​ເພີ້ມການສະໜັບສະໜູນທາງ​ດ້ານ​ການ​ທະຫານ, ການ
ສືບ​ລັບ ​ແລະເສດ​ຖະກິດ​ ແກ່ປາ​ກິ​ສຖານ.

ໜັງສື​ພິ​ມ Washington Post ລາຍ​ງານ​ອີກວ່າ ການ​ດໍາ
ເນີນ​ຄວາມ​ພະຍາຍາມ​ຄັ້ງ​ໃໝ່ນີ້ ​ແມ່ນວາງ​ອອກ​ໂດຍອີງ
ຕາມການ​ທົບ​ທວນ​ຂອງທຳນຽບຂາວເມື່ອໝໍ່ໆມານີ້ໃນ
ການທຳ​ສົງຄາມ​ຢູ່ອັຟກິ​ສຖານທີ່​ໄດ້​ສະ​ຫລຸບ​ວ່າ ສະຫະລັດ​ຕ້ອງ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ
ໃຈ ແລະສະຖຽນລະພາບໃນປາ​ກິ​ສຖານ. ບົດລາຍ​ງານດັ່ງກ່າວ​ຍັງ​ໄດ້ຮຽກຮ້ອງ​ໃຫ້​ມີ​ການ
ຮ່ວມມື​ເພີ້ມຂຶ້ນຈາກ​ຝ່າຍປາ​ກິສຖານ ໃນ​ການ​ໂຈມຕີ​ທີ່ໝັ້ນຂອງພວກ​ຫົວຮຸນ​ແຮງຢູ່​ໃນ​ເຂດ
ຊາຍແດນ​ຂອງ​ປາ​ກິ​ສຖານ ທີ່ຕິດກັບອັຟກິ​ສຖານ​ນັ້ນ.

ໜັງສື​ພິ​ມ​ນີ້ຍັງເວົ້າອີກວ່າ ທ່ານຮອງປະທານາທິບໍດີ Joe Biden ຈະ​ໂອ້ລົມກ່ຽວກັບຍຸດທະ
ສາດດັ່ງກ່າວກັບພວກ​ເຈົ້າໜ້າທີ່ປາ​ກິ​ສຖານ​ ເວລາ​ທີ່​ທ່ານ​ໄປ​ຢ້ຽມຢາມ​ປະ​ເທດ​ດັ່ງກ່າວ​ໃນ
ອາທິດໜ້າ.

ໜັງສື​ພິ​ມ Washington Post ຍັງ​ໄດ້​ລາຍ​ງານ​ອີກ​ວ່າ ຍຸດ​ທະ​ສາດ​ໃໝ່ຂອງລັດຖະບານ​
ທ່ານ ​ໂອ​ບາ​ມາ ຍັງ​ໄດ້​ເປັນ​ຕົວຢ່າງ​ອັນ​ນຶ່ງ​ໃນ​ການດໍາ​ເນີນ​ຄວາມ​ພະຍາຍາມ ​ທີ່​ຈະ​ເຮັດ​ໃຫ້
ຫາງສຽງພວກ​ຕໍາໜິຕິຕຽນທີ່​ເວົ້າວ່າສະຫະລັດຍັງ​ບໍ່ທັນໃຫ້ການສະໜັບສະໜູນ​ແກ່ປາ​ກິ​ສ
ຖານຢ່າງ​ພຽງພໍ​ເທື່ອ​ນັ້ນມິດ​ງຽບລົງ.

XS
SM
MD
LG