ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີໃຕ້ວ່າຈະຊ້ອມລົບ ໃຊ້ກະສູນແທ້ ອີກເທື່ອໃໝ່


ເກົາຫລີໃຕ້ຊ້ອມລົບຍິງປືນໃຫຍ່ໂດຍໃຊ້ກະສູນແທ້ໃນວັນທີ 15 ທັນວາ ຢູ່ຫາດຊາຍຂອງເກາະYeonpyeong ຂອງເກົາຫລີໃຕ້ ທີ່ດຳເນີນໄປເປັນເວລາ 2 ອາທິດ ແລະຈະສິ້ນສຸດລົງໃນວັນສຸກມື້ອື່ນນີ້.
ເກົາຫລີໃຕ້ຊ້ອມລົບຍິງປືນໃຫຍ່ໂດຍໃຊ້ກະສູນແທ້ໃນວັນທີ 15 ທັນວາ ຢູ່ຫາດຊາຍຂອງເກາະYeonpyeong ຂອງເກົາຫລີໃຕ້ ທີ່ດຳເນີນໄປເປັນເວລາ 2 ອາທິດ ແລະຈະສິ້ນສຸດລົງໃນວັນສຸກມື້ອື່ນນີ້.

ເກົາຫລີ​ໃຕ້​ເວົ້າວ່າ ຕົນ​ຈະທໍາ​ການ​ຊ້ອມ​ລົບ​ເທື່ອ​ໃໝ່ໂດຍໃຊ້ລູກ​ກະ​ສູນແທ້ ຢູ່ເທິງ​ເກາະດອນແຫ່ງ​ນຶ່ງ ໃກ້​ຊາຍ​ຝັ່ງ​ທະ​ເລຂອງ​ເກົາຫລີ​ເໜືອ ຊຶ່ງ​ເປັນ​ການ​ລື້ມຄືນ​ການ​ກະທໍາທີ່​ໄດ້​ກໍ່​ໃຫ້​ເກົາຫລີ​ເໜືອທຳ​ການໂຈມຕີ​ດ້ວຍ​ການ​ຍິງ​ປືນ​ໃຫຍ່ ໃສ່​ເກາະ​ນຶ່ງ​ຂອງເກົາຫລີ​ໃຕ້ຢ່າງໜັກ ໃນ​ເດືອນ​ແລ້ວນັ້ນ.

ພ​ວກ​ເຈົ້າ​ໜ້າ​ທີ່​ທະຫານຖະ​ແຫລ​ງ​ໃນ​ວັນ​ພະຫັດ​ມື້ນີ້ວ່າ ການ​ຊ້ອມ​ລົບຈະ​ເລີ້ມຕົ້ນຂຶ້ນໃນວັນເສົາ​ນີ້ ຢ່າງໄວທີ່​ສຸດ ຖ້າ​ຫາກ​ດິນ​ຟ້າ​ອາກາດ​ເອື້ອອຳ​ນວຍ. ຄຳ​ປະກາດນີ້​ໄດ້​ມີ​ຂື້ນ​ທ່າມກາງ​ການລິ​ເລີ້ມທາງ​ການ​ທູດຫລາຍໆ​ບັ້ນ ແນ​ໃສ່​ຜ່ອນຄາຍ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ສອງ​ເກົາຫລີ ລວມທັງ​ການ​ຢ້ຽມຢາມ​ນະຄອນ​ຫລວງພຽງຢາງ​ໂດຍ​ນັກ​ການ​ເມືອງ​ສະຫະລັດ ທ່ານ Bill Richardson.

ທະຫານສອງ​ຄົນ ​ແລະ ພົນລະ​ເຮືອນສອງ​ຄົນ ​ເສຍ​ຊີວິດໃນ​ຕອນ​ທີ່​ເກົາຫລີ​ເໜືອ ​ລະດົມຍິງໃສ່​ເກາະ Yeonpyeong ​ໃນ​ວັນ​ທີ 23 ພະຈິກ ​ທີ່​ເປັນ​ການ​ຕອບໂຕ້​ຕໍ່ການ​ທີ່​ເກົາຫລີ​ໃຕ້ທໍາ​ການ​ຊ້ອມ​ລົບ​ຍິງ​ປືນ​ໃຫຍ່​ຢູ່​ເກາະ​ດັ່ງກ່າວ. ​ໃນ​ການຊ້ອມ​ລົບຕອນ​ນັ້ນ ເກົາຫລີ​ໃຕ້​ບໍ່ໄດ້ແນປືນ​ໃຫຍ່ໄປ​ຍັງ​ທິດທາງ​ທີ່ເປັນແຜ່ນ​ດິນ​ໃຫຍ່​ຂອງ​ເກົາຫລີ​ເໜືອ ແຕ່ໄດ້​ຍິງ​ໃສ່​ເຂດນ່ານນ້ຳ ທີ່​ທັງ​ສອງ​ເກົາຫລີ​ ​ຕ່າງ​ກໍ​ອ້າງເອົາກຳມະສິດນັ້ນ.

ພວກເຈົ້າໜ້າທີ່​ກ່າວຕໍ່ກອງ​ປະຊຸມຖະ​ແຫລ​ງຂ່າວ ທີ່​ກະຊວງ​ປ້ອງ​ກັນປະ​ເທດວ່າ ການ​ຊ້ອມ​ລົບຄັ້ງ​ໃໝ່ນີ້ຈະມີຂຶ້ນ​ເວລາ​ໃດ​ເວລາ​ນຶ່ງ ​ໃນລະຫວ່າງວັນ​ເສົາ​ຫາ​ວັນ​ອັງຄານ​ທີ່ຈະ​ມາ​ເຖິງນີ້ ​ແລະ​ຈະຕິດຕາມ​ມາລຸນ​ຫລັງ​ການ​ຊ້ອມ​ລົບ​ຍິງ​ປືນ​ໃຫຍ່ໂດຍໃຊ້​ກະ​ສູນ​ແທ້ ຢູ່​ອ້ອມ​ແອ້ມ​ຊາຍ​ຝັ່ງ​ທະ​ເລ​ຂອງເກົາຫລີ​ໃຕ້ ທີ່​ດຳ​ເນີ​ນ​ໄປ​ເປັນ​ເວລາ 2 ອາທິດ ​ແລະຈະ​ສິ້ນສຸດ​ລົງ​ໃນ​ວັນ​ສຸກ​ມື້ອື່ນນີ້.

XS
SM
MD
LG