ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

27 ຄົນເສຍຊີວິດ ຍ້ອນເຮືອຕໍາຝັ່ງຫີນ


ຜູ້ຄົນກໍາລັງໄປ່ປີນໄປຕາມແຄມຝັ່ງທີ່ເຕັມໄປດ້ວຍກ້ອນຫີນຢູ່ເກາະ Christmas ເພື່ອໃຊ້ຄວາມພະຍາຍາມກູ້ໄພ ໃຫ້ແກ່ເຮືອທີ່ຫັກພັງດັ່ງເຫັນໃນຮູບ, ໃນວັນທີ 15 ທັນວາ 2010
ຜູ້ຄົນກໍາລັງໄປ່ປີນໄປຕາມແຄມຝັ່ງທີ່ເຕັມໄປດ້ວຍກ້ອນຫີນຢູ່ເກາະ Christmas ເພື່ອໃຊ້ຄວາມພະຍາຍາມກູ້ໄພ ໃຫ້ແກ່ເຮືອທີ່ຫັກພັງດັ່ງເຫັນໃນຮູບ, ໃນວັນທີ 15 ທັນວາ 2010

ເຈົ້າໜ້າທີ່ອອສເຕຣເລຍເວົ້າວ່າ ມີ 20 ກ່ວາຄົນ​ເສຍ​ຊີວິດ
ພາຍຫລັງທີ່ເຮືອລໍານຶ່ງທີ່​ເຕັມ​ໄປ​ດ້ວຍພວກທີ່ສົງໃສວ່າ
ຈະໄປຂໍລີ້ໄພນັ້ນ ຫັກພັງຍ້ອນ ຕຳກັບຕາຝັ່ງທີ່​ເປັນ​ໂຂ​ດ
ຫີນ ຢູ່ເກາະດອນທີ່ຢູ່ໂດດດ່ຽວຫ່າງໄກແຫ່ງນຶ່ງ ໃນວັນ
ພຸດມື້ນີ້.

ພວກເຈົ້າໜ້າທີ່ພາສີເວົ້າວ່າ ມີ 42 ຄົນຖືກຊ່ວຍກູ້ຊີວິດ
ໄວ້​ໄດ້ ແລະ ມີ​ການກູ້​ສົບ​ມາ​ໄດ້ 27 ສົບ ລຸນຫລັງໂສກ
ນາດຕະກຳດັ່ງກ່າວຢູ່ທີ່ເກາະ Christmas ໃນມະຫາ
ສະມຸດອິນເດຍ ຫ່າງ​ຈາກອອສເຕຣເລຍໄປທາງຕາເວັນ
ຕົກສຽງເໜືອ ຫລາຍພັນກິໂລແມັດ.

ໃນ​ເບື້ອງ​ຕົ້ນ ພວກເຈົ້າໜ້າທີ່ຄາດຄະເນວ່າ ມີ 70 ຄົນ
ຢູ່ໃນເຮືອໄມ້ລໍາ​ນັ້ນ ທີ່ຖືກຄື້ນຟອງທະເລຍວກຍູ້ໄປຕໍາໃສ່ ​ໂຂ​ດຫີນ.

ໂຄສົກຄົນ​ນຶ່ງປະຈໍາອົງການບໍລິການ Royal Flying Doctor ຂອງອອສເຕຣເລຍ ກ່າວ
ຕໍ່ວີໂອເອວ່າ ພວກນາຍໝໍໄດ້ຖືກສົ່ງໄປຊ່ວຍປົວພວກ​ທີ່ລອດຊີວິດມາໄດ້ສາມຄົນ ທີ່ໄດ້
ຮັບບາດເຈັບສາຫັດນັ້ນ.




XS
SM
MD
LG