ລັດຖະບານທະຫານມຽນມາໄດ້ກ່າວຫາພັກການເມືອງ ຝ່າຍຄ້ານຂອງທ່ານນາງອອງຊານ ຊູຈີ ວ່າພະຍາຍາມ ຈະຂັດຂວາງທັບມ້າງ ການເລືອກຕັ້ງ ໃນເດືອນພະຈິກປີນີ້.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານນາງຮິລແລຣີ ຄລິນຕັນ ສະແດງຄວາມເປັນຫ່ວງ ຕໍ່ການມີອໍານາດຫລາຍຂຶ້ນນັບມື້ ຂອງຝ່າຍທະຫານຢູ່ໃນອິຣ່ານ.
ນີວຊີແລນປະຕິເສດຄໍາສະເໜີ ໃຫ້ການຊ່ວຍເຫລືອຈາກສະຫະລັດ ແລະອົງການ ສະຫະປະຊາຊາດ ໃນຂະນະທີ່ກໍາລັງຟື້ນຕົວຄືນ ຈາກໄພແຜ່ນດິນໄຫວຮ້າຍແຮງ ໃນມື້ວັນເສົາ.
ຈີນປະກາດວ່າ ຕົນໄດ້ປະສົບຜົນສຳເລັດ ໃນການປ່ອຍດາວທຽມດວງນຶ່ງ ສຳລັບຖ່າຍທອດຂ່າວທີວີ ແລະວິທະຍຸ.
ອັຟການີສຖານເດີນໜ້າ ກັບແຜນການທີ່ຈະພົວພັນກັບ ກຸ່ມຕາລິບານໃນການເຈລະຈາ ສັນຕິພາບ ຜ່ານການສ້າງຕັ້ງອັນທີ່ເອິ້ນວ່າ “ສະພາສັນຕິພາບທີ່ສູງສົ່ງ"
ຜູ້ນໍາເກົາຫລີເໜືອ ທ່ານຄິມ ຈົງ ອິລ ກໍາລັງເດີນທາງກັບຄືນບ້ານ ຫລັງຈາກ ໄປຢ້ຽມຢາມຈີນຢ່າງລັບໆ ເປັນເວລາ 3 ມື້
ຊາວອາເມຣິກັນຫລາຍສິບພັນຄົນ ລຸຫລັ່ງມາຍັງນະຄອນຫລວງ ວໍຊິງຕັນດີຊີ ເພື່ອໂຮມຊຸມນຸມສະແດງວິໄສທັດທີ່ແຕກຕ່າງກັນ ກ່ຽວກັບອະນາຄົດຂອງປະເທດຊາດ
ກອງທັບອິຣ່ານໄດ້ເປີດໂຕເຮືອບິນທີ່ບໍ່ມີຄົນຂັບລໍານຶ່ງ ແລະ ກ່າວວ່າ ເປັນເຮືອບິນທີ່ສາມາດປະຕິບັດການລະຍະໄກ ແລະໂຈມຕີເປົ້າໝາຍດ້ວຍຄວາມໄວສູງໄດ້.
ຊາວປາກິສຖານປະມານ 150,000 ຄົນ ຕ້ອງໄດ້ຍົກຍ້າຍໄປຢູ່ໃນເຂດດິນສູງ ຍ້ອນນໍ້າ ຈາກແມ່ນໍ້າອິນດຸສ ຫລືສິນທຸ ໄດ້ລົ້ນຝັ່ງ ຖ້ວມຫລາຍໆເມືອງແລະໝູ່ບ້ານ
ໃນການຖະແຫລງຕອບຕໍ່ການປະທ້ວງຂອງຈີນ ຕໍ່ການພົບປະ ຂອງອົງອາໄລ ລາມະ ກັບນາຍົກອິນເດຍນັ້ນ ອິນເດຍກ່າວ ວ່າອົງດາໄລ ລາມະ ຄືແຂກຜູ້ມີກຽດຢູ່ໃນປະເທດຕົນ
ວັນອາທິດມື້ນີ້ ຍີ່ປຸ່ນທໍາພິທີຂີດໝາຍວັນຄົບ ຮອບການຍອມແພ້ຂອງຕົນ ໃນວັນສິ້ນສຸດ ສົງຄາມໂລກຄັ້ງທີ່ສອງ ເມື່ອ 65 ປີກ່ອນ.
ຈີນຊັກທຸງຊາດລົງເຄິ່ງເສົາ ໃນວັນອາທິດມື້ນີ້ ອັນເປັນວັນໄວ້ອາໄລແຫ່ງຊາດ ແກ່ປະຊາຊົນ 1,239 ຄົນ ທີ່ເສຍຊີວິດຍ້ອນໄພດິນເຈຶ່ອນ
ມີຜູ້ເສຍຊີວິດຕື່ມອີກ 2 ຄົນ ໃນເຫດປະທະກັນບັ້ນໃໝ່ ລະຫວ່າງກຳລັງຮັກສາຄວາມປອດໄພ ຂອງອິນເດຍ ແລະພວກປະທ້ວງທີ່ແກວ່ງໝາກຂີ້ຫິນ
ປະທານາທິບໍດີເກົາຫລີໃຕ້ ສັບປ່ຽນນາຍົກ ລມຕ ແລະເຈົ້າໜ້າທີ່ຂັ້ນສູງສຸດອີກ 7 ຄົນ ໃນການສັບຊ້ອນລັດຖະບານຄັ້ງໃຫຍ່ສຸດ.
ພວກເສື້ອເຫລືອງຫລາຍຮ້ອຍຄົນ ພາກັນໂຮມຊຸມນຸມຢ່າງສັນຕິເພື່ອ ປະທ້ວງທ່າທີຂອງລັດຖະບານ ກ່ຽວກັບຂໍ້ຂັດແຍ້ງເລື້ອງທີ່່ດິນ ກັບກໍາປູເຈຍ.
ນາຍົກລັດຖະມຸນຕີຈີນ ທ່ານເຫວິ້ນເຈຍບາວ ເດີນທາງຈາກນະຄອນຫລວງປັກກິ່ງ ໃນວັນອາທິດມື້ນີ້ ໄປຢ້ຽມຢາມແຂວງ Gansu ບ່ອນເກີດດິນເຈຶ່ອນ
ຍີ່ປຸ່ນທໍາພິທີຄົບຮອບ 65 ປີ ຂອງການໂຈມ ຕີດ້ວຍລະເບີດປະລະມະນູລູກທໍາອິດ ຂອງ ໂລກໃນມື້ນີ້ໂດຍມີຜູ້ຕາງໜ້າຈາກສະຫະລັດແລະອໍານາດນິວເຄລຍອື່ນໆເຂົ້າຮ່ວມ
ສະຫະລັດກ່າວວ່າ ຕົນກຳລັງເຈລະຈາເຮັດຂໍ້ຕົກລົງດ້ານພະລັງງານນິວເຄລຍ ສະບັບນຶ່ງກັບຫວຽດນາມ
ເຈົ້າໜ້າທີ່ໃນແຄວ້ນແຄັສເມຍທີ່ຄວບຄຸມໂດຍອິນ ເດຍ ກ່າວວ່າມີປະມານເກືອບ 90 ຄົນເສຍຊີ ວິດແລະບາດເຈັບອີກຫລາຍຮ້ອຍຄົນ ຫລັງຈາກ ເກີດຝົນຕົກໜັກ.
ຊາວຟີລິບປິນໄວ້ອາໄລມື້ລາງປະທານາທິບໍດີ Corazon Aquino ທີ່ເປັນຜູ້ນຳພາປະເທດອອກຈາກລະບອບຜະເດັດການເປັນເວລາ 20 ປີ ເມື່ອປີ 1986.
ໂຫລດຕື່ມອີກ