ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ, ຫວຽດນາມເຈລະຈາ ເຮັດຂໍ້ຕົກລົງ ພະລັງງານນິວເຄລຍ


ສະຫະລັດກ່າວວ່າ ຕົນກຳລັງເຈລະຈາເຮັດຂໍ້ຕົກລົງດ້ານ ພະລັງງານນິວເຄລຍສະບັບນຶ່ງກັບຫວຽດນາມ ແລະນັ້ນ ແມ່ນຈະຂື້ນຢູ່ກັບຮາໂນຍ ທີ່ຈະຕັດສິນໃຈວ່າ ຕົນຕ້ອງ ການທີ່ຈະເສີມສະມັດຕະພາບທາດຢູເຣນຽມຢູ່ໃນປະເທດ ຂອງຕົນ ຫລືບໍ່.

ໂຄສົກກະຊວງຕ່າງປະເທດສະຫະລັດ ທ່ານ P. J. Crowley ຢືນຢັນການເຈລະຈາດັ່ງກ່າວ ໃນການຖະ ແຫລງຂ່າວທີ່ກະຊວງຕ່າງປະເທດ ເມື່ອວັນພະຫັດ ວານນີ້.

ທ່ານ Crowley ກ່າວວ່າ ສະຫະລັດຢາກໃຫ້ປະເທດໃດ ກໍຕາມ ເລືອກທີ່ຈະບໍ່ຈະຜະລິດເຊື້ອໄຟນິວເຄລຍເອົາເອງ ແຕ່ທ່ານກໍກ່າວວ່າ ທຸກໆປະເທດ ແມ່ນມີສິດທີ່ຈະເລືອກເອົາຢ່າງໃດກໍໄດ້ ແລະກໍເປັນສິດຂອງຫວຽດນາມ ທີ່ຈະຕັດສິນໃຈ ເລືອກເຮັດແບບໃດນັ້ນເຊັ່ນກັນ. ພວກນັກຊ່ຽວຊານດ້ານການແຜ່ຜາຍນິວເຄລຍບາງຄົນ ມີຄວາມເປັນຫ່ວງກ່ຽວກັບການຈັດແຈງໃນເລື່ອງນີ້ ໂດຍໃຫ້ຂໍ້ສັງເກດວ່າກ່ອນນີ້ ສະຫະລັດ ອາຫລັບເອມິເຣສ ກໍໄດ້ຕົກລົງກັບວໍຊິງຕັນວ່າ ຈະບໍ່ກັ່ນເຊື້ອນິວເຄລຍດ້ວຍຕົນເອງ.

XS
SM
MD
LG