ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນໍາເກົາຫລີເໜືອເດີນທາງ ກັບຄືນປະເທດ


ລາຍງານຂ່າວຂອງເກົາຫລີໃຕ້ແລະຍີ່ປຸ່ນເວົ້າວ່າ ຜູ້ນໍາເກົາ ຫລີເໜືອ ທ່ານຄິມ ຈົງ ອິລ ກໍາລັງເດີນທາງກັບຄືນບ້ານ ຫລັງຈາກໄປຢ້ຽມຢາມຈີນຢ່າງລັບໆ ເປັນເວລາສາມມື້.

ອົງການຂ່າວກຽວໂດ໊ະຂອງຍີ່ປຸ່ນລາຍງານວ່າ ລົດໄຟຂະ ບວນພິເສດ ທີ່ບັນທຸກຄະນະຜູ້ແທນເກົາຫລີເໜືອ ​ໄດ້ອອກ ຈາກເມືອງ Changchun ຂອງແຂວງຈິລິນ ທາງທິດຕາ ເວັນອອກສຽງເໜືອຂອງຈີນ ​ໃນຕອນ​ແລງຂອງວັນເສົາ ວານນີ້.

ອົງການຂ່າວຢົນຮັບຂອງເກົາຫລີໃຕ້ກໍເວົ້າວ່າ ມີຄົນເຫັນ ຂະບວນລົດໄຟພິເສດດັ່ງກ່າວໃນເວລາຕໍ່ມາ ຢູ່ໄກ້ເຂດຊາຍແດນເກົາຫລີເໜືອ.

ກ່ອນ​ໜ້ານັ້ນ​ໃນ​ມື້ວານ​ນີ້ ທ່ານຄິມ ໄດ້ໄປຢ້ຽມຊົມງານສະແດງການກະເສດນາໆຊາດ ທີ່ຈັດຂື້ນຢູ່ເຂດ ຊານເມືອງ Changchun ນັ້ນ.

ວົງການສື່ມວນຊົນຂອງທັງທາງການເກົາຫລີເໜືອ ແລະຈີນ ບໍ່ໄດ້ອອກລາຍງານລາຍ ລະອຽດກ່ຽວກັບການຢ້ຽມຢາມຈີນຂອງຜູ້ນໍາເກົາຫລີເໜືອ ແຕ່ຢ່າງໃດ ຊຶ່ງເວົ້າກັນວ່າ​ ເປັນການໄປຢ້ຽມຢາມຈີນຄັ້ງທີ່ສອງຂອງ ທ່ານ ຄິມ ຈົງ ອິລ ໃນປີນີ້.

ສື່ມວນຊົນເກົາຫລີໃຕ້ໄດ້ອ້າງເອົາຄໍາເວົ້າຂອງແຫລ່ງຂ່າວການທູດ ທີ່ບໍ່ບອກຊື່ວ່າ ທ່ານຄິມ ໄດ້ພົບປະກັບທ່ານ ຫູ ຈິນ​ ເຖົາ ປະທານປະ​ເທດຈີນ ໃນວັນສຸກຜ່ານມານີ້. ລາຍງານຍັງ ເວົ້າອີກວ່າ ນາຍຄິມ ຈົງ ອັນ ລູກຊາຍຫລ້າຂອງທ່ານຄິມ ກໍໄດ້ເດີນທາງ ໄປກັບພໍ່ໃນຄັ້ງນີ້ ຊຶ່ງ​ມີ​ການ​ສັນນິຖານ​ກັນ​ວ່າ ຜູ້ກ່ຽວອາດ​ໄດ້ຖືກພາໄປແນະນຳຕົວວ່າ ຈະເປັນຜູ້ສືບຕໍ່ຕໍາແໜ່ງ ແທນພໍ່ ກໍເປັນໄດ້.

XS
SM
MD
LG