ຊາວປາກິສຖານປະມານ 150,000 ຄົນຕ້ອງໄດ້ຍົກຍ້າຍໄປຢູ່ໃນເຂດດິນສູງ ຍ້ອນນໍ້າ ຈາກແມ່ນໍ້າອິນດຸສ ຫລືສິນທຸ ໄດ້ລົ້ນຝັ່ງຖ້ວມຫລາຍໆເມືອງ ແລະໝູ່ບ້ານຕື່ມອີກ ໃນເຂດ ພາກໃຕ້ຂອງປະເທດ. ພວກເຈົ້າໜ້າທີ່ປາກິສຖານໄດ້ດິ້ນຮົນ ເພື່ອເພີ່ມຄວາມແຂງແຮງ ຕື່ມອີກແກ່ຄູກັ້ນນໍ້າ ແລະຫລາຍໆຈຸດ ທີ່ອາດສາມາດພັງລົງໄດ້ ໃນການຕໍ່ສູ້ຕ້ານລະດັບນໍ້າ ທີ່ຖີບຕົວສູງຂຶ້ນໃນເຂດພາກໃຕ້ຂອງແຂວງ Sindh ນັ້ນ.
ນອກນັ້ນ ລັດຖະບານປາກິສຖານກໍກໍາລັງປະເຊີນກັບຄວາມໂກດແຄ້ນ ຢ່າງແຮງຈາກປະຊາ ຊົນຂອງຕົນ ຍ້ອນອັນພວກເຂົາເຈົ້າຖືວ່າເປັນຄວາມພະຍາຍາມຊ່ວຍບັນເທົາທຸກ ທີ່ອືດອາດ ຊັກຊ້າທີ່ສຸດຂອງລັດຖະບານ.
ປາກົດວ່າ ເວລານີ້ປາກິສຖານພ້ອມແລ້ວທີ່ຈະຂໍຮ້ອງຕໍ່ກອງທຶນສາກົນ ໃນລະຫວ່າງການ ພົບປະກັນທີ່ກຸງວໍຊິງຕັນດີຊີ ໃນອາທິດນີ້ ເພື່ອຂໍໃຫ້ຜ່ອນຜັນເງຶ່ອນໄຂໃນການຊໍາລະເງິນ ກູ້ຢືມ ຈຳນວນສິບພັນລ້ານໂດລາ ເນຶ່ອງຈາກພາລະດ້ານເສດຖະກິດທີ່ມີເພີ່ມຂື້ນຂອງຕົນ ຈາກໄພນໍ້າຖ້ວມນັ້ນ. ເງິນຈຳນວນດັ່ງ ກ່າວນີ້ແມ່ນໄດ້ກູ້ຢືມມາເມື່ອປີ 2008.
ອົງການອະນາໄມໂລກຂອງສະຫະປະຊາຊາດກ່າວວ່າ ປັດຈຸບັນນີ້ ປາກິສຖານກໍາລັງປະ ເຊີນກັບພວກພະຍາດຕ່າງໆທີ່ມານໍານໍ້າ ແລະພະຍາດຕິດຕໍ່ອື່ນໆ ໃນຂົງເຂດທີ່ຖືກນໍ້າ ຖ້ວມນັ້ນ. ອົງການອະນາໄມໂລກ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກອົງການສະຫະປະ ຊາຊາດ ຈົ່ງປະຕິບັດພັນທະເງິນຊ່ວຍເຫລືອ ຈໍານວນ 200 ລ້ານໂດລາ ທີ່ພວກເຂົາເຈົ້າໄດ້ສັນຍາໄວ້ນັ້ນໃຫ້ໄດ້ ໂດຍກ່າວວ່າ ພຽງແຕ່ຄໍາໝັ້ນສັນຍານັ້ນ ແມ່ນຈະບໍ່ສາມາດ ຊື້ຢຸກຢາ ເພື່ອຕໍ່ຕ້ານພວກພະຍາດທີ່ອັນຕະລາຍເຖິງຊີວິດເຫລົ່ານີ້ໄດ້.