ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີໃຕ້ຊັບຊ້ອນຄະນະລັດຖະບານ


ເກົາຫລີໃຕ້ຊັບຊ້ອນຄະນະລັດຖະບານ
ເກົາຫລີໃຕ້ຊັບຊ້ອນຄະນະລັດຖະບານ

ປະທານາທິບໍດີ Lee Myung-Bak ​ແຫ່ງ​ເກົາຫລີ​ໃຕ້ ​ໄດ້ສັບ​ປ່ຽນນາ ຍົກລັດຖະມຸນຕີ ຂອງ​ທ່ານແລະ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສຸດ​ອີກ 7 ຄົນ ໃນ​ວັນ​ອາທິດ​ມື້​ນີ້ ​ອັນ​ເປັນ​ການ​ສັບຊ້ອນ​ຄະນະ​ລັດຖະບານ​ຄັ້ງ​ໃຫຍ່​ທີ່​ສຸດ ນັບ​ແຕ່​ທ່ານ​ໄດ້​ຂຶ້ນ​ດໍາລົງ​ຕໍາ​ແໜ່​ງໃນ​ເດືອນ​ກຸມພາ​ ປີ 2008 ​ເປັນ​ຕົ້ນ​ມາ.

ທໍານຽບປະທານາທິບໍດີ​ກ່າວ​ວ່າ ທ່ານ Kim Tae-ho ອະດີດ​ເຈົ້າ​ແຂວງແຂວງ Gyeongsang ​ໃຕ້​ ໄດ້​ຖືກ​ສະ​ເໜີ​ແຕ່ງ​ຕັ້ງ​ໃຫ້​ຂຶ້ນ​ດໍາລົງຕໍາ​ແໜ່​ງ ນາຍົກລັດຖະມຸນຕີ ​ແທນ​ທ່ານ Chung Un-chan ທີ່ໄດ້​ລາ​ອອກ​ຈາກ​ຕໍາ​ແໜ່​ງ​ໃນ​ທ້າຍ​ເດືອນ​ແລ້ວ​ນີ້ ​ເພື່ອສະ​ແດງ​ຄວາມຮັບຜິດຊອບ ຕໍ່​ການ​ທີ່ທ່ານບໍ່​ສາມາດເກ້​ຍກ່ອມ​ໃຫ້ສະພາ​ຍັບ​ຍັ້ງ​ການ​ຍົກຍ້າຍ​ ເຄິ່ງນຶ່ງ​ຂອງ​ລົດ​ຖະບານ​ໄປ​ຍັງ​ແຂວງ Chungcheon ​ໃນ​ພາກໃຕ້​ ຂອງ​ປະ​ເທດ ອັນ​ເປັນ​ແຜນການ​ທີ່​ປະທານາທິບໍດີ Lee Myung-Bak ຄັດຄ້ານ​.

ນອກ​ນັ້ນ ທ່ານ​ຫລີ​ ຍັງ​ໄດ້​ຊັບຊ້ອນ​ຫົວໜ້າ​ກະຊວງ​ທະບວງ​ກົມ​ອື່ນໆ​ຕື່ມ​ອີກ 7 ທ່ານ. ​ແຕ່ການ​ຊັບຊ້ອນ​ທີ່ວ່າ​ນີ້​ບໍ່​ໄດ້​ກະທົບ​ພວກ​ລັດຖະມຸນຕີ​ຕ່າງປະ​ເທດ ປ້ອງ​ກັນ​ປະ​ເທດ ​ແລະ​ທ້ອນ​ໂຮມ​ປະ​ເທດ.

XS
SM
MD
LG