ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄພນໍ້າຖ້ວມທີ່ແຄ້ວນແຄັສເມຍ ຂອງອິນເດຍ


ເຈົ້າໜ້າທີ່ໃນແຄວ້ນແຄັສເມຍ ທີ່ຄວບຄຸມໂດຍອິນເດຍນັ້ນ ກ່າວວ່າ ມີປະມານເກືອບ 90 ຄົນເສຍຊີວິດ ແລະບາດ ເຈັບອີກຫລາຍຮ້ອຍຄົນ ຫລັງຈາກເກີດຝົນຕົກໜັກຢ່າງກະ ທັນຫັນ ແລະນໍ້າ​ໄຫລຖ້ວມຢ່າງແຮງທີ່ເມືອງໃຫຍ່ເມືອງ ນຶ່ງ ໃນເຂດ Ladakh ທີ່ຫ່າງໄກ ແລະເປັນພູຜານັ້ນ.

ພວກເຈົ້າໜ້າທີ່ຕຳຫລວດກ່າວເມື່ອວັນສຸກມື້ນີ້ວ່າ ການປະ ຕິບັດງານກູ້ໄພກຳລັງດໍາເນີນໄປ ໃນເມືອງ Leh ແລະກໍ ໄດ້ມີການຮຽກຮ້ອງໃຫ້ທາງການອິນເດຍ ສົ່ງກຳລັງທະຫານ ມາຊ່ວຍກັບການບັນເທົາໄພຄັ້ງນີ້. ທາງການກ່າວວ່າ ນໍ້າ ໄດ້ໄຫລຖ້ວມຄ້າຍທະຫານຫລາຍໆແຫ່ງ.

ເຈົ້າໜ້າທີ່ແຄວ້ນແຄັສເມຍ ກ່າວວ່າຝົນຕົກໜັກດັ່ງກ່າວໄດ້ສ້າງຄວາມເສຍຫາຍໃຫ້ແກ່ ສະໜາມບິນຂອງແຄ້ວນ.

ຂ່າວເອພີລາຍງານວ່າ ເສົາສາຍໂທລະສັບໃນເຂດດັ່ງກ່າວກໍໄດ້ຮັບຄວາມເສຍຫາຍ ເຊັ່ນກັນ. ເຈົ້າໜ້າທີ່ແຄວ້ນແຄັສເມຍຄົນນຶ່ງບອກອົງການຂ່າວຝລັ່ງວ່າ ໄພນໍ້າຖ້ວມ ທີ່ສ້າງຄວາມພິນາດເສຍຫາຍໃນຄັ້ງນີ້ ແມ່ນຮ້າຍແຮງບໍ່ເຄີຍມີມາກ່ອນ.

ເຂດ Ladakh ເປັນທະເລຊາຍທີ່ຕັ້ງຢູ່ສູງປະມານ 3,500 ແມັດຈາກລະດັບນໍ້າທະເລ ແລະປົກກະຕິແລ້ວ ຈະມີຝົນຕົກໜ້ອຍຫລາຍ.

XS
SM
MD
LG