ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຟິລິບປິນໄວ້ອາໄລນໍາມື້ລາງ ປະທານາທິບໍດີ Aquino


ປະຊາຊົນ​ຟີ​ລິບ​ປິນ​ ພາກັນ​ໄວ້​ອາ​ໄລ​ໃນ​ວັນ​ອາທິດ​ມື້​ນີ້ ນໍາ​ມື້​ລາງປະທານາທິບໍດີ Corazon Aquino ທີ່​ໄດ້​ເປັນ​ຜູ້ນໍາ​ພາ​ປະ​ເທດ​ອອກຈາກ​ລະບອບຜະ​ເດັດ​ການເປັນ​ເວລາ 20 ປີພາຍ​ໃຕ້​ການປົກຄອງຂອງ​ມື້​ລາງ​ປະທາ ນາທິບໍດີ Ferdinand Marcos ​ໃນ​ປີ 1986.

ປະທານາທິບໍດີ Benigno Aquino ໄດ້ນຳ​ພາ​ຄອບຄົວ​ແລະ​ເພື່ອນ​ມິດ​ໃນ​ການ​ປະກອບ​ພິທິພິ​ເສດທາງ​ສາສະໜາ ທີ່ສະດຸ​ດີ​ຄວາມ​ເກ່ງກ້າ​ສາມາດຂອງ​ມື້​ລາງ​ມານ​ດາ​ຂອງ​ທ່ານ ທີ່ ໄດ້​ເຖິງ​ແກ່​ມໍລະນະ​ກໍາໄປ​ເມື່ອ 1 ປີຜ່ານມາພໍດີ​ ຍ້ອນ​ໂຣກມະ​ເຮັງ​ໃນ​ລຳ​ໄສ້​ໃຫຍ່​. ທ່ານ​ອະ​ກິ​ໂນຮຽກຮ້ອງ​ໃຫ້​ປະຊາຊົນ​ຟີ​ລິບ​ປິນ ພາກັນ​ສືບ​ຕໍ່​ການຕໍ່ສູ້ເພື່ອ​ປະຊາ​ທິປະ​ໄຕ​ຂອງ​ມື້​ລາງ​ມານ​ດາ​ຂອງ​ທ່ານຕໍ່​ໄປ​ ​ໂດຍ​ການຊ່ອຍເຫລືອທ່ານ​ໃນ​ການ​ຕໍ່ສູ້​ກັບ​ຄວາມທຸກ​ຈົນ​ແລະ​ການ​ສໍ້​ລາດ​ບັງ​ຫລວງທີ່​ມີ​ຢ່າງ​ແຜ່​ຫລາຍ​ນັ້ນ.

ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ທ່ານ​ອະ​ກິ​ໂນ​ໄດ້​ອອກ​ຄໍາ​ສັ່ງ​ຢ່າງ​ເປັນ​ທາງ​ການ ໃຫ້ຈັດ​ຕັ້ງ​ຄະນະ​ກໍາມາ​ທິການ​ຊອກ​ຫາ​ຂໍ້ມູນ​ຄວາມ​ຈິງຂຶ້ນມາ ​ເພື່ອ​ທໍາການ​ສືບສວນເບິ່ງ​ການ​ກ່າວ​ຫາ​ກ່ຽວ​ກັບ​ການ​ສໍ້ລາດ​ບັງ​ຫລວງ​ ພາຍ​ໃຕ້​ການ​ປົກຄອງ​ຂອງ​ອະດີດ​ປະທານາທິບໍດີ Gloria Arroyo.

ທ່ານ​ອະ​ກິ​ໂນ ທີ່​ໄດ້​ຂຶ້ນ​ດໍາລົງ​ຕໍາແໜ່​ງປະທານາທິບໍດີ​ໃນ​ວັນ​ທີ 30 ​ເດືອນ​ມິຖຸນາ​ຜ່ານ​ມາ ໄດ້​ໃຫ້​ຄໍາໝັ້ນ​ສັນຍາ​ວ່າ​ຈະ​ຖົມ​ຂຸມງົບປະມານ​ທີ່​ເລິກໆ​ຂອງ​ປະ​ເທດ ຈະ​ຕໍ່ສູ້​ກັບການ​ສໍ້​ລາດ​ບັງ​ຫລວງ ຄວາມທຸກຈົນ ​ແລະການ​ກໍ່​ການ​ກະບົດທີ່​ມີ​ມາ​ເປັນ​ເວລາດົນ​ນານ ​ໂດ​ຍສອງ​ກຸ່ມ ກະບົດ​ ຄື ພວກຄອມ​ມີ​ວນິດ​ກັບ​ພວກມູສລິ​ມນັ້ນ.

XS
SM
MD
LG