ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

127 ຄົນເສຍຊີວິດໃນເຫດດິນເຈຶ່ອນ ທີ່ຈີນ


ນາຍົກລັດຖະມຸນຕີຈີນ ທ່ານ​ເຫ​ວິ້ນ​ເຈຍ​ບາ​ວ​ ອອກ​ເດີນ ທາງຈາກນະຄອນ​ຫລວງປັກ​ກິ່​ງ​ໃນ​ວັນ​ອາທິດ​ມື້​ນີ້​ ໄປ​ຢ້ຽມຢາມ ແຂວງ Gansu ​ໃນ​ພາກ​ຕາ​ເວັນ​ຕົກສຽງ​ເໜືອ​ຂອງ​ປະ​ເທດ ບ່ອນ​ທີ່ດິນ​ໄດ້​ເຈື່ອນ​ຖະຫລົ່ມລົງ​ທັບ​ປະຊາ ຊົນຕາຍ​ຢ່າງ​ນ້ອຍ 127 ຄົນ​ ແລະ​ປະມານອີກ 2000 ຄົນ​ຍັງຊອກຫາ​ບໍ່​ເຫັນ.

ອົງການ​ຂ່າວ​ຊິນ​ຫົວຂອງ​ທາງ​ການ​ຈີນ ກ່າວ​ວ່າ ດິນ​ເຈື່ອນ​ຄັ້ງ​ນີ້​ ເກີດຈາກ​ຝົນຕົກ​ໜັກ ແມ່ນ​ເກີດ​ຂຶ້ນ​ໃນ​ເຂດທິ​ເບ​ດ​ໃນ​ແຂວງ Gansu ​ເປັນສ່ວນ​ໃຫຍ່ໃນ​ຄືນ​ວັນ​ເສົາ​ວານ​ນີ້​ແລະຕອນເຊົ້າ​ມືດວັນ​ອາທິດ​ມື້​ນີ້. ຢ່າງ​ນ້ອຍ​ໝູ່​ບ້ານ​ນຶ່ງ​ໄດ້​ຖືກ​ດິນ​ຕົມ ເຈື່ອນ​ລົງ​ມາ​ທັບ​ຖົມ​ທັງໝົດ​ບ້ານ.

ທາງ​ການ​ຈີນ​ກ່າວ​ວ່າ ນໍ້າ​ໄດ້​ຖ້ວມ​ເຄິ່ງ​ນຶ່ງ​ຂອງເມືອງ Zhouqu ສົ່ງຜົນກະທົບຕໍ່​ຊາວ​ເມືອງ​ຢ່າງ​ນ້ອຍ 5 ໝື່ນ​ຄົນ. ​ແລະອົງການ​ຂ່າວ​ຊິນ​ຫົວລາຍ​ງານ​ວ່າ ທາງ​ລັດຖະບານ​ໄດ້​ສົ່ງ​ໜ່ວຍ​ການ​ແພດ​ຫລາຍ​ທີ​ມ​ ແລະ​ທະຫານ​ເກືອບ 3 ພັນ​ຄົນ​ ໄປ​ຍັງ​ຂົງ​ເຂດດັ່ງກ່າວ.

ອົງການຂ່າວຊິນ​ຫົວ​ຍັງ​ກ່າວ​ຕື່ມ​ວ່າ ປະທານ​ປະ​ເທດ​ ຫູ​ຈິນ​ເຖົາ ​ແລະ​ນາຍົກລັດຖະມຸນ​ຕີ ເຫ​ວິ້ນ​ເຈຍ​ບາ​ວ ​ໄດ້​ຮຽກຮ້ອງໄປ​ຍັງ​ພວກ​ກູ້​ໄພ​ໃຫ້ພະຍາຍາມ ຢ່າງສຸດ​ກໍາລັງ ​ເພື່ອຊ່ອຍ​ຊີວິດ​ປະຊາຊົນ​ໄວ້.

ຫລາຍ​ໆ​ເຂດ​ໃນ​ປະ​ເທດ​ຈີນ ໄດ້​ປະ​ທະ​ກັບ​ໄພ​ນໍ້າຖ້ວມ​ທີ່ຮ້າຍ​ແຮງ​ໃນ​ປີ​ນີ້ ຊຶ່ງ​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ແລ້ວຫລາຍ​ກວ່າ 1 ພັນຄົນ.

XS
SM
MD
LG