ອິນເດຍກ່າວວ່າ ອົງດາໄລ ລາມະ ເປັນແຂກຜູ້ມີກຽດຢູ່ ໃນປະເທດອິນເດຍ ຊຶ່ງຄໍາຖະແຫລງທີ່ວ່ານີ້ ເປັນການ ກ່າວຕອບຕໍ່ການປະທ້ວງຂອງຈີນກ່ຽວ ກັບການພົບປະ ຂອງຜູ້ນໍາທິເບດ ກັບນາຍົກລັດຖະມົນຕີອິນເດຍ ທ່ານ Manmohan Singh ຕາມທີ່ມີລາຍງານຂ່າວນັ້ນ.
ທ່ານ S.M. Krishna ລັດຖະມົນຕີຕ່າງປະເທດຂອງ ອິນເດຍ ກ່າວເມື່ອວັນເສົາວານນີ້ວ່າ ອົງດາໄລລາມະ ຄືຜູ້ນໍາທາງດ້ານຈິດໃຈ ທີ່ໄດ້ຮັບຄວາມເຄົາລົບນັບຖືຈາກ ຊາວອິນເດຍຫລາຍລ້ານຄົນ ແລະກ່າວຊໍ້າວ່າປະເທດຂອງ ທ່ານຖືວ່າ ເຂດປົກຄອງຕົນເອງຂອງທິເບດນັ້ນ ເປັນສ່ວນນຶ່ງຂອງສາທາລະນະລັດ ປະຊາຊົນຈີນ.
ອົງດາໄລລາມະ ໄດ້ອາໃສຢູ່ຕ່າງປະເທດ ໂດຍມີຖານທີ່ໝັ້ນຢູ່ປະເທດອິນເດຍ ນັບຕັ້ງ ແຕ່ໄດ້ຫລົບໜີອອກຈາກທິເບດ ລຸນຫລັງຈາກການລຸກຮືຂຶ້ນ ຕໍ່ຕ້ານການປົກຄອງຂອງຈີນ ຢ່າງບໍ່ສໍາເລັດຜົນ ໃນປີ 1959 ນັ້ນ. ເວລານີ້ ມີຊາວທິເບດທີ່ອາໃສລີ້ໄພຢູ່ຕ່າງປະເທດ ປະມານ 140,000 ຄົນ ແລະ ໃນຈຳນວນນີ້ ມີປະມານ 100,000 ອາໃສຢູ່ອິນເດຍ.