ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກເສື້ອເຫລືອງຊຸມນຸມປະທ້ວງ ທີ່ບາງກອກ


ພວກ​ປະ​ທ້ວງເສື້ອເຫລືອງຈໍານວນ​ຫລາຍ​ຮ້ອຍ​ຄົນ​ໄດ້ນໍາ ພາ​ການ​ໂຮມຊຸມນຸມ​ຢ່າງ​ສັນຕິ​ໃນ​ວັນ​ເສົາ​ວານ​ນີ້ ​ໃນ​ນະ ຄອນຫລວງ​ຂອງໄທ ​ເພື່ອ​ປະ​ທ້ວງ​ນະ​ໂຍບາຍ​ຂອງ​ລັດຖະ ບານກ່ຽວ​ກັບ​ບັນຫາ​ຂັດ​ແຍ່ງ​ເລື້ອງ​ທີ່​ດິນກັບປະ​ເທດ​ເພື່ອນ​ບ້ານ​ ​ກໍາປູ​ເຈຍ ​ນັ້ນ.

ກຸ່ມເຄືອ​ຂ່າຍ​ຜູ້​ຮັກ​ຊາດ​ໄທ ​ໄດ້​ພາກັນ​ໄປ​ໂຮມ​ຊຸມນຸມ​ປະ​ທ້ວງ​ຢູ່ທາງ​ນອກ​ບໍລິ​ເວນ​ທໍານຽບລັດຖະບານ​ໃນ​ບາງກອກ ​ໂດຍ​ທ້າ​ທາຍ​ຕໍ່​ຂໍ້​ຫ້າມ​ໂຮມ​ຊຸມນຸມ​ຂອງລັດຖະບານ ​ທີ່​ໄດ້​ວາງ​ໄວ້ເພື່ອຮື້​ຟື້ນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຄືນ​ມາ​ໃນ​ເມືອງຫລວງ ທີ່ໄດ້​ຕົກ​ຢູ່​ໃນ​ສະພາວະ​ເປັນ​ເປ້ຍ​ລ່ອຍ​ເປັນ​ເວລາ​ຫລາຍ​ສັບປະດາ ​ຍ້ອນ​ການ​ປະ​ທ້ວງຕໍ່ຕ້ານລັດຖະ ບານຢ່າງ​ຂະໜານ​ໃຫຍ່​ ເມື່ອ​ຫລາຍ​ເດືອນ​ຜ່ານ​ມານັ້ນ.

ແຕ່​ພວກໂຣມຊຸມນຸມໃນ​ວັນ​ເສົາ​ວານ​ນີ້ ​ໄດ້ຕົກລົງຍ້າຍ​ການ​ປະທ້ວງຂອງ​ພວກ​ເຂົາ​ເຈົ້າ​ ໄປ ​ຍັງ​ສະໜາມ​ກິລາ​ຕາມ​ຄໍາ​ຮຽກຮ້ອງ​ຂອງນາ​ຍົກ​ລັດຖະມຸນຕີ ອະພິສິດ ​ເວດ​ຊາ​ຊີວະ. ພວກ​ປະ​ທ້ວງ​ເສື້ອ​ເຫລືອງໄດ້​ມີສ່ວນຊ່ອຍນໍາເອົາ​ນາຍົກລັດຖະມຸນຕີອະພິສິດ ຂຶ້ນ​ມາ​ກໍາ​ອໍານາດ ​ແຕ່​ເຂົາ​ເຈົ້າກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ໄດ້​ເອົາ​ທ່າ​ທີ​ອ່ອນ​ແອ​ໂພດ​ໃນ​ການ​ຮັບ​ມືກັບການກ່າວ​ອ້າງ​ເອົາ​ກໍາມະສິດ​ດິນ​ແດນຂອງກໍາປູ​ເຈຍ​ນັ້ນ.

ດິນ​ແດນ​ທີ່ເປັນ​ບັນຫາຂັດ​ແຍ້​ງ​ກັນ​ຢູ່ນີ້​ ແມ່ນດິນທີ່​ຕັ້ງ​ຢູ່ຂ້າງ​ວັດເຂົາ​ພະ​ວິຫານ​ຂອງ​ສາສະ ໜາຮີນດູ​ໃນ​ສະ​ໄໝ​ສັດຕະວັດ​ທີ 11 ​ທີ່ຕັ້ງຢູ່​ໃນ​ເຂດ ຊາຍແດນ​ໄທ​ກັບ​ກໍາປູ​ເຈຍ​ນັ້ນ. ອົງ ການ UNESCO ​ໄດ້​ປະກາດໃຫ້ພຣະວິຫານ​ແຫ່ງ​ນີ້​ເປັນ​ມູນ​ມໍລະດົກ​ໂລກ ພາຍ​ໃຕ້​ການ​ຄວບ​ຄຸມຂອງກໍາປູ​ເຈຍ​ໃນ​ປີ 2008 ​ແຕ່​ທາງເຂົ້າ​ໄປ​ຫາ​ບໍລິ​ເວນພຣະວິຫານ​ດັ່ງກ່າວ ແມ່ນ​ຢູ່​ທາງ​ຊາຍ​ແດນ​ໄທ.

XS
SM
MD
LG