ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອັຟການີສຖານເດີນໜ້າກັບ ແຜນການເຈລະຈາກັບ ກຸ່ມຕາລິບານ


ອັຟການີສຖານກໍາລັງເຄຶ່ອນໄຫວໄປໜ້າ ກັບແຜນການທີ່ຈະພົວພັນກັບກຸ່ມຕາລິບານ ໃນ ການເຈລະຈາສັນຕິພາບ ຜ່າ​ນການ​ສ້າງ​ຕັ້ງ​ອັນ​ທີ່​ເອິ້ນ​ວ່າ “ສະພາສັນຕິພາບທີ່ສູງສົ່ງ” ຂຶ້ນ ​ມາ ເຖິງແມ່ນ​ໄດ້ເກີດຄວາມຮຸນແຮງ​ເພິ່ມຂຶ້ນ ​ທີ່​ໄດ້ເອົາຊີວິດພວກທະຫານຕ່າງປະເທດ ຫລາຍຂື້ນນັບມື້ ຢູ່ກໍຕາມ.

ທ່ານ ຮາມິດ ກາ​ໄຊ ປະທານາທິບໍດີອັຟການີສຖານ ກ່າວວ່າ ການສ້າງຕັ້ງສະພາດັ່ງກ່າວ ຂຶ້ນ​ມານັ້ນ ເປັນບາດກ້າວທີ່ສໍາຄັນ ແລະສະພາ​ທີ່​ວ່າ​ນີ້ຈະລວມເອົາພວກຜູ້ນໍາຈີຮາດ ພວກ ທີ່ມີອິດທິພົນ ແລະແມ່ຍິງ ທີ່ຍັງບໍ່​ໄດ້​ປະກາດ​ຊື່​ເທື່ອ.

ພວກຜູ້ນໍາອັຟການີສຖານ ແລະຜູ້ນໍາບັນດາຊົນເຜົ່າ ​ໄດ້​ຮັບຮອງ​ເອົາ​ແນວຄິດ​ໃນ​ການຈັດ​ ຕັ້ງສະພາທີ່​ວ່າ​ນີ້​ ​ເມື່ອເດືອນມິຖຸນາຜ່ານມາ ໃນ​ຖານະເປັນພາກສ່ວນນຶ່ງຂອງ​ແຜນການທີ່ ຈະໃຫ້ສິນນໍ້າໃຈເປັນເງິນ ແລະວຽກເຮັດງານທໍາ ແກ່ພວກກະບົດທີ່​ເຕັມ​ໃຈ​ແລະ​ສະມັກ​ໃຈ ຈະປະລະການກໍ່ຄວາມຮຸນແຮງ ແລະຕັດຂາດຈາກເຄືອຂ່າຍຂອງ​ພວກກໍ່ການຮ້າຍນັ້ນ.

ເທົ່າເຖິງປັດຈຸບັນນີ້ ກຸ່ມຕາລິບານ ບໍ່ໄດ້ສະແດງຄວາມສົນໃຈປານໃດກັບແຜນການ ເຈລະຈາດັ່ງກ່າວ.

XS
SM
MD
LG