ໃນວັນອາທິດມື້ນີ້ ຍີ່ປຸ່ນທໍາພິທີຂີດໝາຍວັນຄົບຮອບການ ຍອມແພ້ຂອງຕົນໃນວັນສິ້ນສຸດສົງຄາມໂລກຄັ້ງທີ່ສອງ ຢ່າງເຄັ່ງຂຶມ ໂດຍມີການຂໍພະໄພ ໂທດຈາກນາຍົກລັດຖະ ມົນຕີ ສໍາລັບຄວາມເຈັບປວດທຸກທໍລະມານ ທີ່ສົງຄາມໄດ້ ກໍ່ຂຶ້ນນັ້ນ.
ທ່ານ ນາໂອໂຕ໊ະ ຄັນ ນາຍົກລັດຖະມົນຕີ ແລະຈັກກະພັດ Akihito ທີ່ບິດາຂອງພະອົງ ຄືຈັກກະພັດ ຮິໂຣຮິໂຕ໊ະ ເປັນຜູ້ປະກາດຍອມແພ້ສົງຄາມ ເມື່ອ 65 ປີກ່ອນພໍດີນັ້ນ ກໍໄດ້ເຂົ້າຮ່ວມໃນພິທີລະນຶກ ເຖິງຜູ້ເສຍຊີວິດທີ່ຫໍ Nippon Budokan ໃນກຸງໂຕກຽວ ບ່ອນທີ່ບຸກຄົນທັງສອງປະຕິຍານວ່າ ຍີ່ປຸ່ນຈະບໍ່ຂໍຫຍຸ້ງກ່ຽວ ຫລືກໍ່ເສິກສົງຄາມໃດໆອີກ.
ທັງນາຍົກລັດຖະມົນຕີ ແລະບຸກຄົນໃນຄະນະລັດຖະບານຂອງທ່ານ ບໍ່ໄດ້ໄປຢ້ຽມຢາມ ສະຖານສັກກາລະບູຊາ Yasukumi ທີ່ເປັນຫົວຂໍ້ຂັດແຍ່ງກັນ ທີ່ເປັນອະນຸສອນສະຖານ ແດ່ພວກເສຍຊີວິດ ສອງລ້ານຫ້າແສນຄົນໃນປາງສົງຄາມ ໂຮມທັງອາຊະຍາກອນສົງຄາມ ໂລກຄັ້ງທີ່ສອງ ອັນດັບສູງ 14 ຄົນ.
ຢ່າງໃດກໍຕາມ ພວກສະມາຊິກພັກເສລີປະຊາທິປັດຝ່າຍຄ້ານ ໂຮມທັງອະດີດນາຍົກລັດ ຖະມົນຕີ Shinzo Abe ແລະ ທ່ານ Sadakazu Tanigaki ຜູ້ນໍາພັກຝ່າຍຄ້ານໄດ້ໄປ ຮ່ວມໃນພິທີ ທີ່ອະນຸສອນສະຖານ Yusukuni ພ້ອມກັບພວກນັກລົບເກົ່າຍີ່ປຸ່ນ ພວກນັກ ການເມືອງ ແລະຄອບຄົວຂອງພວກທີ່ເສຍຊີວິດໃນປາງສົງຄາມຫລາຍພັນຄົນ.