ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນປ່ອຍດາວທຽມ ຖ່າຍທອດ ຂ່າວທີວີແລະວິທະຍຸ


ດາວທຽມສໍາລັບຖ່າຍທອດທີວີ ແລະວິດທະຍຸຂອງຈີນ ກໍາລັງໂຄຈອນອ້ອມໂລກ
ດາວທຽມສໍາລັບຖ່າຍທອດທີວີ ແລະວິດທະຍຸຂອງຈີນ ກໍາລັງໂຄຈອນອ້ອມໂລກ

ຈີນປະກາດວ່າ ຕົນ​ໄດ້ປະສົບຜົນສຳເລັດໃນການປ່ອຍດາວທຽມດວງນຶ່ງ ສຳລັບຖ່າຍ​ທອດຂ່າວທີວີ ແລະວິທະຍຸ.

ອົງການຂ່າວຊິນຫົວຂອງທາງ​ການຈີນເວົ້າວ່າ ດາວທຽມຊື່ SinoSat-6 ໄດ້ຖືກສົ່ງຂື້ນ ສູ່ອະວະກາດ ​ໃນຕອນເຊົ້າໆຂອງວັນອາທິດມື້ນີ້ ຈາກຖານປ່ອຍດາວທຽມທີ່ຕັ້ງຢູ່ທາງ ພາກຕາເວັນຕົກສຽງໃຕ້ຂອງແຂວງ Sichuan ນັ້ນ. ຊີ​ນຫົວກ່າວອີກວ່າ ດາວທຽມດວງ ນີ້ຈະ​ມີ​ອາຍຸ​ໃຊ້​ໄດ້ 15 ປີ ແລະຈະໂຄຈອນ ໃນ​ໄລຍະ​ທາງຫລາຍກວ່າ 35,000 ກິໂລ​ແມັດ ຢູ່​ເໜືອເສັ້ນສູນສູດຂອງໂລກ.

ບໍລິສັດສື່ສານດາວທຽມຂອງຈີນ ຊຶ່ງເປັນຜູ້ບັງຄັບຄວບ​ຄຸມດາວທຽມດວງ​ນີ້ ກ່າວວ່າ ສ່ວນ ໃຫຍ່​ແລ້ວ ດາວທຽມດວງນີ້ຈະເປັນຕົວຮັບສົ່ງ​ສັນຍານການຖ່າຍ​ທອດ​ສົດ​ ທາງທີວີແລະ ວິທະຍຸ. ທາງບໍລິສັດກ່າວອີກວ່າ ດາວທຽມດວງ​ນີ້ຈະປັບປຸງຊີວິດຄວາມເປັນຢູ່ທາງວັດທະ ນະທໍາ​ໃຫ້​ດີ​ຂຶ້ນຢ່າງຫລວງຫລາຍ ສຳລັບພວກປະຊາຊົນທີ່ອາໃສຢູ່ ໃນເຂດສອກຫລີກ ແລະເຂດພູຜາໃນຈີນ.

ຈີນໄດ້ສົ່ງດາວທຽມ ລຸ້ນ SinoSat ດວງທຳອິດຂຶ້ນ ໃນປີ 1998.

XS
SM
MD
LG