ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນໄວ້ອາໄລນໍາຜູ້ເສຍຊີວິດ ຍ້ອນໄພດິນເຈຶ່ອນ


ຈີນຊັກທຸງຊາດລົງເຄິ່ງເສົາແລະສະຖານລື່ນເລີງສາທາລະນະ ທັງໝົດໄດ້ອັດລົງ ​ໃນວັນອາທິດມື້ນີ້ ອັນ​ເປັນ​ວັນໄວ້ອາໄລ ແຫ່ງ​ຊາດ ​ແກ່ປະຊາຊົນ ຫລາຍກວ່າ 1,200 ຄົນທີ່ເສຍ ຊີວິດ​ ໄປ ຍ້ອນໄພດິນເຈຶ່ອນຄັ້ງໃຫຍ່ຕິດ​ຕໍ່​ກັນຫລາຍບັ້ນ ໃນເຂດຕາເວັນຕົກສຽງເໜືອຂອງປະ​ເທດ ເມື່ອນຶ່ງອາທິດ ຜ່ານມານັ້ນ.

ເມື່ອວັນເສົາວານນີ້ ລັດຖະບານຈີນໄດ້ມີຄໍາສັ່ງ ໃຫ້ລົດທຸງ ຊາດລົງທົ່ວປະເທດ ແລະຕາມສະຖານທູດຈີນທັງໝົດໃນ ທົ່ວໂລກ ເພື່ອໃຫ້ກຽດແກ່ປະຊາຊົນຈຳນວນ 1,239 ຄົນ ທີ່ເສຍຊີວິດ ຍ້ອນໄພດິນເຈຶ່ອນທີ່ເມືອງ Zhouqu ແຂວງ Gansu ນັ້ນ.

ຄໍາປະກາດທາງການຈີນເວົ້າວ່າ ສະຖານລື່ນເລີງສາທາລະນະ ໂຮມທັງການຫລິ້ນກີລາ ການສະແດງດົນຕີ ແລະຮູບ​ເງົາທັງໝົດ ຄວນ​ອັດລົງ​ໃນວັນອາທິດມື້ນີ້. ພວກເຈົ້າໜ້າທີ່ ຈີນກ່າວວ່າ ປະຊາຊົນອີກຫລາຍກວ່າ 500 ຄົນຍັງຫາຍສາບສູນໃນເຂດແຂວງພາກຕາເວັນ ຕົກສຽງເໜືອ. ພວກທະຫານປະຕິບັດງານ ຊາວສີ່ຊົ່ວໂມງ ເພື່ອກໍາຈັດຊາກຫັກພັງຕ່າງໆ​ ອອກຈາກແມ່ນໍ້າ Bailong ຂອງແຂວງກັນຊູ ເພື່ອລົດຜ່ອນ​ໂອກາດ​ທີ່​ຈະເກີດໄພນໍ້າຖ້ວມ ອີກ ຈາກຝົນຕົກຄັ້ງໃໝ່ນັ້ນ.

XS
SM
MD
LG