ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວອາເມຣິກັນໂຮມຊຸມນຸມ ລະນຶກເຖິງ ທ່ານມາຣ໌ຕິນ ລູເທີ ຄິງ


ວັນເສົາວານນີ້ ຊາວອາເມຣິກັນຫລາຍສິບພັນຄົນພາກັນລຸ​ຫລັ່ງ​ມາ​ຍັງນະຄອນຫລວງ​ວໍ​ຊິງ​ຕັນ​ດີ ​ເພື່ອປະກອບ​ສ່ວນ​ໃນ​ການໂຮມຊຸມນຸມ ແຂ່ງກັນສະແດງວິໄສທັດ ທີ່ແຕກຕ່າງກັນ ກ່ຽວກັບອະນາຄົດຂອງປະເທດຊາດສະຫະລັດ.

ປະຊາຊົນຫລາຍພັນຄົນພາກັນຢືນລຽງລາຍຢູ່ຕາມສະໜາມ ​ຫລວງແຫ່ງຊາດ ຫລື National Mall ມືໂບກທຸງຊາດ ອາເມຣິກັນ ແລະສົ່ງສຽງຮ້ອງໂຮສະໜັບສະໜູນ ໃນຂະນະ ທີ່ທ່ານ Glenn Beck ນັກວິຈານຂ່າວຊາວອາເມຣິກັນ ຫົວ​ຈາຮີດ​ນິຍົມ ກ່າວຮຽກຮ້ອງໃຫ້ສະຫະລັດອາເມຣິກາ “ຈົ່ງຫວນຄືນມາຫາພະເຈົ້າ.”

ທ່ານ ເບັຄ ໄດ້ຢືນເວົ້າຈາກຂັ້ນໃດຂອງອະນຸສາວະລີຂອງ​ປະທານາທິບໍດີລິງຄອນ ຕໍ່ພວກຜູ້ຊົມຜູ້ຟັງທີ່​ເປັນຊາວ ອາເມຣິກັນຜິວຂາວ​ເປັນ​ສ່ວນຫລາຍ. ທ່ານ​ເບັຄໄດ້ກ່າວ ສະດຸດີມື້ລາງ ຜູ້ນໍາສິດທິພົນລະເຮືອນຊາວ​ຜິວ​ດໍາ ທ່ານ ມາຣ໌ຕິນ ລູເທີ ຄິງ ທີ່ໄດ້ກ່າວສຸນທອນພົດທີ່​ໂດ່​ງດັງ “I Have a Dream” ຫລື “ຂ້າພະເຈົ້າມີຄວາມຝັນອັນນຶ່ງ” ຂອງ​ທ່ານຢູ່ສະຖານ ທີ່ແຫ່ງດຽວແລະມື້ດຽວກັນນີ້ ເມື່ອປີ 1963.

ພວກຜູ້ນໍາສິດທິພົນລະເຮືອນກໍໄດ້ພາກັນໂຮມຊຸມນຸມແລະເດີນຂະບວນຢູ່ອີກບ່ອນ​ນື່ງຕ່າງ ຫາກຂອງນະຄອນຫລວງວໍຊິງຕັນດີຊີ ຊຶ່ງ​ມີພວກຊາວອາເມຣິກັນເຊື້ອສາຍອາຟຣິກາ ​ໄປ ​ຮ່ວມ​ນໍາ​ເປັນ​ສ່ວນໃຫຍ່. ຢູ່​ບ່ອ​ນ​ໂຮມຊຸມນຸມກັນນັ້ນ ພວກກ່າວ​ຄໍາ​ປາ​ໃສໄດ້ຕໍາໜິຕິຕຽນ ທ່ານເບັຄ ແລະການ​ໂຮມຊຸມນຸມເພື່ອ “ກອບກູ້ກຽດຕິຍົດ” ຂອງທ່ານ ​ແລະເອີ້ນການໂຮມຊຸມນຸມຂອງທ່ານເບັຄຄັ້ງນີ້ວ່າ ແມ່ນເພື່ອພະຍາຍາມສ້າງຄວາມເສື່ອມເສຍໃຫ້ແກ່ ມໍລະດົກຂອງມື້ລາງທ່ານມາຣ໌ຕິນ ລູເທີ ຄິງ.

ຄຸນ​ພໍ່ ອາລ ຊາບຕັນ ໄດ້ຮຽກຮ້ອງໃຫ້ຫລາຍພັນຄົນທີ່ໄປເຕົ້າໂຮມກັນ ຢູ່ທີ່ໂຮງຮຽນ ມັດທະຍົມແຫ່ງນຶ່ງ ​ໃຫ້ສືບຕໍ່ການຕໍ່ສູ້ ເພື່ອຄວາມເປັນທໍາຂອງສັງຄົມ ແລະຄວາມເທົ່າ ທຽມກັນດ້ານຜິວພັນ ຂອງມື້ລາງທ່ານ ມາຣ໌ຕິນ ລູເທີ ຄິງ ນັ້ນ.

XS
SM
MD
LG