ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດເປັນຫ່ວງ ກ່ຽວກັບອໍານາດ ຂອງຝ່າຍທະຫານ ຢູ່ໃນອິຣ່ານ


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານນາງຮິລແລຣີ ຄລິນຕັນ ສະແດງຄວາມເປັນຫ່ວງ ຕໍ່ການມີອໍານາດຫລາຍ​ຂຶ້ນນັບ​ມື້ຂອງ​ຝ່າຍທະຫານຢູ່ໃນອິຣ່ານ. ໃນການ​ໃຫ້ສໍາພາດ ທີ່ມີ​ການບັນທຶກພາບໄວ້ລ່ວງໜ້າ ສໍາລັບນໍາອອກອາກາດ​ໃນສະຫະລັດ ໃນວັນອາທິດມື້ນີ້ ໃນ ລາຍການ “ອາທິດນີ້” ຂອງຊ່ອງ ABC ນັ້ນ ທ່ານນາງຄລິນຕັນກ່າວວ່າ ທ່ານນາງຫວັງວ່າ ຈະມີການ​ພະຍາຍາມຢູ່ພາຍໃນອິຣ່ານ ໂດຍພວກພົນລະເຮືອນແລະຜູ້ນໍາສາສະໜາ ທີ່ມີ ຄວາມຮັບຜິດຊອບນັ້ນ ​ເພື່ອ​ໃຫ້​ເຂົ້າ​ໃຈ​ກ່ຽວ​ກັບອັນທີ່ທ່ານ​ນາງເອີ້ນວ່າ “ເຄຶ່ອງມືຂອງປະ ເທດ.”

ທ່ານນາງຄລິນຕັນກ່າວວ່າ ສະຫະລັດຕ້ອງການໃຫ້ອິຣ່ານ ກັບຄືນມາສູ່ການເຈລະຈາຫົກ ຝ່າຍກ່ຽວກັບໂຄງການນິວເຄລຍຂອງຕົນ ແລະອະນຸຍາດໃຫ້ມີ​ການກວດກາໂຮງງານນີວ ເຄລຍຕ່າງໆຂອງຕົນຢ່າງເຕັມສ່ວນ. ໃນເວລາດຽວກັນນັ້ນ ໃນການສະແດງຄວາມເຫັນທີ່ ບັນທຶກໄວ້ລ່ວງໜ້າໃນລາຍການ ດຽວກັນນັ້ນ ປະທານາທິບໍດີອິຣ່ານ ທ່ານ Mahmoud Ahmadenijad ໄດ້ຂໍຮ້ອງໃຫ້ສະຫະລັດ ຕອບຮັບຕໍ່ການທີ່ອິຣ່ານໄດ້ປ່ອຍຕົວນັກເດີນປ່າ ຊາວອະເມລິກັນຄົນນຶ່ງເມື່ອໝໍ່ໆມານີ້ ໂດຍການປ່ອຍຕົວຊາວອິຣ່ານແປດຄົນ ທີ່ຖືກຈັບ ກຸມ ແລະກັກຂັງຢ່າງຜິດກົດໝາຍໃນສະຫະລັດຢູ່ໃນເວລານີ້ ເປັນການຕອບແທນກັນ.

XS
SM
MD
LG