ເປັນໄປບໍ່ໄດ້ທີ່ທ່ານ ຈ້າວ ເຫວີຍ ຜູ້ລົງທຶນເພື່ອພັດທະນາເຂດເສດຖະກິດພິເສດສາມຫລ່ຽມຄຳໃນລາວ ຈະບໍ່ມີສ່ວນຮ່ວມກັບມັນດ້ວຍນັ່ນເອງ
ລັດຖະບານລາວວາງແຜນຈະອອກໃບຕາດິນໃຫ້ແກ່ປະຊາຊົນ 500,000 ຄອບຄົວໃນທົ່ວປະເທດ ໃນປີ 2025 ຂະນະທີ່ 680,000 ຄອບຄົວ ຍັງພາກັນຄອບຄອງທີ່ດິນໃນເຂດປ່າສະຫງວນແຫ່ງຊາດ
ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ຖະແຫລງວ່າ ການດຳເນິນການກວດກາສໍາປະທານຂຸດຄົ້ນແຮ່ທາດ 1,205 ໂຄງການໃນທົ່ວປະເທດ ພົບວ່າ ໂຄງການສ່ວນໃຫຍ່ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ຫຼາຍຂຶ້ນນັບມື້ ໂດຍສະເພາະຜົນກະທົບດ້ານສິ່ງແວດລ້ອມທໍາມະຊາດນັ້ນ ໄດ້ສ້າງຄວາມກັງວົນໃຈໃຫ້ກັບປະຊາຊົນຫຼາຍທີ່ສຸດໃນເວລານີ້
ເຈົ້າຫນ້າທີ່ຂັ້ນສູງໃນຄະນະກຳມະການສິດທິມະນຸດແຫ່ງຊາດໄທ ເປີດເຜີຍວ່າສາເຫດສຳຄັນທີ່ເຮັດໃຫ້ ຄະນະກໍາມະການສິດທິມະນຸດແຫ່ງຊາດໄທ ໄດ້ສົ່ງຈົດໝາຍໄປເຖິງນາຍົກລັດຖະມົນຕີໄທ ເພື່ອຂໍໃຫ້ສະແດງການຄັດຄ້ານຕໍ່ແຜນການກໍ່ສ້າງເຂື່ອນໄຟຟ້າ 4 ແຫ່ງເທິງແນວແມ່ນ້ຳຂອງໃນລາວ
ໃນໄລຍະ 11 ເດືອນທີ່ຜ່ານມາຂອງປີ 2024 ມີມູນຄ່າທັງໝົດ 737,857 ລ້ານບາດ ເພີ່ມຂຶ້ນ 9.39% ທຽບໃສ່ໄລຍະດຽວກັນຂອງປີ 2023.
ກົມການເມືອງສູນກາງພັກໄດ້ອອກຄຳສັ່ງໃຫ້ບັນດາອົງການຈັດຕັ້ງພັກໃນທົ່ວປະເທດ ເພື່ອໃຫ້ເພີ່ມທະວີຄວາມເຂັ້ມງວດເຂ້າໃນການຮັກສາຄວາມສະຫງົບຮຽບຮ້ອຍແລະກວດ ກາທຸກການເຄື່ອນໄຫວໃນສັງຄົມລາວໃນທົ່ວປະເທດ
ທາງການຕຳຫລວດລາວ ໄດ້ຈັບຄົນລາວ ແລະ ຊາວຕ່າງຊາດ 15,970 ຄົນ ທີ່ເປັນລູກຈ້າງ ແລະ ສະມາຊິກ ຂອງກຸ່ມ ແກັ່ງ ອາຊະຍາກຳ Call Center ຂອງຈີນ ທີ່ລົງທຶນຍູ່ໃນເຂດເສຖກິດພິເສດສາມຫລ່ຽມຄຳໃນລາວ
ເຈົ້າໜ້າທີ່ປາບປາມອາຊະຍາກຳຂ້າມຊາດໃນລາວ ເປີດເຜີຍວ່າ ການຮ່ວມມືໃນການປາບປາມອາຊະຍາກຳທາງເທັກໂນໂລຈີ (Cyber Crime) ລະຫວ່າງລາວ-ຈີນ-ມຽນມາ ແລະໄທ ໃນໄລຍະ 2 ປີຜ່ານມາ ສາມາດຈັບກຸມ ແລະ ສົ່ງມອບຕົວຜູ້ຕ້ອງຫາສັນຊາດຈີນ 67,000 ກວ່າຄົນ ໃຫ້ກັບທາງການຕຳຫຼວດຈີນ
ລັດຖະບານໄດ້ກຳນົດເອົາທີ່ດິນ ຄິດເປັນເນື້ອທີ່ລວມ 4.5 ລ້ານເຮັກຕ້າຣ ໃນທົ່ວປະເທດໃຫ້ເປັນພື້ນທີ່ສຳລັບການຜະລິດດ້ານກະສິກຳ ຂະນະທີ່ປະຊາຊົນລາວກວ່າ 628,000 ຄອບຄົວຍັງບໍ່ມີທີ່ດິນທຳກິນ
ການພັດທະນາການສຶກສາໃນລາວ ໄດ້ຕົກຢູ່ໃນສະພາບການຖົດຖອຍ ທັງໃນດ້ານຄຸນນະພາບ ແລະປະລິມານ ທັງຍັງຕ້ອງປະເຊີນກັບການຂາດແຄນຄູຢ່າງຮຸນແຮງ
ລັດຖະບານລາວ ຈະເພີ່ມລາຍໄດ້ຈາກການອະນຸຍາດໃຫ້ສໍາປະທານໃນການຂຸດຄົ້ນ ແລະແປຮູບແຮ່ທາດທີ່ມີປະສິດທິຜົນສູງດ້ວຍການຈັດທຳແຜນທີ່ຊັບພະຍາກອນແຮ່ທາດ ໃນທົ່ວປະເທດທີ່ໄດ້ມາດຕະຖານສາກົນ
ເຈົ້າໜ້າທີ່ຂັ້ນສູງເປີດເຜີຍວ່າ ຈົນເຖິງປັດຈຸບັນນີ້ ພົບວ່າ ມີນັກຮຽນ-ນັກສຶກສາໄດ້ປະລະການຮຽນໄປແລ້ວ ຫຼາຍກວ່າ 73,000 ຄົນ ຊຶ່ງເປັນຍ້ອນວິກິດການເສດຖະກິດ-ການເງິນທີ່ເຮັດໃຫ້ພໍ່ແມ່ຜູ້ປົກຄອງຂອງນັກຮຽນບໍ່ສາມາດສົ່ງເສີຍ
ຜູ້ຊ່ຽວຊານດ້ານການເງິນ ແລະ ການທະນາຄານໃນອາຊຽນ ເປີດເຜີຍວ່າ ລັດຖະບານລາວມີພັນທະທີ່ຈະຕ້ອງຊໍາລະໜີ້ຕ່າງປະເທດ ຄິດເປັນມູນຄ່າສະເລີ່ຍ 1.5 ຕື້ໂດລາສະຫະລັດຕໍ່ປີ ໃນຊ່ວງປີ 2025-2027 ຫາກແຕ່ລັດຖະບານລາວ ຈະສາມາດຊໍາລະຄືນໄດ້ຄົບຫລືບໍ່ນັ້ນ ກໍຂຶ້ນຍູ່ກັບລະດັບປະສິດທິພາບໃນການເກັບລາຍຮັບພາສີອາກອນ
ເຈົ້າໜ້າທີ່ໃນສຳນັກງານສິດທິມະນຸດແຫ່ງຊາດໄທ ເປີດເຜີຍວ່າ ການສຶກສາວິໄຈໂດຍສໍານັກງານຊັບພະຍາກອນນໍ້າແຫ່ງຊາດໄທ ໃນຊ່ວງປີ 2014-2024 ພົບວ່າ ການກັກເກັບນໍ້າ ແລະການປ່ອຍນໍ້າ ໂດຍໂຄງການເຂື່ອນໄຟຟ້າເທິງແນວແມ່ນໍ້າຂອງ ທັງໃນ ຈີນແລະລາວ
ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຖະແຫລງວ່າ ທຸລະກິດບໍລິການ ແລະ ທ່ອງທ່ຽວຄືພາກສ່ວນໜຶ່ງທີ່ມີບົດບາດຢ່າງສຳຄັນໃນການເຮັດໃຫ້ເສດຖະກິດລາວ ເຕີບໂຕເຖິງ 4.6% ໃນປີ 2024 ທຽບໃສ່ປີ 2023, ເມື່ອສົມທົບກັບລາວເປັນປະທານອາຊຽນ ໃນປີ 2024
ຜູ້ຊ່ຽວຊານດ້ານການຄ້າ ແລະ ການລົງທຶນໃນອາຊຽນ ໃຫ້ທັດສະນະວ່າ ສາເຫດທີ່ນັກລົງທຶນຕ່າງປະເທດ ຍັງບໍ່ສົນໃຈເຂົ້າມາລົງທຶນໃນລາວ ຍ້ອນວ່າ ບໍ່ເຊື່ອໝັ້ນໃນຄວາມໝັ້ນຄົງຫລືສະຖຽນລະພາບທາງການເງິນຂອງລາວ ທີ່ຍັງສືບຕໍ່ຂໍກູ້ຢືມເງິນຈາກຕ່າງປະເທດເປັນດ້ານຫລັກ ໂດຍສະເພາະແມ່ນການກູ້ຍືມຈາກຈີນ
ເຈົ້າໜ້າທີ່ຂັ້ນສູງໃນກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ເປີດເຜີຍວ່າ ຄະນະສະເພາະກິດຂອງກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ໄດ້ດຳເນີນມາດຕະການກວດກາສິດສຳປະທານທີ່ດິນ ຕາມຄຳສັ່ງຂອງນາຍົກລັດຖະມົນຕີ ໃນປີ 2024 ທີ່ຜ່ານມາ
ແຕ່ຢ່າງໃດກໍ່ຕາມ ລາຍຮັບສະເລ່ຍຂອງປະຊາຊົນໃນນະຄອນຫຼວງວຽງຈັນດັ່ງກ່າວນີ້ ກໍຖືວ່າເປັນອັດຕາທີ່ສູງທີ່ສຸດໃນລາວ ເນື່ອງຈາກວ່າ ລະດັບໃນການພັດທະນາເສດຖະກິດມີການແຕກຕ່າງກັນຫຼາຍ ເມື່ຶອທຽບໃສ່ແຂວງອື່ນໆ
ສະພາແຫ່ງຊາດລາວ ຈະຮັບຮອງເອົາລັດຖະທຳມະນູນສະບັບໃໝ່ ໃນປີ 2025 ເພື່ອເສີມສ້າງສະຖຽນລະພາບທາງການເມືອງໃຫ້ແຂງແກ່ນ ແຕ່ປະຊາຊົນຢາກໃຫ້ມີການ ຈັດຕັ້ງປະຕິບັດຕາມກົດໝາຍຢ່າງແທ້ຈິງ
ນັກທຸລະກິດໄທໃນລາວ ເປີດເຜີຍວ່າ ບັນດານັກທຸລະກິດການຄ້າ ແລະ ການລົງທຶນໃນລາວຍັງຄົງບໍ່ເຊື່ອໝັ້ນໃນສະຖຽນລະພາບຂອງຄ່າເງິນກີບ ຈຶ່ງໄດ້ພາກັນປ່ຽນການຖືຄອງຊັບສິນຈາກເງິນກີບໄປເປັນຄຳເພິ່ມຂຶ້ນນັບມື້
ໂຫລດຕື່ມອີກ