ລາວຍັງສືບຕໍ່ປະເຊີນກັບບັນຫາການຂາດດຸນການຄ້າກັບຕ່າງປະເທດໃນປີ 2024 ໃນຂະນະທີ່ການສົ່ງອອກໄຟຟ້າຫຼຸດລົງຫຼາຍກວ່າ 58% ເມື່ອທຽບໃສ່ປີ 2023 ຍ້ອນໄພແຫ້ງແລ້ງທີ່ເຮັດໃຫ້ເກີດການຂາດແຄນນ້ຳໃນການຜະລິດໄຟຟ້າ.
ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳແລະການຄ້າ ໄດ້ໃຫ້ການຢືນຢັນວ່າການຄ້າຕ່າງປະເທດຂອງລາວໃນຕະຫຼອດປີ 2024 ມີມູນຄ່າທັງໝົດ 16,350 ລ້ານໂດລາສະຫະລັດ ຊຶ່ງໃນນີ້ເປັນການສົ່ງອອກ 8,140 ລ້ານໂດລາ ແລະ ນໍາເຂົ້າ 8,210 ລ້ານໂດລາ ຈຶ່ງເຮັດໃຫ້ລາວຂາດດຸນການຄ້າໃນມູນຄ່າລວມພຽງແຕ່ 64 ລ້ານໂດລາເທົ່ານັ້ນ ແຕ່ຖ້າຫາກວ່າບໍ່ຄິດໄລ່ການສົ່ງອອກໄຟຟ້າໃນມູນຄ່າ 979 ລ້ານໂດລາສະຫະລັດ ເຂົ້າໃນມູນຄ່າການສົ່ງອອກທັງໝົດດັງກ່າວດ້ວຍນັ້ນ ກໍຍ້ອນວ່າລາຍຮັບຈາກການສົ່ງອອກໄຟຟ້າຈະຕ້ອງນຳໃຊ້ເພື່ອຊໍາລະໜີ້ຕ່າງປະເທດເປັນດ້ານຫລັກ ຈຶ່ງເຮັດໃຫ້ລາວຂາດດຸນການຊໍາລະບັນຊີເງິນຕາຕ່າງປະເທດຫຼາຍກວ່າ 1,043 ລ້ານໂດລາ ໃນປີ 2024 ທັ້ງຍັງປະກົດວ່າການສົ່ງອອກໄຟຟ້າໄດ້ຫຼຸດລົງຫຼາຍກວ່າ 58% ແລະຕ້ອງນໍາເຂົ້າໄຟຟ້າຈາກປະເທດໄທ ຄິດເປັນມູນຄ່າລວມ 89 ລ້ານໂດລາອີກດ້ວຍ ເພາະໄພແຫ້ງແລ້ງເຮັດໃຫ້ຂາດແຄນນໍ້າໃຊ້ໃນການຜະລິດໄຟຟ້ານັ່ນເອງ ດັ່ງເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຢືນຢັນວ່າ "ສະພາບການຂອງອາກາດບ້ານເຮົານີ້ເນາະ ຜ່ານມານີ້ບໍ່ເຄີຍເກີນ 40 ອົງສາຈັກເທື່ອເນາະ ຖືວ່າປີຜ່ານໆມາ ເຮົາກະ 38-39 ປີນີ້ 43-44 ບາງຈຸດເນາະ ຈັ່ງຊັ້ນ ກໍເຮັດໃຫ້ການຊົມໃຊ້ໄຟຟ້ານີ້ເພີ່ມຂຶ້ນ ກໍເພາະວ່າອາກາດຮ້ອນ ກໍຕ້ອງການປັບອຸນຫະພູມຢູ່ໃນບັນດາຫ້ອງການ ສຳນັກງານ ບ້ານເຮືອນຕ່າງໆ ກໍເພີ່ມເຄື່ອງທຳຄວາມເຢັນ ຫຼືວ່າພັດລົມ ເຮັດໃຫ້ການຊົມໃຊ້ໄຟຟ້າເພີ່ມຂຶ້ນ 27% ຊຶ່ງວ່າສະຖິຕິນີ້ບໍ່ເຄີຍມີມາກ່ອນໃນວຽກການໄຟຟ້າລາວ ຈັ່ງຊັ້ນ ການເພີ່ມຂຶ້ນຢ່າງໄວວາຢ່າງກ້າວກະໂດດນີ້ ກະເຮັດໃຫ້ການສະຫນອງໄຟຟ້າຂອງເຮົາບາງຈຸດມັນບໍ່ພຽງພໍ.”
ທັ້ງນີ້ໂດຍສິນຄ້ານໍາເຂົ້າທີ່ເຮັດໃຫ້ລາວຂາດດຸນຫຼາຍທີ່ສຸດ ກໍຄື ນໍ້າມັນ, ຍານພາຫະນະ, ເຄື່ອງຈັກ ແລະ ສິນຄ້າອຸປະໂພກ-ບໍລິໂພກ ຊຶ່ງໄດ້ສົ່ງຜົນກະທົບເຮັດໃຫ້ເກີດບັນຫາອັດຕາເງິນເຟີ້ສູງ ແລະເງິນກີບອ່ອນຄ່າ ທັ້ງຍັງເຮັດໃຫ້ນັກທຸລະກິດຊາວຕ່າງປະເທດ ບໍ່ເຊື່ອຫມັ້ນໃນຄ່າເງິນກີບ ຈຶ່ງຍັງຄົງບໍ່ພາກັນເຂົ້າມາລົງທຶນໃນລາວ ສ່ວນການຈັດຕັ້ງປະຕິບັດມາດຕະການແຊກແຊງລາຄາສິນຄ້າອຸປະໂພກບໍລິໂພກໂດຍທາງການລາວໃນໄລຍະຜ່ານມາ ກໍຍັງຈັດຕັ້ງປະຕິບັດໄດ້ຢ່າງຈໍາກັດ ເພາະວ່າລັດຖະບານລາວຂາດງົບປະມານສຳລັບນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດຕົວຈິງດ້ວຍແລ້ວ ຈຶ່ງເຮັດໃຫ້ປະຊາຊົນລາວຍັງຕ້ອງປະເຊີນກັບບັນຫາຄ່າຄອງຊີບສູງດ້ວຍຕົວເອງເລື່ອຍມາ ດັ່ງທີ່ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າ ຢືນຢັນວ່າ “ໃນໄລຍະຜ່ານມານີ້ ພວກເຮົາກະເຮັດໄດ້ຂ້ອນຂ້າງນ້ອຍຫຼາຍເນາະ ເຫດຜົນທີ່ເຮັດໄດ້ນ້ອຍ ອັນທີ່ 1 ກໍແມ່ນເລື່ອງທຶນບໍ່ພຽງພໍ ແຕ່ພ້ອມກັນນັ້ນ ເຖິງມີທຶນນີ້ ແຕ່ກໍບໍ່ທັນແນ່ເດ້ ວ່າການແຊກແຊງດັ່ງກ່າວນີ້ ມັນຈະນໍາເອົາຜົນປະໂຫຍດໄປສູ່ປະຊາຊົນ, ອັນນີ້ ພວກເຮົາກໍຕ້ອງມີການຄົ້ນຄວ້າລົງເລິກທີ່ສະເພາະຫນ້ອຍຫນຶ່ງ ທີ່ຜ່ານມານີ້ພວກເຮົາໄດ້ຄົ້ນຄວ້າແລະປຶກສາຫາລືຫຼາຍດ້ານ ແຕ່ວ່າເລື່ອງການແຊກແຊງນີ້ສຸດທ້າຍກໍກັບໄປ-ກັບມາ ຄືຕົວຢ່າງເລື່ອງຂອງຄັງແຮເຂົ້າ ດຽວນີ້ກໍຍັງບໍ່ທັນໄປທັນມາພວກເຮົາມາປະເມີນຄືນການປະຕິບັດທີ່ຜ່ານມາລະແມ່ນລົ້ມແຫລວຫັ່ນແຫລະ ມີຫນີ້ຄ້າງຢູ່ທະນາຄານນີ້ແມ່ນມະຫາສານ ຍັງບໍ່ສາມາດແກ້ໄຂໄດ້."
ສ່ວນເຈົ້າໜ້າທີ່ຂັ້ນສຸງໃນກະຊວງການຄ້າຂອງໄທ ເປີດເຜີຍວ່າການຄ້າລະຫວ່າງໄທກັບລາວ ໃນໄລຍະ 11 ເດືອນທີ່ຜ່ານມາຂອງປີ 2024 ມີມູນຄ່າທັງໝົດ 737,857 ລ້ານບາດ ເພີ່ມຂຶ້ນ 9.39% ທຽບໃສ່ໄລຍະດຽວກັນຂອງປີ 2023 ໃນນີ້ ເປັນການສົ່ງສິນຄ້າຈາກລາວໄປໄທໃນມູນຄ່າ 351,564 ລ້ານບາດ ແລະ ລາວກໍໄດ້ນຳເຂົ້າສິນຄ້າຈາກໄທ 386,293 ລ້ານບາດ ຊິ່ງເຮັດໃຫ້ລາວຂາດດຸນການຄ້າຕໍ່ໄທ ຄິດເປັນມູນຄ່າລວມຖືງ 34,729 ລ້ານບາດ.
ຟໍຣັມສະແດງຄວາມຄິດເຫັນ