ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໕ ກຸມພາ ໒໐໒໕

ອຸດສາຫະກຳການຂຸດຄົ້ນແຮ່ທາດສ່ວນໃຫຍ່ ສົ່ງຜົນກະທົບທາງລົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ຫລາຍຂຶ້ນນັບມື້


ບໍ່ຄຳ ທີ່ເຊໂປນ, ແຂວງສະຫວັນນະເຂດ
ບໍ່ຄຳ ທີ່ເຊໂປນ, ແຂວງສະຫວັນນະເຂດ

ອຸດສາຫະກຳການຂຸດຄົ້ນແຮ່ທາດສ່ວນໃຫຍ່ ໄດ້ສົ່ງຜົນກະທົບທາງລົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ຫລາຍຂຶ້ນນັບມື້ ເພາະວ່າ ຜູ້ໄດ້ຮັບສໍາປະທານບໍ່ປະຕິບັດຕາມສັນຍາການລົງທຶນ.

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ຖະແຫລງວ່າ ການດຳເນິນການກວດກາສໍາປະທານຂຸດຄົ້ນແຮ່ທາດ 1,205 ໂຄງການໃນທົ່ວປະເທດ ພົບວ່າ ໂຄງການສ່ວນໃຫຍ່ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ຫຼາຍຂຶ້ນນັບມື້ ໂດຍສະເພາະຜົນກະທົບດ້ານສິ່ງແວດລ້ອມທໍາມະຊາດນັ້ນ ໄດ້ສ້າງຄວາມກັງວົນໃຈໃຫ້ກັບປະຊາຊົນຫຼາຍທີ່ສຸດໃນເວລານີ້. ເພາະວ່າ ໄດ້ດຳເນີນການຂຸດຄົ້ນແຮ່ທາດຢ່າງຊະຊາຍ ແລະ ບໍ່ໄດ້ປະຕິບັດຕາມສັນຍາສຳປະທານແຕ່ຢ່າງໃດ ຈຶ່ງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ຢ່າງກວ້າງຂວາງໃນປັດຈຸບັນນີ້ ດັ່ງທີ່ທ່ານ ໂພໄຊ ໄດ້ຖະແຫຼງຍອມຮັບວ່າ “ບັນດາໂຄງການກ່ຽວກັບເລື້ອງບໍ່ແຮ່ ທີ່​ມີ​ພັນທະ​ຕໍ່​ປະຊາຊົນ​ໃນ​ການ​ປັບປຸງປັວແປງຫຼືວ່າ ເງື່ອນໄຂອື່ນໆ ​ທີ່ເຮັດໃຫ້ປະຊາຊົນທີ່ດີຂຶ້ນ ໃນ​ໄລຍະທີ່​ຜ່ານ​ມາ ກໍມີ​ໂຄງການຫຼາຍ​ໂຄງການໆຫນຶ່ງບໍ່ຕໍ່າກວ່າ 30 ປີ ແຕ່ເງື່ອນໄຂການພັດທະນາປະຊາຊົນຍັງຄືເກົ່າ ບາງໂຄງການ 30 ປີ, ຫົນທາງປະຊາຊົນກໍຍັງບໍ່ທັນໄດ້, ອັນນີ້ ກໍເປັນບັນຫາຫນຶ່ງທີ່ຕ້ອງໄດ້ຊ່ວຍກັນ ການສົ່ງເສີມກະສິກຳກະບໍ່ຄົບ ການ​ພັດ​ທະ​ນາ​ໃນ​ຂົງເຂດ​ແຮງ​ງານ​ກໍ​ບໍ່​ທັນ​ໄດ້​ເກີດ​ ອັນນີ້​ ກໍຕ້ອງໄດ້ລົງ​ເລິກກັນຕື່ມ ​ໃນ​ຂະແຫນງການ​ທີ່​ກ່ຽວ​ຂ້ອງ.”

ທັ້ງນີ້ໂດຍໂຄງການຫນຶ່ງທີ່ສ້າງຄວາມກັງວົນໃຈໃຫ້ແກ່ປະຊາຊົນລາວ ຫລາຍທີ່ສຸດໃນເວລານີ້ ກໍຄື ໂຄງການຂຸດຄົ້ນເກືອກາລີ ໃນເຂດເມືອງປາກງື່ມ ນະຄອນຫຼວງວຽງຈັນ ເຊິ່ງໄດ້ເຈາະເລິກລົງໄປຈາກໜ້າດິນເຖິງ 600 ກວ່າແມັດ ໃນຂະນະ​ທີ່​ບໍ່​ແຮ່ດັ່ງກ່າວ ​ຕັ້ງ​ຢູ່​ລະຫວ່າງ​ນ້ຳ​ງື່ມ​ກັບ​ນ້ຳຂອງ ຈຶ່ງມີຄວາມສ່ຽງສູງທີ່ຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດໃນແມ່ນ້ຳທັ້ງສອງ ດັ່ງເຈົ້າ​ໜ້າ​ທີ່ຂັ້ນສູງໃນຄະນະ​ກວດກາຂອງສະພາ​ປະຊາຊົນ ນະຄອນຫລວງວຽງຈັນ ​ໄດ້ໃຫ້ການ​ຢືນ​ຢັນວ່າ “ຜ່ານ​ການ​ຕິດ​ຕາມກວດກາ ໂດຍສະເພາະຍູ່ໃນທ້ອງຖິ່ນທີ່ໄດ້ມີການຂຸດຄົ້ນແຮ່ທາດໂດຍສະເພາະແມ່ນເກືອກາລີ ຢູ່ເຂດເມືອງປາກງື່ມ ອັນນີ້ ໄປເຫັນແລ້ວ ກໍໜ້າຫົດຫູ່ໃຈຫຼາຍ. ໂດຍ​ສະ​ເພາະ​ແມ່ນ​ຮູ​ເຈາະທີ່ຂຸດ​ລົງໄປ​ໃນພື້ນ​ດິນ​ກວ່າ 600 ແມັດຫັ່ນ​ ລອງຄືດເບິ່ງວ່າ ​ມັນສິ​ເປັນ​ແນວ​ໃດ​? ພື້ນ​ດິນ​ສິເປັນແນວໃດ​? ແລ້ວບາດນີ້ ບ້ານທີ່ຂຸດຫັ່ນ ກະແມ່ນຕັ້ງຢູ່ແຄມນ້ຳງື່ມ ກັບ ນ້ຳຂອງ ອັນນີ້ ແມ່ນພວກເຮາເປັນຫ່ວງຫລາຍ ​ໂດຍ​ສະ​ເພາະ​ແມ່ນ​ຜົນ​ກະທົບ​ທີ່​ຈະ​ຕາມມາ​ໃນ​ 10 ປີ 20 ປີໃນລຸ້ນລູກລຸ້ນ​ຫຼານ​ຂອງ​ພວກ​ເຮົາ.”

ພ້ອມກັນນີ້ ການກວດກາດັ່ງກ່າວ ກະຍັງພົບດ້ວຍວ່າ ມີບັນຫາໃນ 8 ດ້ານດ້ວຍກັນທີ່ເປັນອຸປະສັກຕໍ່ການພັດທະນາອຸດສາຫະກຳຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດຍູ່ໃນລາວ ຄືການກຳນົດບົດບາດໃນການຄຸ້ມຄອງບໍ່ຊັດເຈນ ການບັງຄັບໃຊ້ກົດໝາຍບໍ່ເຄັ່ງຄັດ ການເກັບລາຍຮັບບໍ່ມີຄວາມເປັນເອກະພາບ ລັດຖະບານຂາດງົບປະມານສຳລັບການສຳລວດແຮ່ທາດ ການບໍລິຫານບໍ່ລວມສູນ ການອະນຸຢາດໃຫ້ສໍາປະທານແມ່ນບໍ່ໂປ່ງໃສ ຊຸມຊົນບໍ່ໄດ້ຮັບຜົນປະໂຫຍດ ແລະ ຂາດມາດຕະການປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ຈຶ່ງໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ຫຼາຍຂື້ນນັບມື້. ໃນຂະນະທີ່ການຜະລິດໃນອຸດສາຫະກໍາການຂຸດຄົ້ນແຮ່ທາດຂອງລາວ ມີມູນຄ່າລົວມຫຼາຍກວ່າ 35,000 ຕື້ກີບ ໃນປີ 2024 ຜ່ານມາ ແຕ່ວ່າກໍບໍ່ໄດ້ຍັງຜົນປະໂຫຍດຕໍ່ປະຊາຊົນລາວໃນວົງກວ້າງແຕ່ຢ່າງໃດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG