ທາງການຕຳຫລວດລາວ ໄດ້ຈັບຄົນລາວ ແລະ ຊາວຕ່າງຊາດ 15,970 ຄົນ ທີ່ເປັນລູກຈ້າງ ແລະ ສະມາຊິກ ຂອງກຸ່ມ ແກັ່ງ ອາຊະຍາກຳ Call Center ຂອງຈີນ ທີ່ລົງທຶນຍູ່ໃນເຂດເສຖກິດພິເສດສາມຫລ່ຽມຄຳໃນລາວ.
ເຈົ້າໜ້າທີ່ປາບປາມອາຊະຍາກຳຂ້າມຊາດໃນລາວ ເປີດເຜີຍວ່າ ການຮ່ວມມືໃນການປາບປາມອາຊະຍາກຳທາງເທັກໂນໂລຈີ (Cyber Crime) ລະຫວ່າງລາວ-ຈີນ-ມຽນມາ ແລະໄທ ໃນໄລຍະ 2 ປີຜ່ານມາ ສາມາດຈັບກຸມ ແລະ ສົ່ງມອບຕົວຜູ້ຕ້ອງຫາສັນຊາດຈີນ 67,000 ກວ່າຄົນ ໃຫ້ກັບທາງການຕຳຫຼວດຈີນ ຊຶ່ງໃນນີ້ລວມຜູ້ຕ້ອງຫາ 15,970 ຄົນ ທີ່ຖືກຈັບຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳທີ່ເມືອງຕົ້ນເຜິ້ງໃນແຂວງບໍ່ແກ້ວດ້ວຍ ໂດຍທັງໝົດເປັນສະມາຊິກ ໃນເຄືອຂ່າຍດຽວກັນທີ່ເຊື່ອມໂຢງກັບແກັ່ງອາຊະຍາກອນຈີນ ທີ່ສໍ້ໂກງຄົນຈີນແລະຄົນຕ່າງປະເທດ ໂດຍໃຊ້ລະບົບອິນເຕີເນັດ ຫຼື Call Center ແລະຍັງລີ້ຊ່ອນຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ ໃນປັດຈຸບັນນີ້. ສະນັ້ນ ຕຳຫຼວດລາວພ້ອມກັບຈີນ ແລະ ຫວຽດນາມ ຈຶ່ງສືບຕໍ່ຮ່ວມມືກັນຢ່າງໃກ້ຊິດໃນການປາບປາມກຸ່ມແກັ່ງ Call Center ຈົນເຖິງປັດຈຸບັນນີ້ ຊຶ່ງເຮັດໃຫ້ສາມາດປາບປາມມີປະສິດທິພາບຫຼາຍຂຶ້ນ ດັ່ງເຈົ້າໜ້າທີ່ລາວ ໄດ້ໃຫ້ການຢືນຢັນກ່ຽວກັບຜົນຂອງການປາບປາມກຸ່ມແກັ່ງ Call Center ໃນເຂດເສດຖະກິດພິເສດສາມຫລ່ຽມຄຳ ໃນປີ 2024 ທີ່ຜ່ານມາ ວ່າ
"ພວກເຮົາກະໄດ້ມ້າງບັນດາອາຊະຍາກໍາຕ່າງໆໄດ້ດີພໍສົມຄວນ ໃນນັ້ນ ພວກເຮົາກະໄດ້ມ້າງບັນດາກຸ່ມແກັ່ງ Call Center ຫຼືວ່າ ສໍ້ໂກງຊັບທາງໂທລະຄົມ ຊຶ່ງໜຶ່ງປີຜ່ານມາພວກເຮົາກໍໄດ້ເອົາໃຈໃສ່ສຸມໃສ່ມ້າງກຸ່ມແກັ່ງດັ່ງກ່າວນີ້ ໄດ້ 9 ຄັ້ງ ສາມາດຈັບກຸມຫຼືວ່າ ເລີກຮື້ ຫຼືມ້າງໄດ້ 267 ຫັວໜ່ວຍ, ໃນນັ້ນກໍມີຍູ່ 16 ສັນຊາດ, ໃນການມ້າງແຕ່ລະຄັ້ງນີ້ ພວກເຮົາກໍໄດ້ມີແຜນຮ່ວມກັບກົມໃຫຍ່ຕຳຫຼວດ ແລ້ວກະຕຳຫຼວດຝ່າຍ ສປ ຈີນ, ແລ້ວກະ ສສ. ຫວຽດນາມ.”
ໂດຍການກໍ່ອາຊະຍາກຳທາງອິນເຕີແນັດໃນເຂດລຸ່ມນ້ຳຂອງໄດ້ເພີ້ມລະດັບຄວາມຮຸນແຮງຫລາຍຂື້ນ ນັບແຕ່ປີ 2013 ເປັນຕົ້ນມາ ຊຶ່ງຖ້າຫາກວ່າບໍ່ມີການຮ່ວມມືລະຫວ່າງປະເທດ ເພື່ອດຳເນີນມາດຕະການປາບປາມຢ່າງຈິງຈັງ. ໂດຍສະເພາະແມ່ນໃນເຂດຊາຍແດນໃນແມ່ນ້ຳຂອງ ລະຫວ່າງ ມຽນມາ-ລາວ-ໄທ ຫຼືວ່າເຂດສາມຫລ່ຽມຄຳ ກໍຍິ່ງຈະເຮັດໃຫ້ເປັນບັນຫາອາຊະຍາກຳທີ່ຮຸນແຮງຂຶ້ນນັບມື້ ເພາະເປັນອາຊະຍາກຳ ທີ່ມີສ່ວນພັວພັນໂດຍກົງກັບຂະບວນການຄ້າຢາເສບຕິດ ທີ່ມີເຄືອຂ່າຍຢ່າງກ້ວາງຂວາງ ຈຶ່ງສາມາດທີ່ຈະກໍ່ອາຊະຍາກຳໄດ້ ໃນທຸກຮູບແບບ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ກະຊວງປ້ອງກັນຄວາມສະຫງົບຂອງລາວ ໄດ້ຈັດທຳແຜນປະຕິບັດການປາບປາມອາຊະຍາກຳຂ້າມຊາດເຖິງ 7 ສະບັບ ຊຶ່ງໄດ້ຕົກລົງຮ່ວມມືກັບຕ່າງປະເທດ ໃນກຸ່ມອາຊຽນດ້ວຍກັນຢ່າງເປັນທາງການ ເມື່ອທ້າຍປີ 2024 ທີ່ຜ່ານມາ ດັ່ງທີ່ ພັນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຂອງລາວ ໄດ້ຖະແຫລງຢືນຢັນ ວ່າ
“ຢາກໃຫ້ເຄື່ອນໄຫວແຮງທີ່ສຸດ ວຽກງານຄຸ້ມຄອງຄົນເຂົ້າ-ອອກເມືອງນີ້ ຄຸ້ມຄອງສຳມະໂນຄົວນີ້ ຕ້ານການຄ້າມະນຸດ ສືບສວນ-ສອບສວນ ແກ້ໄຂຄະດີຕ່າງໆ ໃຫ້ເຂົ້າສູ່ນິຕິກຳ ແລະກົດໝາຍ. ນັບທັງນັກທຸລະກິດ ນັບທັງນັກທ່ອງທ່ຽວ ນັບທັງແຮງງານ ເຮັດໃຫ້ມັນຮັດກຸມ ລວມທັງທີ່ຢູ່ສາມຫລ່ຽມຄໍາ ລວມທັງຢູ່ທີ່ເຂດພິເສດ ແກ້ໃຫ້ຕົກບັນຫາຄົນຕ່າງດ້າວທີ່ມາລີ້ຊ່ອນຢູ່ພາຍໃນ ທີ່ຕັ້ງເປັນກຸ່ມແກັ່ງເປັນອາຊະຍາກຳ ໃນຮູບແບບຕ່າງໆ ຂຶ້ນສະຖິຕິຄຸ້ມຄອງແຮງງານຕ່າງດ້າວຢູ່ບັນດາໂຄງການຕ່າງໆ.”
ກ່ອນໜ້ານີ້, ທ່ານຊູວິດ ກະມົນວິສິດ ອະດີດສະມາຊິກສະພາສູງໄທ ໄດ້ໃຫ້ການຢືນຢັນວ່າຄາສິໂນ King Roman ຍັງຮັບຕ້ອນນັກຫຼິ້ນການພະນັນຊົນຊາດຫວ້າ ຈາກເຂດປົກຄອງຕົນເອງ ໃນພາກເຫນືອຂອງລັດສານໃນມຽນມາ ແລະເປັນທີ່ຮູ້ກັນຢູ່ພາຍໃນວ່າ ສິ່ງທີ່ນັກພະນັນຊາວຫວ້ານຳເອາໄປແລກເປັນທຶນໃນການພະນັນກະແມ່ນຢາບ້າ ແລະຢາໄອສ໌ ເພາະສະນັ້ນ ຈຶ່ງເປັນໄປບໍ່ໄດ້ທີ່ທ່ານ Zhao Wei ຜູ້ລົງທຶນເພື່ອພັດທະນາເຂດເສດຖະກິດພິເສດສາມຫລ່ຽມຄຳ ໃນລາວ ຈະບໍ່ມີສ່ວນຮ່ວມກັບມັນນັ້ນເອງ.

ຟໍຣັມສະແດງຄວາມຄິດເຫັນ