ເຍົາວະຊົນລາວ ຫຼາຍກວ່າ 73,000 ຄົນ ໄດ້ປະລະການຮຽນ ເພື່ອໄປເຮັດວຽກໂດຍຜິດກົດໝາຍຢູ່ໄທ ຍ້ອນວ່າ ຄ່າຄອງຊີບໃນລາວ ທີ່ສືບຕໍ່ສູງຂຶ້ນເຮັດໃຫ້ພໍ່ແມ່ບໍ່ມີເງິນທຶນສະໜັບສະໜູນການສຶກສາຂອງລູກ.
ເຈົ້າໜ້າທີ່ຂັ້ນສູງໃນກະຊວງສຶກສາທິການແລະກິລາ ເປີດເຜີຍວ່າການເກັບກໍາຂໍ້ມູນສະພາບການທາງດ້ານການສຶກສາໃນທົ່ວປະເທດ ນັບຈາກເດືອນກັນຍາ 2024 ເປັນຕົ້ນມາ ຈົນເຖິງປັດຈຸບັນນີ້ ພົບວ່າ ມີນັກຮຽນ-ນັກສຶກສາໄດ້ປະລະການຮຽນໄປແລ້ວຫຼາຍກວ່າ 73,000 ຄົນ ຊຶ່ງເປັນຍ້ອນວິກິດການເສດຖະກິດ-ການເງິນທີ່ເຮັດໃຫ້ພໍ່ແມ່ຜູ້ປົກຄອງຂອງນັກຮຽນບໍ່ສາມາດສົ່ງເສຍລູກຫລານຂອງພວກເຂົາເຈົ້າໃຫ້ໄປຮຽນໜັງສືໄດ້ຕາມປົກກະຕິ ຈຶ່ງຕ້ອງປະລະຈາກການຮຽນ ເພື່ອຊ່ວຍແບ່ງເບົາພາລະຄ່າໃຊ້ຈ່າຍຂອງຄອບຄົວ ໂດຍສະພາບການດັ່ງກ່າວ ຍັງມີທ່າອຽງຈະເພີ່ມຂຶ້ນ ຖ້າຫາກວ່າ ລັດຖະບານຍັງບໍ່ສາມາດແກ້ໄຂວິກິດການທາງເສດຖະກິດການເງິນໄດ້ຢ່າງແທ້ຈິງ.
ໂດຍເຖິງແມ່ນວ່າ ອັດຕາເງິນເຟີ້ໃນລາວ ຈະປັບຕັວຫລຸດລົງສູ່ລະດັບທີ່ຕໍ່າກວ່າ 20% ນັບຈາກເດືອນພະຈິກ 2024 ເປັນຕົ້ນມາແລ້ວກໍຕາມ. ຫາກແຕ່ວ່າ ດັດຊະນີລາຄາການຊົມໃຊ້ຍັງສູງເກີນກວ່າ 246% ໃນໄລຍະດຽວກັນ, ຈຶ່ງເຮັດໃຫ້ການປັບອັດຕາຄ່າຈ້າງແຮງງານຂັ້ນຕ່ຳຂຶ້ນເປັນ 2.5 ລ້ານກີບຕໍ່ເດືອນນັ້ນ ກໍຍັງບໍ່ພຽງພໍສຳລັບຄ່າຄອງຊີບຕົວຈິງທີ່ບໍ່ຕ່ຳກວ່າ 3.2 ລ້ານກີບຕໍ່ຄົນຕໍ່ເດືອນ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຮງງານລາວ ຍັງສືບຕໍ່ເດີນທາງໄປລັກລອບເຮັດວຽກຢູ່ໄທ ດັ່ງທີ່ທ່ານນາງ ໃບຄຳ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ໄດ້ຖະແຫຼງຍອມຮັບວ່າ "ມາຮອດປັດຈຸບັນນີ້ເນ້າະ ມີແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ທັງໄປຖືກຕ້ອງ ແລະໄປບໍ່ຖືກຕ້ອງນີ້ 224,376 ຄົນ ຢູ່ໃນນີ້ເນ້າະ ແຮງງານທີ່ໄປບໍ່ຖືກຕ້ອງນີ້ ແມ່ນ 73,000 ຄົນ, ອັນນີ້ແມ່ນຕົວເລກໃໝ່ຕາມການຂຶ້ນທະບຽນຂອງກະຊວງແຮງງານໄທ ແລະ ຕົວເລກຄືດັ່ງກ່າວເນ້າະ ພວກເຮົາເຫັນໄດ້ວ່າ ແຮງງານເຮົາທີ່ໄປບໍ່ຖືກຕ້ອງນີ້ມີທ່າອຽງກັບຄືນມາຫລາຍ ແລະຈຳນວນຫນຶ່ງເຂົາເຈົ້າກະໄດ້ກັບຄືນມາ ແລ້ວກໍໄປຕາມ MOU ແລະຈຳນວນຫນຶ່ງເນ້າະ ກະໄດ້ຫັນໄປເລືອກທາງໃໝ່ທີ່ດີກວ່າ.”
ຍິ່ງໄປກວ່ານັ້ນ ການທີ່ແຮງງານລາວສ່ວນໃຫຍ່ໄດ້ພາກັນເດີນທາງໄປເຮັດວຽກຢູ່ຕ່າງປະເທດ ໂດຍສະເພາະແມ່ນຢູ່ປະເທດໄທນັ້ນ ຍັງເຮັດໃຫ້ພາກທຸລະກິດ ແລະພາກການຜະລິດສິນຄ້າຕ່າງໆໃນລາວ ຕ້ອງປະເຊີນກັບບັນຫາການຂາດແຄນແຮງງານຢ່າງໜັກໜ່ວງອີກດ້ວຍ ຊຶ່ງເຮັດໃຫ້ລັດຖະບານລາວ ຈະຕ້ອງຫາມາດຕະການແກ້ໄຂຢ່າງຮີບດ່ວນ ໂດຍມາດຕະການໜຶ່ງທີ່ລັດຖະບານລາວຈະຈັດຕັ້ງປະຕິບັດ ກໍຄືການສົ່ງເສິມຊາວໜຸ່ມລາວ ທີ່ບໍ່ຕ້ອງການຮຽນຕໍ່ໃນລະດັບມະຫາວິທະຍາໄລ ຫຼືວ່າ ວິຊາຊີບຊັ້ນສູງນັ້ນ ໃຫ້ເຂົ້າສູ່ຕະຫຼາດແຮງງານໃຫ້ໄວຂຶ້ນ ດັ່ງທີ່ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຖະແຫຼງຍືນຍັນວ່າ “ການແກ້ໄຂບັນຫາຂາດແຄນແຮງງານ ລັດຖະບານຈະຮີບຮ້ອນປັບປຸງ ແລະທົບທວນຄືນບັນດານະໂຍບາຍດ້ານການສ້າງສີມືແຮງງານ ຂະຫຍາຍໂຮງຮຽນສາມັນວິຊາຊີບໃຫ້ຫຼາຍຂຶ້ນກວ່າເກົ່າເພື່ອເຮັດໃຫ້ນັກຮຽນທີ່ຮຽນຈົບສາຍສາມັນວິຊາຊີບແລ້ວ ບໍ່ມີຈຸດປະສົງທີ່ຈະຮຽນຕໍ່ໃນສາຍວິຊາຊີບ ຫຼືວ່າມະຫາວິທະຍາໄລ ກະສາມາດເຂົ້າເຮັດວຽກໄດ້ເລີຍ ປັບປຸງນະໂຍບາຍ ຊຸກຍູ້ສົ່ງເສິມໃຫ້ຜູ້ປະກອບການມີສ່ວນຮ່ວມໃນການສ້າງສີມືແຮງງານ ໂດຍສະເພາະນະໂຍບາຍດ້ານອາກອນ ນະໂຍບາຍການເຂົ້າເຖິງແຫຼ່ງທຶນ ຫຼື ນະໂຍບາຍທາງດ້ານຄ່າເຊົ່າສໍາປະທານທີ່ດິນ ສຳລັບຜູ້ປະກອບການທີ່ໄດ້ສົ່ງເສິມ ແລະສ້າງສີມືແຮງງານໃຫ້ໄດ້ຫຼາຍ.”
ໂດຍເຄືອຂ່າຍອົງການຄຸ້ມຄອງແຮງງານໃນອາຊຽນໄດ້ປະເມີນວ່າ ໃນປັດຈຸບັນນີ້ ມີແຮງງານລາວເຮັດວຽກຢູ່ໄທຫຼາຍກວ່າ 1 ລ້ານຄົນ ໃນຂະນະທີ່ ກະຊວງແຮງງານໄທ ລາຍງານວ່າ ໄດ້ອະນຸຍາດໃຫ້ແຮງງານລາວ ເຮັດວຽກຢ່າງຖືກຕ້ອງຕາມກົດໝາຍໃນໄທ ຈຳນວນ 286,457 ຄົນ ໝາຍຄວາມວ່າ ມີແຮງງານລາວຫຼາຍກວ່າ 7 ແສນຄົນ ທີ່ເຮັດວຽກໂດຍຜິດກົດໝາຍຢູ່ໃນໄທ ນັ່ນເອງ.
ຟໍຣັມສະແດງຄວາມຄິດເຫັນ