ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໕ ກຸມພາ ໒໐໒໕

ລັດຖະບານລາວ ວາງແຜນຈະອອກໃບຕາດິນໃຫ້ແກ່ປະຊາຊົນ 500,000 ຄອບຄົວ ໃນທົ່ວປະເທດ ໃນປີ 2025


ສະພາແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ ສປປ ລາວ
ສະພາແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ ສປປ ລາວ

ທ່ານນາງ ບຸນຄຳ ວໍລະຈິດ, ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຖະແຫລງຢືນຢັນວ່າ ມີປະຊາຊົນຫຼາຍກວ່າ 680,000 ຄອບຄົວ ທີ່ຄອບຄອງທີ່ດິນປ່າສະຫງວນແຫ່ງຊາດໃນເຂດ 610 ບ້ານ ໃນພື້ນທີ່ 32 ເມືອງ ຊຶ່ງເຮັດໃຫ້ບໍ່ສາມາດອອກໃບຕາດິນໃຫ້ກັບປະຊາຊົນລາວໄດ້ເລີຍ ແຕ່ວ່າ ກໍ່ເປັນການຍາກທີ່ຈະຍົກຍ້າຍປະຊາຊົນລາວເຫຼົ່ານີ້ ອອກຈາກເຂດປ່າດັ່ງກ່າວ ເພາະວ່າ ລັດຖະບານລາວບໍ່ມີງົບປະມານທີ່ຈະຈັດຫາທີ່ດິນທຳກິນ ແລະ ທີ່ຢູ່ອາໄສໃໝ່ເພື່ອຮອງຮັບພວກເຂົາເຈົ້າ ດັ່ງນັ້ນ ຈຶ່ງເຮັດໃຫ້ລັດຖະບານລາວ ຕ້ອງຊອກຫາວິທີແກ້ໄຂບັນຫາດ້ວຍຕົນເອງເປັນດ້ານຫລັກ ກໍຄືການອອກໃບຕາດິນໃຫ້ກັບປະຊາຊົນທີ່ໄດ້ອາໄສຢູ່ບໍລິເວນດັ່ງກ່າວມາເປັນເວລາ 20 ກວ່າປີ ແລະພື້ນທີ່ທີ່ຢູ່ອາໄສໄດ້ກາຍເປັນບ້ານຫຼືເມືອງ ຫຼືວ່າ ​ບໍ່ເຫຼືອ​ສະພາບ​ປ່າ​ໄມ້​ອີກແລ້ວນັ້ນ ແຕ່ການຈັດຕັ້ງປະຕິບັດຕັວຈິງນັ້ນ ກໍບໍ່ແມ່ນເລື່ອງງ່າຍ ເພາະວ່າຈະຕ້ອງໄດ້ຮັບການຮ່ວມມືຈາກຫລາຍພາກສ່ວນທີ່ມີຄວາມພ້ອມໃນທຸກໆດ້ານອີກດ້ວຍ ດັ່ງ​ທີ່​ ທ່ານ​ນາງບຸນ​ຄຳ ໄດ້ຖະແຫລງຢືນ​ຢັນວ່າ

“ໃນຂໍ້ມູນສຳມະໂນຕອນດິນຈໍານວນ 680,000 ຕອນ ແມ່ນນອນຢູ່ໃນດິນ 3 ປະເພດປ່າ ຕ້ອງໄດ້ມີການສຳຫລວດຈັດ​ສັນ​ກ່ອນ ແລະ​ຈຳແນກປະເພດເປັນໃບຢັ້ງຢືນການ​ນໍາ​ໃຊ້​ທີ່​ດິນ ແລະ​ໃບຕາ​ດິນ​ ການຈັດສັນທີ່ດິນຂັ້ນເມືອງ ແລະຂັ້ນບ້ານ ຍັງບໍ່ທັນໄດ້ສຳເລັດ ບໍ່ທັນກໍານົດເຂດສະຫງວນ ຊຶ່ງເຮັດໃຫ້ຂະບວນການອອກໃບຕາດິນ ຕ້ອງລໍຖ້າໃຫ້ພະນັກງານຂອງຂະແຫນງໂຍທາທິການແລະຂົນສົ່ງເຂົ້າຮ່ວມໃນການກໍານົດເຂດສະຫງວນ. ພະນັກງານຫ້ອງການຊັບພະຍາກອນທໍາມະຊາດ ແລະ​ສິ່ງ​ແວດ​ລ້ອມ​ຂັ້ນເມືອງ ​ຍັງຈຳກັດ​ທັງ​ດ້ານ​ປະລິມານ​ແລະ​ຄຸນ​ນະພາ​ບ.”

ຍິ່ງໄປກວ່ານັ້ນ ການໃຫ້ສໍາປະທານທີ່ດິນແກ່ບໍລິສັດເອກະຊົນລາວ ແລະ ຕ່າງຊາດໃນທົ່ວປະເທດ ທີ່ມີທັ້ງໝົດ 2,223 ໂຄງການນັ້ນ ຍັງໄດ້ເຮັດໃຫ້ເກີດຄວາມຂັດແຍ້ງກັນຢ່າງກວ້າງຂວາງກ່ຽວກັບສິດການເປັນເຈົ້າຂອງທີ່ດິນລະຫວ່າງປະຊາຊົນລາວ ກັບບໍລິສັດຕ່າງປະເທດດ້ວຍ ໂດຍສະເພາະບໍລິສັດຈາກຈີນ ທີ່ໄດ້ຮັບສຳປະທານທີ່ດິນໃນລາວຫລາຍທີ່ສຸດນັ້ນ ກໍຍັງຖືເປັນພາກສ່ວນທີ່ມີການຂັດແຍ່ງກັບປະຊາຊົນລາວຫລາຍທີ່ສຸດ ຍ້ອນວ່າ ປະຊາຊົນທີ່ຖືກເວນຄືນທີ່ດິນນັ້ນ ໄດ້ຮັບຄ່າຊົດເຊີຍທີ່ບໍ່ເປັນທຳທັ້ງຍັງສົ່ງຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມທຳມະຊາດຢ່າງກວ້າງຂວາງ ລວມທັງສໍາປະທານຈໍານວນຫລາຍໄດ້ກວມເອົາທີ່ດິນເປັນຂອງປະຊາຊົນລາວອີກດ້ວຍ ແຕ່ລັດຖະບານລາວ ກໍໄດ້ວາງແຜນການແລະເປົ້າໝາຍຈະອອກໃບຕາດິນໃຫ້ກັບປະຊາຊົນລາວໃຫ້ໄດ້ເຖິງ 500,000 ຕອນ ໃນປີ 2025 ນີ້ ດ້ວຍການນຳໃຊ້ເທັກນິກທັນສະໄຫມເຂົ້າໃນການຈັດຕັ້ງປະຕິບັດຕັວຈິງ ດັ່ງທີ່ ທ່ານສອນໄຊ ສິດພະໄຊ ໂຄສົກລັດຖະບານ​ລາວ ໄດ້ຖະແຫລງຢືນຢັນວ່າ

“ສືບ​ຕໍ່​ຈັດຕັ້ງປະຕິບັດ​ມະຕິ​ຕົກລົງວ່າດ້ວຍການ​ເພີ່ມ​ທະວີ​ການ​ຄຸ້ມຄອງ ​ແລະພັດທະນາ​ທີ່​ດິນ​ໃນ​ໄລຍະ​ໃໝ່ ​ໃຫ້​ປາກົດຜົນເປັນຈິງ​ຫລາຍຂຶ້ນ, ພ້ອມ​ທັງ​ກຳນົດ​ຄາດໝາຍ​ໃນການ​ອອກ​ໃບ​ຕາດິນໃຫ້ສອດຄ່ອງ ຈະແຈ້ງ ຊັດເຈນ ສາມາດປະຕິບັດໄດ້ຈິງ ໃຫ້ບັນດາຂະແຫນງການກວດກາ ແລະ ແບ່ງ​ຂັ້ນຄຸ້ມຄອງທີ່​ດິນ​ຂອງ​ຂະແໜງການ​ໃຫ້​ໄປຕາມທິດ 3 ສ້າງ ສົ່ງເສິມ ຊຸກຍູ້​ ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຂົ້າໃນ​ການ​ສຳ​ຫຼວດ​ຕອນດິນ​ເພື່ອ​ໃຫ້​ສາມາດປະຕິບັດອອກ​ໃບ​ຕາ​ດິນໃຫ້ມີຄວາມວ່ອງໄວຫລາຍຂຶ້ນ.”

ໂດຍອີງຕາມລາຍງານຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລະບຸວ່າ ທາງການລາວ ໄດ້ໃຫ້ສໍາປະທານທີ່ດິນເພື່ອການຜະລິດດ້ານກະສິກຳໄປແລ້ວ ຈຳນວນເຖິງ 2,223 ໂຄງການ ມີເນື້ອທີ່ທັງໝົດ 11 ລ້ານກວ່າເຮັກຕາ, ແຕ່ວ່າ ມີການນຳໃຊ້ທີ່ດິນຕົວຈິງກວ່າ 600,000 ເຮັກຕາ ຫລື 5% ເທົ່ານັ້ນ ຂອງພື້ນທີ່ສຳປະທານທັ້ງໝົດ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG