ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໐ ກຸມພາ ໒໐໒໕

ເຂດສາມຫລ່ຽມຄຳລະຫວ່າງ ມຽນມາ-ລາວ-ໄທ ໄດ້ກາຍ ເປັນສູນກາງຂອງແກັ່ງອາຊະຍາກຳທາງອິນເຕີເນັດ ແລະ ການຄ້າມະນຸດຂ້າມຊາດ


ພາບ​ນີ້​ສະ​ແດງ​ໃຫ້​ເຫັນ​ເຂດ​ເສດ​ຖະ​ກິດ ສາມ​ຫຼ່ຽມ​ຄຳ.
ພາບ​ນີ້​ສະ​ແດງ​ໃຫ້​ເຫັນ​ເຂດ​ເສດ​ຖະ​ກິດ ສາມ​ຫຼ່ຽມ​ຄຳ.

ເຂດສາມຫລ່ຽມຄຳລະຫວ່າງ ມຽນມາ-ລາວ-ໄທ ໄດ້ກາຍເປັນສູນກາງຂອງແກັ່ງອາຊະຍາກຳທາງອິນເຕີເນັດ ແລະມີການຄ້າມະນຸດຂ້າມຊາດທີ່ມີເຄືອຂ່າຍຢ່າງກວ້າງຂວາງ ແລະຂະຫນາດໃຫຍ່ທີ່ສຸດໃນໂລກ.

ທ່ານ ລັງສິມັນ ໂລມ ປະທານຄະນະກຳມະການຄວາມໝັ້ນຄົງແຫ່ງລັດ ສະພາຜູ້ແທນຣາຊະດອນໄທ ຖະແຫລງວ່າເຂດສາມຫລ່ຽມຄຳຫລື ເຂດຊາຍແດນລະຫວ່າງປະເທດ ມຽນມາ-ລາວ-ໄທ ໃນລຸ່ມແມ່ນ້ຳຂອງ ໄດ້ກາຍເປັນ ສູນກາງຂອງກຸ່ມ ແກັ່ງອາຊະຍາກອນຈາກຈີນ ທີ່ສໍ້ໂກງຊັບສິນຂອງປະຊາຊົນທົ່ວໄປ ດ້ວຍວິທີຫຼອກລວງຕ່າງໆຜ່ານທາງລະບົບອິນເຕີເນັດຫຼື Call Center ທັ້ງຍັງມີການຄ້າມະນຸດຂ້າມຊາດທີ່ມີເຄືອຂ່າຍຢ່າງກວ້າງຂວາງ ແລະ ຂະຫນາດໃຫຍ່ທີ່ສຸດໃນໂລກອີກດ້ວຍ. ໂດຍສາເຫດທີ່ເຮັດໃຫ້ເກີດສະພາບການດັ່ງກ່າວນີ້ ກໍຄືການສໍ້​ລາດ​ບັງຫຼວງຂອງບັນດາຂ້າລັດ​ຖະການແລະນັກການເມືອງທີ່ເຂົ້າໄປມີຜົນປະໂຫຍດຮ່ວມກັບແກັ່ງອາຊະຍາກອນຈີນ ຈຶງບໍ່ມີການປາບປາມຢ່າງຈິງຈັງ ​ດັ່ງທີ່ ທ່ານລັງສິມັນ ໄດ້ໃຫ້ການຍືນຍັນວ່າ “ຖ້າຈະແກ້ໄຂບັນຫາການຄ້າມະນຸດຢ່າງຈິງຈັງ ຂ້າພະເຈົ້າຄິດວ່າພວກເຮົາຕ້ອງເຮັດຫຼາຍຢ່າງ ບໍ່ວ່າຈະເປັນການຕັດນ້ຳ-ຕັດໄຟຟ້າ ບາງຈຸດໄດ້ຕັດແລ້ວ. ແຕ່ວ່າພວກເຮົາຕ້ອງປ້ອງກັນບໍ່ໃຫ້ນໍ້າມັນທີ່ໃຊ້ໃນເຄື່ອງປັ່ນໄຟສືບຕໍ່ຜະລິດກະແສໄຟຟ້າຕໍ່ໄປໄດ້ອີກ. ພວກເຮົາຕ້ອງສະກັດກັ້ນ ການກວດກາຊາຍແດນໃຫ້ຊາຍແດນມີຄວາມເຂັ້ມແຂງ. ການຈັດການກັບຂ້າ​ລັດ​ຖະການທີ່​ສໍ້​ລາດ​ບັງຫຼວງ ຂ້າພະເຈົ້າຄິດວ່າທຸກມື້ນີ້ທຸລະກິດສີເທາທີ່ເກີດຂຶ້ນຢູ່ຕາມຊາຍແດນນັ້ນ ສຸດທ້າຍມັນກ່ຽວພັນກັບຂ້າລັດ​ຖະການໄທ ກ່ຽວພັນກັບນັກການເມືອງໄທ ກ່ຽວພັນກັບແກັ່ງ Call Center ແລ້ວກໍຮວມທັງການຄ້າມະນຸດຊຶ່ງຕ້ອງເວົ້າວ່ານີ້ແມ່ນເຄືອຂ່າຍການຄ້າມະນຸດທີ່ໃຫຍ່ທີ່ສຸດໃນໂລກໃນມື້ນີ້."

ໂດຍການຮ່ວມມືໃນການປາບປາມອາດຊະຍາກຳທາງເທັກໂນໂລຈີໃນເຂດຊາຍແດນໃນແມ່ນ້ຳຂອງລະຫວ່າງຈີນ -ລາວ-ມຽນ​ມ​າ ແລະໄທ ຫຼືວ່າເຂດສາມຫລ່ຽມຄຳ ໃນຊ່ວງປີ 2023-2024 ທີ່ຜ່ານມາ ສາມາດຈັບກຸມ ແລະ ສົ່ງມອບຕົວຜູ້ຕ້ອງຫາສັນຊາດຈີນ 67,000 ກວ່າຄົນໃຫ້ກັບທາງການຕຳຫຼວດຈີນ ຊຶ່ງໃນນີ້ລວມຜູ້ຕ້ອງຫາ 15,970 ຄົນ ທີ່ຖືກຈັບຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳທີ່ເມືອງຕົ້ນເຜິ້ງໃນແຂວງບໍ່ແກ້ວດ້ວຍ ໂດຍທັງໝົດເປັນສະມາຊິກໃນເຄືອຂ່າຍດຽວກັນທີ່ເຊື່ອມໂຍງກັບແກັ່ງອາ​ຊະຍາກອນຈີນ ທີ່ຫຼົບ​ລີ້ຢູ່ໃນເຂດສາມຫລ່ຽມຄຳໃນປັດຈຸບັນນີ້ ແຕ່ເນື່ອງຈາກວ່າຫຼາຍໆ ພື້ນທີ່ເປັນເຂດຍຶດຄອງຂອງກອງກຳລັງປະກອບອາວຸດຊົນ ເຜົ່າຢູ່ໃນມຽນມາ ຈຶ່ງເຮັດໃຫ້ການຮ່ວມມືໃນການປາບປາມບໍ່ສາມາດປະຕິບັດການໄດ້ ຊຶ່ງກໍລວມເຖິງການປາບປາມການຄ້າຢາເສບຕິດດ້ວຍ ດັ່ງທີ່ ທ່ານພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຖະແຫຼງຢືນຢັນວ່າ "ພວກເຮົາຮູ້ ບ່ອນຢາທີ່ມັນຜະລິດອອກມານີ້. ແຕ່ວ່າເຮົາສິເຮັດແນວໃດໄດ້ ເຮົາເວົ້ານຳເຂົາບໍ່ໄດ້ເດ້ ເຂົາບໍ່ມີລັດ ຖະບານເດ້. ເຂົາເປັນເຂດພິເສດ ເຂດເອກະ​ລາດ ແລ້ວມັນກະຈ້າງຄົນຜູ້ຫນຶ່ງໃຫ້ເອົາໄປຂາຍ ຖ້າວ່າເຈົ້າຂາຍ ຖືກຕຳຫລວດຈັບຂອງເຈົ້າກະຢ່າ ຂ້ອຍບໍ່ເອົາເງິນ ບໍ່ເອົາໂທດເຈົ້າ ໃຫ້ເຈົ້າມາເອົາໃໝ່ ໄປຂາຍໃໝ່ ມັນເວົ້າແນວນັ້ນເດ້ວິທີເຂົາເຮັດ, ດັ່ງນັ້ນ ເຂົາກະມາເຮັດອີກ ມັນເປັນແນວນັ້ນແລ້ວ. ບາດນີ້ເຮົານີ້ກໍເປັນທາງຜ່ານ ບາດນີ້ຊາຍແດນ 200-300 ກິໂລແມັດ. ຕຳຫລວດເທົ່າໃດ ສິໄປຢາຍກຳລັງໄດ້ທັ້ງກາງຄືນກາງເວັນ ມັນກໍຫາບໍ່ເຫັນ. ວິທີທີ່ເຂົາລັກມັນກະເກັ່ງ ດຽວນີ້ແຮງເກັ່ງກວ່າແຕ່ກ່ອນ ມັນເປັນແນວນັ້ນ.”

ກ່ອນໜ້ານີ້, ທ່ານ ຊຸວິດ ກະມົນວິສິດ ອະດີດສະມາຊິກສະພາສູງໄທ ໄດ້ໃຫ້ການຢືນຢັນວ່າກາສິໂນ King Roman ຍັງຮັບຕ້ອນນັກຫຼິ້ນການພະນັນຊົນຊາດຫວ້າ ຈາກເຂດປົກຄອງຕົນເອງໃນພາກເຫນືອຂອງລັດສານໃນມຽນມາ ແລະເປັນທີ່ຮູ້ກັນຢູ່ພາຍໃນວ່າ ສິ່ງທີ່ນັກພະນັນຊາວຫວ້ານຳເອົາໄປແລກເປັນທຶນໃນການພະນັນກະແມ່ນຢາບ້າ ແລະຢາໄອສ໌ ເພາະສະນັ້ນ ຈຶ່ງເປັນໄປບໍ່ໄດ້ທີ່ທ່ານ ຈ​້າວ ເຫວີຍ ຜູ້ລົງທຶນເພື່ອພັດທະນາເຂດເສດ ຖະກິດພິເສດສາມຫລ່ຽມຄຳໃນລາວ ຈະບໍ່ມີສ່ວນຮ່ວມກັບມັນດ້ວຍນັ່ນເອງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG