ການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ 4 ແຫ່ງ ເທິງແນວແມ່ນ້ຳຂອງໃນລາວ ຈະສົ່ງຜົນກະທົບຕໍ່ສະພາບແວດລ້ອມທຳມະຊາດ ແລະຊີວິດການເປັນຢູ່ຂອງປະຊາຊົນຢູ່ພາກຕາເວັນອອກສຽງເໜືອຂອງໄທຢ່າງກວ້າງຂວາງ.
ເຈົ້າຫນ້າທີ່ຂັ້ນສູງໃນຄະນະກຳມະການສິດທິມະນຸດແຫ່ງຊາດໄທ ເປີດເຜີຍວ່າສາເຫດສຳຄັນທີ່ເຮັດໃຫ້ ຄະນະກໍາມະການສິດທິມະນຸດແຫ່ງຊາດໄທ ໄດ້ສົ່ງຈົດໝາຍໄປເຖິງນາຍົກລັດຖະມົນຕີໄທ ເພື່ອຂໍໃຫ້ສະແດງການຄັດຄ້ານຕໍ່ແຜນການກໍ່ສ້າງເຂື່ອນໄຟຟ້າ 4 ແຫ່ງເທິງແນວແມ່ນ້ຳຂອງໃນລາວ ກໍຄືໂຄງການເຂື່ອນສານະຄາມ ເຂື່ອນປາກຊົມ, ເຂື່ອນພູງອຍ ແລະ ເຂື່ອນບ້ານກຸ້ມ ກໍເພາະເຊື່ອວ່າ ການສ້າງເຂື່ອນ 4 ໂຄງການດັ່ງກ່າວ ຈະສົ່ງຜົນກະທົບຂ້າມຊາຍແດນຈາກລາວໄປໄທຢ່າງແນ່ນອນ ຖ້າຫາກການສຶກສາ ແລະສໍາຫຼວດເພື່ອປ້ອງກັນບັນຫາຜົນກະທົບຕ່າງໆນັ້ນ ບໍ່ໄດ້ດໍາເນີນການຢ່າງ ຮອບດ້ານ ໂດຍບໍ່ວ່າ ຈະເປັນຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມທຳມະຊາດ ຜົນກະທົບຕໍ່ເຂດແດນໃນແມ່ນໍ້າຂອງລະຫວ່າງໄທ-ລາວ ລວມທັງຜົນກະທົບຕໍ່ການຄຸ້ມຄອງນໍ້າໃນສາຂາຂອງແມ່ນໍ້າຂອງໃນປະເທດໄທ ເຊັ່ນ ແມ່ນໍ້າຂອງໃນພາກຕາເວັນອອກສຽງເໜືອຂອງໄທດ້ວຍ ດັ່ງເຈົ້າໜ້າທີ່ຂັ້ນສູງຂອງໄທ ໄດ້ໃຫ້ການຢືນຢັນວ່າ “ການສ້າງເຂື່ອນອາດເຮັດໃຫ້ເກີດບັນຫານໍ້າຍື່ງຂຶ້ນຖ້ວມພື້ນທີ່ສຳຄັນ ພື້ນທີ່ກະສິກຳ ນ້ຳລົ້ນຝັ່ງ ການເຊາະຕາຝັ່ງ ການອົບພະຍົບຂອງສັດນໍ້າ ແລະ ສົ່ງຜົນກະທົບຕໍ່ລະບົບນິເວດໃນແມ່ນໍ້າຂອງ ໂດຍສະເພາະນໍ້າຍື່ງຂຶ້ນຈາກແມ່ນໍ້າຂອງເຂ້າສູ່ແມ່ນໍ້າມູນແລະແມ່ນ້ຳສາຂາໃນປະເທດໄທ ທີ່ຈະກະທົບຕໍ່ການຄຸ້ມຄອງນ້ໍາເຂື່ອນປາກມູນ ແລະແມ່ນ້ຳສາຂາ ເຮັດໃຫ້ການແກ້ໄຂປັນຫານ້ຳຖ້ວມຊ້ຳຊາກຢູ່ໃນພື້ນທີ່ຈັງຫວັດອຸບົນຣາດຊະທານີ ເຊິ່ງເປັນພື້ນທີ່ຮອງຮັບນ້ຳຈາກແມ່ນ້ຳຕ່າງໆ ໃນພາກຕາເວັນອອກສຽງເໜືອຂອງປະເທດໄທ ເປັນໄປໄດ້ຍາກຫຼາຍຂຶ້ນ.”
ທາງດ້ານຜູ້ປະສານງານໃນຄະນະກຳມາທິການແມ່ນ້ຳຂອງແຫ່ງຊາດໄທ ເປີດເຜີຍວ່າ ຄະນະຜູ້ແທນໄທ ໄດ້ສະເໜີໃຫ້ດຳເນີນການສຶກສາວິໄຈເພື່ອປ້ອງກັນຜົນກະທົບຂ້າມຊາຍແດນ ໃນທຸກໂຄງການກໍ່ສ້າງເຂື່ອນໄຟຟ້າເທິງແມ່ນ້ຳຂອງ ທີ່ຈະສະເໜີເຂົ້າໃນການປຶກສາຫາລືລະຫວ່າງປະເທດສະມາຊິກ MRC ກ່ອນທີ່ຈະກໍ່ສ້າງຕົວຈິງ ແຕ່ຄະນະຜູ້ແທນລັດຖະບານລາວ ຍັງບໍ່ເຫັນດີ ແລະສະເໜີໃຫ້ມີການເຈລະຈາກັນຢ່າງລະອຽດຮອບດ້ານກ່ອນ ຊຶ່ງການສະແດງທ່າທີຂອງຄະນະຜູ້ແທນລັດຖະບານລາວ ດັ່ງກ່າວນີ້ ກໍແມ່ນຍ້ອນມີຄວາມຢ້ານວ່າ ຈະມີຜົນກະທົບຕໍ່ແຜນການກໍ່ສ້າງເຂື່ອນເທິງແມ່ນ້ຳຂອງໃນລາວ ທັ້ງທີ່ການສຶກສາວິໄຈໃນໄລຍະຜ່ານມາພົບວ່າ ການກໍ່ສ້າງເຂື່ອນເທິງ ນໍ້າຂອງ ທີ່ປະກອບມີ 12 ໂຄງການ ໃນຈີນ ແລະ 2 ໂຄງການໃນລາວໄດ້ສົ່ງຜົນກະທົບດ້ານລົບຫຼາຍກວ່າຜົນປະໂຫຍດທີ່ໄດ້ຮັບຕະຫຼອດມາ ດັ່ງຜູ້ປະສານງານໃນຄະນະກຳມະການແມ່ນໍ້າຂອງແຫ່ງຊາດໄທ ໄດ້ໃຫ້ການຢືນຢັນວ່າ “ການມີເຂື່ອນໃນແມ່ນໍ້າຂອງຫັ້ນ ມັນຈະເກີດຫຍັງແດ່? ອັນທີ 1 ມັນຈະເຮັດໃຫ້ລະບົບນິເວດໄດ້ຮັບຜົນກະທົບຢ່າງຮຸນແຮງ ເກີດໄພຄຸກຄາມທາງດ້ານເສດຖະກິດແລ້ວກະໄພຄຸກຄາມຕໍ່ຄວາມຫມັ້ນຄົງດ້ານອາຫານ ອັນທີ 2 ທີ່ຈະເກີດຂຶ້ນ ກໍຄືເລື່ອງຂອງການປະມົງພື້ນບ້ານ ກໍຈະຈັບປາໄດ້ໜ້ອຍລົງ ອັນທີ 3 ກໍຄືຄວາມທຸກຍາກຂອງຄົນໃນປະເທດ ກໍຈະເພີ່ມຂຶ້ນ.”
ສ່ວນເຈົ້າໜ້າທີ່ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ເປີດເຜີຍວ່າ ແຕ່ປີ 2021 ຫາທ້າຍປີ 2024 ໄດ້ເກີດບັນຫາດິນເຊາະເຈື່ອນຕາມແນວຕາຝັ່ງນ້ຳຂອງໃນລາວ ເປັນໄລຍະທາງຢາວ 689 ກິໂລແມັດ ແລະຍັງຈະສືບຕໍ່ມີການເຊາະເຈື່ອນຕື່ມອີກ ຖ້າຫາກວ່າບໍ່ມີການກໍ່ສ້າງເຂື່ອນກັນຕາຝັ່ງເຈື່ອນຢ່າງເທົ່າທັນກັບສະພາບການຕົວຈິງ, ເພາະວ່າ ການສ້າງເຂື່ອນໄຟຟ້າ ແລະໂຄງການພັດທະນາຕ່າງໆ ທັງໃນລາວ ແລະຈີນ ລວມທັງການສ້າງເຂື່ອນກັນຕາຝັ່ງຢູ່ຝັ່ງໄທ ເຮັດໃຫ້ກະແສນ້ຳຊັດເຂົ້າໃສ່ຕາຝັ່ງໃນດ້ານລາວ ທີ່ຮ້າຍແຮງຂຶ້ນນັບມື້ ຊຶ່ງເຮັດໃຫ້ຈະຕ້ອງດຳເນີນການກໍ່ສ້າງເຂື່ອນກັນຕາຝັ່ງເຈື່ອນຢ່າງຮີບດ່ວນທີ່ສຸດ.
ຟໍຣັມສະແດງຄວາມຄິດເຫັນ