ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໕ ກຸມພາ ໒໐໒໕

ທາງການລາວ ຍັງຈະສ້າງ ທະບຽນພົນລະເຮືອນ ທີ່ເຊື່ອມໂຍງກັບຂໍ້ມູນ ຄະດີອາຍາ


ທາງການແຂວງບໍ່ແກ້ວ ໄດ້ຈັບກຸມນັກຄ້າຢາເສບຕິດລາຍໃຫຍ່ໄດ້ ພ້ອມດ້ວຍຂອງກາງເປັນຢາບ້າ ຈຳນວນຫຼາຍກວ່າ 55 ລ້ານເມັດ.
ທາງການແຂວງບໍ່ແກ້ວ ໄດ້ຈັບກຸມນັກຄ້າຢາເສບຕິດລາຍໃຫຍ່ໄດ້ ພ້ອມດ້ວຍຂອງກາງເປັນຢາບ້າ ຈຳນວນຫຼາຍກວ່າ 55 ລ້ານເມັດ.

ທາງການລາວ ຈະຈັດທໍາການສໍາມະໂນປະຊາກອນໃນທົ່ວປະເທດໃຫ້ເຊື່ອມໂຍງກັບຖານຂໍ້ມູນດ້ານອາດຊະຍາກໍາ ລວມເຖິງການສະກັດກັ້ນຄວາມພະຍາຍາມໃດໆທີ່ຈະບ່ອນທຳລາຍການນຳພາຂອງພັກປະຊາຊົນປະຕິວັດລາວ.

ເຈົ້າໜ້າທີ່ຂັ້ນສູງໃນສູນກາງພັກປະຊາຊົນປະຕິວັດລາວ ໄດ້ເປີດເຜີຍວ່າ, ກົມການເມືອງສູນກາງພັກໄດ້ອອກຄຳສັ່ງໃຫ້ບັນດາອົງການຈັດຕັ້ງພັກໃນທົ່ວປະເທດ ເພື່ອໃຫ້ເພີ່ມທະວີຄວາມເຂັ້ມງວດເຂ້າໃນການຮັກສາຄວາມສະຫງົບຮຽບຮ້ອຍແລະກວດ ກາທຸກການເຄື່ອນໄຫວໃນສັງຄົມລາວໃນທົ່ວປະເທດ ໂດຍສະເພາະແມ່ນການຕອບໂຕ້ຕໍ່ການນຳສະເໜີຂໍ້ມູນຂ່າວສານໃນສື່ສັງຄົມອອນລາຍທັງໃນແລະຕ່າງປະເທດທີ່ມີເປ້າຫມາຍໃນການທຳລາຍອຳນາດແລະການນຳພາຂອງພັກແລະລັດຖະບານລາວນັ້ນ ຈະຕ້ອງໃຫ້ຖືວ່າເປັນຄວາມຮັບຜິດຊອບຂອງທຸກພາກສ່ວນທີ່ຈະຕ້ອງຕອບໂຕ້ໃຫ້ໄດ້ຍ່າງເທົ່າທັນ ແລະ ເພື່ອເປັນການຍົກສູງປະສິດທິຜົນຂອງການຈັດຕັ້ງປະຕິບັດດັ່ງກ່າວ, ກົມການເມືອງສູນກາງພັກ ກໍ່ໄດ້ຊີ້ນຳໃຫ້ດຳເນິນການຈັດທຳສຳມະໂນປະຊາ ກອນໃນທົ່ວປະເທດໃຫ້ຕິດພັນກັບຖານຂໍ້ມູນດ້ານອາດຊະຍາກຳ ຊຶ່ງລວມເຖິງການສະກັດກັ້ນການບ່ອນທຳລາຍອຳນາດ-ການນຳຂອງພັກປະຊາຊົນປະຕິວັດລາວດ້ວຍດັງເຈົ້າໜ້າທີ່ຂັ້ນສູງໃນສູນກາງພັກ ໄດ້ໃຫ້ການຍືນຍັນວ່າ “ກ່ຽວກັບວຽກງານປ້ອງກັນຄວາມສະຫງບ ຈະຕ້ອງໄດ້ເພິ່ມທະວີໃນການລົງທຶນເຂ້າໃສ່ການສ້າງຖານຂໍ້ມູນພົນລະເມືອງໃຫ້ມີຖານຂໍ້ມູນທີ່ກຳແຫນ້ນ ເພື່ອການຄຸ້ມຄອງພົນລະເມືອງ - ສໍາມະໂນຄົວ ໃຫ້ມັນຮັດກຸມກວ່າເກ່າ ເພາະວ່າອາດຊະຍາກຳຕ່າງໆທີ່ເກີດຂຶ້ນຍູ່ໃນສັງຄົມນີ້ ເຫັນວ່າມີຫຼາຍຄະດີ ພວກເຮາບໍ່ສາມາດທີ່ຈະນຳເອົາຕັວຜູ້ທີ່ກະທຳຜິດມາດຳເນີນຄະດີ ຍ້ອນຖານຂໍ້ມູນພົນລະເມືອງຂອງພວກເຮົານີ້ບໍ່ແຫນ່ນ”

ໂດຍໃນວັນທີ 10 ກໍລະກົດ 2024, ມີລາຍງານວ່າ, ເຈົ້າໜ້າທີ່ຕຳຫຼວດລາວໄດ້ກັກຕົວຊາຍຊາວລາວຄົນນຶ່ງ. ໃນຂະນະທີ່ພວກກ່ຽວໄດ້ຖືປ້າຍຜ້າທີ່ຂຽນວ່າ, “ບໍ່ເອົາພວກສໍ້ລາດບັງຫຼວງ” ຍູ່ໃກ້ໆປະຕູໄຊ. ສ່ວນກ່ອນຫນ້ານີ້ ຜູ້ກ່ຽວກໍຍັງໄດ້ຖືປ້າຍຜ້າທີ່ຂຽນວ່າ: "ບໍ່ເອົາຜະເດັດການ" ໂດຍຢືນຢູ່ທາງຫນ້າຫ້ອງການຂອງ ສະຫະປະຊາຊາດທີ່ນະຄອນວຽງຈັນ ໂດຍຍັງບໍ່ເປັນທີ່ຈະແຈ້ງວ່າຕໍາຣວດລາວໄດ້ດໍາເນີນຄະດີຫລືລົງໂທດຜູ້ກ່ຽວຫລືບໍ່ ທັ້ງຍັງບໍ່ມີການຖະແຫລງໃຫ້ຂໍ້ມູນຈາກທາງການລາວຈົນເຖິງປັດຈຸບັນນີ້

ແຕ່ຍ່າງໃດກໍ່ຕາມ ການຈັບພົນລະເມືອງດັ່ງກ່າວນີ້ ກໍມີເປົ້າໝາຍເພື່ອການຮັກສາອຳນາດ ແລະ ການນຳພາທາງດ້ານການເມືອງຂອງພັກປະຊາຊົນປະຕິວັດລາວເປັນສຳຄັນ ໂດຍສູນກາງພັກໄດ້ມີຄໍາສັ່ງເຖິງສື່ມວນຊົນຂອງລັດໃຫ້ຕື່ນຕົວໃນການຕອບໂຕ້ຕໍ່ສື່ສັງຄົມທີ່ເປັນປໍລະປັກຕໍ່ພັກ-ລັດຖະບານມາໂດຍຕະຫລອດ ດັ່ງທີ່ ພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີແລະລັດຖະມົນຕີ

ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງການກ່ຽວກັບນະໂຍບາຍປ້ອງກັນຄວາມສະຫງົບຂອງລາວໃນທົ່ວປະເທດ ເມື່ອບໍ່ນານມານີ້ ວ່າ “ໃນວຽກງານປົກປັກຮັກສາສະຖຽນລະພາບທາງດ້ານການເມືອງແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມນີ້ ເຮາຢາກໃຫ້ສືບຕໍ່ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບ ບໍ່ໃຫ້ມີບັນຫາແລະຂໍ້ຂັດແຍ່ງອັນໃດອັນຫນຶ່ງຍູ່ພາຍໃນປະເທດໃຫ້ມັນມີຄວາມສະຫງົບປອດໄພຢ່າງຫນັກແຫນ້ນ ເພີ່ມທະວີວຽກງານ ວິຊາສະເພາະ ຍູ່ແຕ່ລະຂັ້ນເຂັ້ມງວດກວດກາໃຫ້ແຂັງແຮງ ໂດຍສະເພາະແມ່ນວຽກງານສືບຂ່າວນັ້ນ ພວກເຮົາຕ້ອງກຳໃຫ້ມັນແຫນ້ນ. ຫຼັງຈາກກຳແລ້ວກໍມາວິໄຈຍ່າງຄັກແນ່ ຈາກນັ້ນຈຶງເກັບກໍາເປົ້າຫມາຍທີ່ກ່ຽວຂ້ອງກັບກົນອຸບາຍການເຄື່ອນໄຫວຂອງອິດທິກຳລັງປໍລະປັກນີ້”

ໃນປັດຈຸບັນ, ລາວມີສື່ສັງຄົມອອນລາຍ 200 ກວ່າແຫ່ງທີ່ຈົດທະບຽນຖືກຕ້ອງຕາມກົດໝາຍສື່ມວນຊົນ. ແຕ່ກໍຍັງມີອີກຫຼາຍສິບລາຍທີ່ເຜີຍແຜ່ຂ່າວສານທີ່ກ່ຽວກັບລາວຍູ່ຕ່າງປະເທດທີ່ອຳນາດການປົກຄອງລາວບໍ່ສາມາດຄວບຄຸມໄດ້.ຈຶ່ງຕ້ອງການຈະພັດທະນາລະບົບເຄືອຂ່າຍສື່ມວນຊົນໃນລາວໃຫ້ມີຄວາມທັນສະໄໝ. ດ້ວຍການຊ່ວຍເຫຼືອດ້ານວິຊາການແລະເຕັກໂນໂລຊີທີ່ກ້າວຫນ້າຈາກຈີນ ເພື່ອເຮັດໃຫ້ສາມາດຕອບໂຕ້ກັບສື່ສັງຄົມຢູ່ຕ່າງປະເທດໄດ້ຢ່າງເທ່າທັນ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG