ຫ້ອງການຕຳຫຼວດສາກົນຢູ່ໃນມານີລາ ໄດ້ຮັບສຳເນົາເອກະສານໝາຍຈັບຢ່າງເປັນທາງການຈາກສານໂລກ ແລະແຈ້ງການດັ່ງກ່າວ ໃຫ້ອອກໝາຍຈັບອະດີດປະທານາທິບໍດີ ລັດຖະບານຟີລິບປິນ ກ່າວ
ປະເທດເກາະ ປາລາວ ແມ່ນຢູ່ອັນດັບສູງສຸດໃນດັດສະນີນັ້ນ. ທ່ານນາງ ເລລານີ ເຣຄລາຍ ແມ່ນຮອງປະທານຂອງສະມາຄົມຂ່າວເກາະປາຊີຟິກ ແລະ ຫົວໜ້າໜັງສືພິມ Island Times
ຈີນຄວນຈະຮັບຮູ້ວ່າ ຟີລິບປິນ ເປັນປະເທດທີ່ມີເອກະລາດ ແລະປະເທດທີ່ມີອະທິປະໄຕ ເຊິ່ງການກະທຳໃດໆຂອງຕົນ ແລະການຕັດສິນໃດໆ ແມ່ນຂັບດັນທັງໝົດໂດຍເປັນຜົນປະໂຫຍດຂອງປະເທດຊາດ ແລະບໍ່ຢູ່ໃນການຊີ້ນຳຂອງປະເທດອື່ນໃດທັງນັ້ນ
ເກົາຫຼີເໜືອ ໄດ້ຍິງລູກສອນໄຟຂີປະນາວຸດຫຼາຍລູກເຂົ້າໄປໃນທະເລໃນວັນຈັນ ມື້ນີ້, ກອງທັບຂອງເກົາຫຼີໃຕ້ໄດ້ກ່າວ, ຫຼັງຈາກກອງກຳລັງທະຫານຂອງ ເກົາຫຼີໃຕ້ ແລະ ສະຫະລັດ ໄດ້ເລີ້ມຕົ້ນການຊ້ອມລົບຂະໜາດໃຫຍ່ປະຈຳປີ ຮ່ວມກັນບໍ່ເທົ່າໃດຊົ່ວໂມງ
ທາງການໄທ ກຳລັງເລັ່ງປະສານງານກັບສະຖານທູດ ແລະສະຖານກົງສຸນຫຼາຍປະເທດ ເພື່ອຊ່ອຍນຳໂຕພົນລະເມືອງຂອງປະເທດຕ່າງໆ ທີ່ຕົກເປັນເຫຍື່ອຂອງສູນຄອລເຊັນເຕີ ໃນມຽນມາ ແລະໄດ້ຮັບການຊ່ອຍເຫຼືອອອກມາໄດ້
ເກົາຫຼີເໜືອ ຍັງຄົງປະຕິເສດເຈົ້າໜ້າທີ່ດ້ານມະນຸດສະທຳລະຫວ່າງປະເທດ
ເຮືອບິນລົບອາຍພົ່ນ KF-16 ສອງລຳ ເຊິ່ງແຕ່ລະລຳ ໄດ້ຖິ້ມ ລະເບີດ MK-82 800 ປອນ ສີ່ລູກ “ຢ່າງຜິດປົກກະຕິ” ລົງໃສ່ນອກເຂດເປົ້າໝາຍທີ່ໄດ້ຖືກກຳນົດໄວ້ນັ້ນ ໃນເມືອງ ໂປຈອນ
ປັກກິ່ງ ຈະນຳສະເໜີມາດຕະການກະຕຸ້ນເສດຖະກິດທີ່ກ້າຫານບາງປະການ
ສະມາຊິກສະພາທ່ານ ຢູ ຢົງ ວອນ ໄດ້ກ່າວວ່າ ລາວສາມາດພົບກັບທະຫານສອງຄົນ, ຜູ້ທີ່ຍັງຄົງຖືກ ຢູເຄຣນ ຄວບຄຸມຕົວຢູ່ສະຖານທີ່ກັກຂັງໃນຈຸດທີ່ບໍ່ໄດ້ຖືກເປີດເຜີຍ, ຫຼັງຈາກໄດ້ສົ່ງຄຳຮ້ອງຕໍ່ບັນດາເຈົ້າໜ້າທີ່ ກີຢິບ
ບັນດາເຈົ້າໜ້າທີ່ໃນຄຸກຂອງມຽນມາ ຖືກກ່າວຫາວ່າ ທຳການລະເມີດຕໍ່ນັກຂ່າວທີ່ຖືກຄຸມຂັງ ຫຼັງຈາກທີ່ລາວ ໄດ້ເປີດໂປ່ງການລະເມີດສິດທິມະນຸດຢູ່ໃນຄຸກ ອີງຕາມຜູ້ຈ້າງງານຂອງລາວ
ທາງການໄທ ກຳລັງສຶກສາແນວຄິດທີ່ຈະສ້າງຮົ້ວຢູ່ຕາມເຂດຊາຍແດນຕິດກັບກຳປູເຈຍ ເພື່ອປ້ອງກັນການຂ້າມແດນໂດຍຜິດກົດໝາຍ ຂະນະທີ່ມີການເດີນໜ້າການຮ່ວມມືລະຫວ່າງປະເທດ ໃນການປາບປາມເຄືອຂ່າຍອາຊະຍາກຳຫລອກລວງ ຫຼື scammer ໃນພູມິພາກຢ່າງໜັັກ
ນັກດັບເພີງເກືອບ 1,700 ຄົນ ກຳລັງຕໍ່ສູ້ເພື່ອດັບໄຟປ່າທີ່ໃຫຍ່ທີ່ສຸດຂອງຍີ່ປຸ່ນ ໃນຮອບສາມທົດສະວັດ ບັນດາເຈົ້າໜ້າທີ່ໄດ້ກ່າວໃນວັນຈັນມື້ນີ້ ຂະນະທີ່ ພົນລະເມືອງ 4,600 ຄົນຄົງຢູ່ພາຍໃຕ້ການແນະນຳໃຫ້ອົບພະຍົບ
ໂຫລດຕື່ມອີກ
No live streaming currently available