ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໗ ມີນາ ໒໐໒໕

ນັກດັບເພີງຍີ່ປຸ່ນ ເກືອບ 1,700 ຄົນ ກຳລັງຕໍ່ສູ້ເພື່ອດັບໄຟປ່າ ທີ່ລຸກລາມໃນເຂດ ອ່າວ ໂອຟູນາໂຕະ


ຄວັນພັດຂຶ້ນທ້ອງຟ້າຈາກໄຟປ່າທີ່ກຳລັງເຜົາໄໝ້ ຂະນະທີ່ພວກເຈົ້າໜ້າທີ່ ສືບຕໍ່ພະຍາຍາມດັບໄຟ ຢູ່ໃນອ່າວ ໂອຟູນາໂຕະ (Ofunato Bay), ໃກ້ເມືອງ ໂອຟູນາໂຕະ, ເທດສະບານ ອິວາເຕະ, ວັນທີ ກຸມພາ 28, 2025.
ຄວັນພັດຂຶ້ນທ້ອງຟ້າຈາກໄຟປ່າທີ່ກຳລັງເຜົາໄໝ້ ຂະນະທີ່ພວກເຈົ້າໜ້າທີ່ ສືບຕໍ່ພະຍາຍາມດັບໄຟ ຢູ່ໃນອ່າວ ໂອຟູນາໂຕະ (Ofunato Bay), ໃກ້ເມືອງ ໂອຟູນາໂຕະ, ເທດສະບານ ອິວາເຕະ, ວັນທີ ກຸມພາ 28, 2025.

ນັກດັບເພີງເກືອບ 1,700 ຄົນ ກຳລັງຕໍ່ສູ້ເພື່ອດັບໄຟປ່າທີ່ໃຫຍ່ທີ່ສຸດຂອງຍີ່ປຸ່ນ ໃນຮອບສາມທົດສະວັດ ບັນດາເຈົ້າໜ້າທີ່ໄດ້ກ່າວໃນວັນຈັນມື້ນີ້ ຂະນະທີ່ ພົນລະເມືອງ 4,600 ຄົນຄົງຢູ່ພາຍໃຕ້ການແນະນຳໃຫ້ອົບພະຍົບ ອີງຕາມລາຍງານຂອງອົງການຂ່າວເອແອັຟພີ.

ຄົນຜູ້ນຶ່ງໄດ້ເສຍຊີວິດເມື່ອອາທິດແລ້ວນີ້ໃນເຫດໄຟໄໝ້ຢູ່ໃນພາກພື້ນທາງເໜືອຂອງເມືອງອີວະເຕະ ເຊິ່ງພາຍຫຼັງທີ່ປະລິມານຝົນຕົກທີ່ຕ່ຳເປັນປະຫວັດການຢູ່ໃນພື້ນທີ່ແຫ່ງນີ້ ແລະເປັນລະດູຮ້ອນທີ່ຮ້ອນທີ່ສຸດເປັນປະຫວັດການຂອງປີກາຍນີ້ຢູ່ທົ່ວຍີີ່ປຸ່ນນຳດ້ວຍ.

ໄຟປ່າເກີດຂຶ້ນຢູ່ໃກ້ກັບເມືອງ ໂອຟູນາໂຕະ ທີ່ໄດ້ເຜົາໄໝ້ພື້ນທີ່ປະມານ 2,100 ເຮັກຕາ ນັບຕັ້ງແຕ່ວັນພະຫັດ ເປັນຕົ້ນມາ ອົງການຄຸ້ມຄອງໄຟໄໝ້ ແລະໄພພິບັດ ໄດ້ກ່າວໃນວັນຈັນມື້ນີ້.

ບັນດານັກດັບເພີງຈາກ 14 ຂົງເຂດຂອງຍີ່ປຸ່ນ ລວມທັງໜ່່ວຍດັບເພີງຕ່າງໆຈາກນະຄອນຫຼວງໂຕກຽວ ໃນເວລານີ້ ກໍໄດ້ສູ້ຊົນດັບໄຟປ່າ ພ້ອມດ້ວຍເຮລິຄ໊ອບເຕີ 16 ລຳ - ລວມທັງຈາກກອງທັບນຳດ້ວຍ - ທີ່ກຳລັງພະຍາຍາມດັບໄຟຫຼາຍແຫ່ງ.

ກະປະມານໄດ້ວ່າ ມີຕຶກອາຄານ 84 ຫຼັງໄດ້ຮັບຄວາມເສຍຫາຍມາເຖິງວັນອາທິດວານນີ້ ເຖິງແມ່ນວ່າ ລາຍລະອຽດຕ່າງໆ ຍັງຄົງຖືກປະເມີນຢູ່ ອົງການໄດ້ກ່າວ.

ປະມານ 2,000 ຄົນໄດ້ພາກັນອອກໄປຈາກພື້ນທີ່ ແລະໄພພັກກັບເພື່ອນ ຫຼືພີ່ນ້ອງຂອງພວກເຂົາ ໃນຂະນະທີ່ຫຼາຍກວ່າ 1,200 ຄົນໄດ້ອົບພະຍົບໄປພັກຢູ່ສະຖານທີ່ຫລົບໄພຫຼາຍແຫ່ງ ອີງຕາມເຈົ້າໜ້າທີ່.

ເມື່ອຕອນເຊົ້າ ພາບວີດີໂອ ຈາກເມືອງໂອຟູນາໂຕະ ຢູ່ສະຖານີໂທລະພາບແຫ່ງຊາດ NHK ໄດ້ສະແດງໃຫ້ເຫັນ ແປວໄຟສີສົ້ມຢູ່ໃກ້ຕຶກຫຼາຍຫຼັງ ແລະຄວັນຂາວພັດຂຶ້ນສູ່ທ້ອງຟ້າ.

ຈຳນວນໄຟປ່າຢູ່ໃນຍີ່ປຸ່ນ ໄດ້ຫລຸດລົງນັບຕັ້ງແຕ່ເກີດໄຟປ່າສູງສຸດໃນຊຸມປີ 1970 ອີງຕາມຂໍ້ມູນບັນທຶກຂອງລັດຖະບານ.

ແຕ່ມີໄຟປ່າຢູ່ປະມານ 1,300 ຄັ້ງຢູ່ທົ່ວປະເທດໃນປີ 2023 ທີ່ມີຈຸດສຸມໃນ ຊ່ວງເດືອນກຸມພາ ຫາເດືອນເມສາ ເມື່ອອາກາດແຫ້ງແລ້ງ ແລະມີລົມພັດແຫ່ງຂຶ້ນ.

ເມືອງໂອຟູນາໂຕະ ໄດ້ເຫັນຝົນຕົກໃນປະລິມານພຽງ 2.5 ມີລີແມັດເທົ່ານັ້ນ ໃນເດືອນກຸມພາ, ເຊິ່ງເປັນການທຳລາຍສະຖິຕິກ່ອນໜ້ານີ້ສຳລັບເດືອນກຸມພາທີ່ມີປະລິມານ 4.4 ມີລີແມັດໃນປີ 1967 ແລະຕ່ຳກວ່າອັດຕາສະເລຍປົກກະຕິຂອງປະລິມານ 41 ມີລີແມັດ.

ອ່ານຂ່າວໃນພາສາອັງກິດ

Nearly 1,700 firefighters are battling Japan's biggest forest fire in three decades, officials said Monday, as some 4,600 residents remain under an evacuation advisory.

One person died last week in the blaze in the northern region of Iwate, which follows record low rainfall in the area and last year's hottest summer on record across Japan.

The fire near the city of Ofunato has burned through some 2,100 hectares since Thursday, the Fire and Disaster Management Agency said Monday.

Firefighters from 14 Japanese regions, including units from Tokyo, were now tackling the blaze, with 16 helicopters -- including from the military -- trying to douse the flames.

It is estimated to have damaged 84 buildings by Sunday, although details were still being assessed, the agency said.

Around 2,000 people have left the area to stay with friends or relatives, while more than 1,200 evacuated to shelters, according to officials.

Early morning footage from Ofunato on national broadcaster NHK showed orange flames close to buildings and white smoke billowing into the air.

The number of wildfires in Japan has declined since the peak in the 1970s, according to government data.

But there were about 1,300 across the country in 2023, concentrated in the February to April period when the air dries and winds pick up.

Ofunato saw just 2.5 millimeters of rainfall in February, breaking the previous record low for the month of 4.4 millimeters in 1967 and below the usual average of 41 millimeters.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG