ຢ່າງໜ້ອຍ 15 ຄົນໄດ້ຮັບບາດເຈັບ ເມື່ອເຮືອບິນລົບອາຍພົ່ນຂອງເກົາຫຼີໃຕ້ສອງລຳ ໄດ້ຖິ້ມລະເບີດລົງໃສຄຸ້ມບ້ານທີ່ມີຊາວບານອາໄສຢູ່ໜາແໜ້ນ ໃນລະຫວ່າງການຊ້ອມລົບ ໃນວັນພະຫັດມື້ນີ້ ອີງຕາມເຈົ້າໜ້າທີ່ ແລະສື່ມວນຊົນຂອງເກົາຫຼີໃຕ້ ໄດ້ລາຍງານ.
ເຮືອບິນລົບອາຍພົ່ນ KF-16 ສອງລຳ ເຊິ່ງແຕ່ລະລຳ ໄດ້ຖິ້ມ ລະເບີດ MK-82 800 ປອນ ສີ່ລູກ “ຢ່າງຜິດປົກກະຕິ” ລົງໃສ່ນອກເຂດເປົ້າໝາຍທີ່ໄດ້ຖືກກຳນົດໄວ້ນັ້ນ ໃນເມືອງ ໂປຈອນ (Pocheon) ລະຫວ່າງການຊ້ອມລົບດ້ວຍລູກລະເບີດແທ້ ໃນເວລາປະມານ 10 ເຊົ້າຕາມເວລາໃນທ້ອງຖິ່ນ ເຈົ້າໜ້າທີ່ຂອງກະຊວງປ້ອງກັນປະເທດ ໄດ້ກ່າວ.
ເຈົ້າໜ້າທີ່ກ່າວຕື່ມວ່າ ເຮືອບິນລົບອາຍພົ່ນດັ່ງກ່າວ ໄດ້ເຂົ້າຮ່ວມໃນການຊ້ອມລົບທາງທະຫານຮ່ວມກັນລະຫວ່າງ ສະຫະລັດແລະເກົາຫຼີໃຕ້ ຢູ່ໃກ້ເຂດແດນລະຫວ່າງສອງເກົາຫຼີ.
ຢ່າງໜ້ອຍສອງຄົນໄດ້ຮັບບາດເຈັບສາຫັດ ອີງຕາມອົງການຂ່າວ ຢອນຮັບ (Yonhap) ຂອງເກົາຫຼີໃຕ້. ອົງການຂ່າວນີ້ ໄດ້ກ່າວວ່າ ຄາດວ່າຈະມີ ຜູ້ບາດເຈັບເພີ້ມຂຶ້ນອີກ ເນື່ອງຈາກວ່າ ຊາວບ້ານຍັງສືບຕໍ່ເຂົ້າຂໍການຮັກສາປິ່ນປົວ. ລາຍງານຂ່າວໄດ້ກ່າວວ່າ ໂບດແຫ່ງນຶ່ງ ແລະຕຶກອາຄານອີກເຈັດຫຼັງ ໄດ້ຮັບຄວາມເສຍຫາຍ.
ພາບຖ່າຍຕ່າງໆ ຢູ່ໃນສື່ສັງຄົມຂອງທ້ອງຖິ່ນ ໄດ້ສະແດງໃຫ້ເຫັນເຮືອນຫຼາຍຫຼັງທີີ່ມີຫຼັງຄາພັງທະລາຍລົງ, ປ່ອງຢ້ຽມແຕກກະຈາຍ, ແລະຊິ້ນສ່ວນຂອງເຮືອນກະແຈກກະຈາຍຢູ່ໃກ້ໆ.
ອຸບັດເຫດດັ່ງກ່າວ ເປັນສາເຫດຂອງການປະສານງານທີ່ຜິດພາດ ຕາມທີ່ເຈົ້າໜ້າທີ່ກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້ ໄດ້ກ່າວ ແລະກ່າວຕື່ມວ່າ ການຊ້ອມລົບດ້ວຍລູກແທ້ ໄດ້ຖືກໂຈະໄວ້ຊົ່ວຄາວ ໂດຍລໍຖ້າການສືບສວນສອບສວນຕໍ່ໄປ.
ການຊ້ອມລົບມີຂຶ້ນໃນຕອນເຊົ້າວັນພະຫັດ ຢູ່ທີ່ ສະໜາມຝຶກຊ້ອມ ຊຶ່ງຈິນ ໃນເມືອງໂປຈອນ ຕັ້ງຢູ່ຫ່າງຈາກເຂດຊາຍແດນຕິດກັບເກົາຫຼີເໜືອ 25 ກິໂລແມັດ.
ອົງການຂ່າວຢອນຮັບ ໄດ້ລາຍງານວ່າ ການຊ້ອມລົບຄັ້ງນີ້ມີສ່ວນກ່ຽຍວຂ້ອງກັບຍຸດໂທປະກອນຫຼາຍກວ່າ 160 ເຄື່ອງຂອງທະຫານ ແລະມີກຳນົດໃນການເຂົ້າຊົມໂດຍ ພົນເອກ ຮາວີແອຣ ບຣອນຊັນ ຜູ້ບັນຊາການສູງສຸດຂອງສະຫະລັດ ໃນເກົາຫຼີໃຕ້ ແລະ ປະທານເສນາທິການຮ່ວມກອງທັບຂອງເກົາຫຼີໃຕ້ ພົນເຮືອເອກ ກິມ ມີຢຸງ-ຊູນ.
ການຊ້ອມລົບຄັ້ງນີ້ ເປັນຂີດໝາຍໃນການຊ້ອມລົບຄັ້ງທຳອິດໃນປີນີ້ ແບບປະເພດນີ້ຂອງທັງສອງພັນທະມິດ ແລະໄດ້ຖືກຈັດຂຶ້ນເພື່ອເຊື່ອມໂຍງກັບການຊ້ອມລົບ Freedom Shield ປະຈຳປີ ທີ່ໄດ້ວາງແຜນເອົາໄວ້ແລ້ວນັ້ນ.
At least 15 people were injured when two South Korean fighter jets accidentally bombed a populated village during training exercises Thursday, according to South Korean officials and media reports.
Two KF-16 fighter jets each “abnormally dropped” four 500-pound MK-82 bombs outside a designated fire range in Pocheon during a live-fire exercise at about 10 a.m. local time, Ministry of National Defense officials said.
The fighter jets were participating in U.S.-South Korea joint military exercises near the inter-Korean border, the officials added.
At least two people were injured severely, according to South Korea’s Yonhap news agency. It said more casualties were expected as villagers continue to request medical treatment. The report said a church and seven other buildings were damaged.
Pictures in local media showed houses with crumbling roofs, shattered windows, and debris scattered nearby.
The accident was caused by mistaken coordinates, South Korean defense officials said, adding that the live-fire drills have been paused pending further investigation.
The drills took place early Thursday at the Seungjin Fire Training Field in Pocheon, 25 kilometers south of the North Korean border.
Yonhap reported that the exercise involved more than 160 pieces of military hardware and was set to be attended by Gen. Xavier Bronson, the top U.S. commander in South Korea, and South the Korean Joint Chiefs of Staff chairman, Admiral Kim Myung-soon.
The drill marked the allies’ first exercise of its kind this year and was held in connection with the planned annual Freedom Shield exercise.
ຟໍຣັມສະແດງຄວາມຄິດເຫັນ