ທາງການໄທ ກຳລັງເລັ່ງປະສານງານກັບສະຖານທູດ ແລະສະຖານກົງສຸນຫຼາຍປະເທດ ເພື່ອຊ່ອຍນຳໂຕພົນລະເມືອງຂອງປະເທດຕ່າງໆ ທີ່ຕົກເປັນເຫຍື່ອຂອງສູນຄອລເຊັນເຕີ ໃນມຽນມາ ແລະໄດ້ຮັບການຊ່ອຍເຫຼືອອອກມາໄດ້ ແລ້ວເດີນທາງກັບປະເທດບ້ານເກີດ ຕາມລາຍງານຂອງອົງການຂ່າວຣອຍເຕີ ທີ່ອ້າງຂໍ້ມູນຈາກເຈົ້າໜ້າທີ່ໄທ.
ລາຍງານຂ່າວລະບຸວ່າ ມີເຫຍື່ອຂອງແກັ່ງອາຊະຍາກຳດັ່ງກ່າວປະມານ 7,000 ຄົນ ທີ່ໄດ້ຮັບການຊ່ອຍເຫຼືອອອກມາຈາກເມືອງມຽວວະດີ ໃນປະຕິບັດການຕໍ່ຫຼາຍເຄືອຂ່າຍຄອລເຊັນເຕີຜິດກົດໝາຍໃນມຽນມາ ເມື່ອບໍ່ດົນມານີ້ ແລະທັງໝົດຖືກນຳໂຕໄປພັກຢູ່ທີ່ຕາມສູນເບິ່ງແຍງຊົ່ວຄາວ ໂດຍກຸ່ມຕິດອາວຸດຊົນກຸ່ມນ້ອຍ.
ເຫຍື່ອເຫຼົ່ານີ້ ເປີດເຜີຍວ່າ ຫຼາຍຄົນຖືກຂູ່ບັງຄັບໃຫ້ຮ່ວມຂະບວນການຫລອກລວງທາງອອນໄລນ໌ ໂດຍມີເປົ້າໝາຍຢູ່ທົ່ວໂລກ.
ທີ່ຜ່ານມາ ລັດຖະບານຈີນ ແລະອິນໂດເນເຊຍ ໄດ້ດຳເນີນການສົ່ງໂຕພົນລະເມືອງຂອງຕົນທີ່ຕົກເປັນເຫຍື່ອ ກໍໄດ້ຖືກຊ່ອຍເຫຼືອອອກມາ ແລະສົ່ງກັບຄືນປະເທດດ້ວຍການປະສານງານຈາກທາງການໄທ ໄປແລ້ວບາງສ່ວນ ແຕ່ຍັງມີຜູ້ຕົກຄ້າງຢູ່ອີກນັບພັນຄົນໃນສູນພັກຊົ່ວຄາວຕາມແນວຊາຍແດນມຽນມາ ເຊິ່ງລວມເຖິງພົນຍລະເມືອງຂອງຫຼາຍປະເທດໃນອາຟຣິກາ ທີ່ບໍ່ມີສະຖານທູດໃນປະເທດໄທ.
ແລະໃນວັນພະຫັດ ຖ້ຽວບິນຖ້ຽວທຳອິດຈາກທັງໝົດ 19 ຖ້ຽວສຳລັບການນຳສົ່ງພົນລະເມືອງຈີນ ເກືອບ 1,500 ຄົນ ກັບປະເທດໃນອາທິດນີ້ ຫາກໍ່ບິນອອກຈາກອຳເພີແມ່ສອດ ຈັງຫວັດຕາກ ອ້າງອີງລາຍງານຂອງຣອຍເຕີສ.
ທ່ານນິກອນເດດ ພະລາງກູນ ໂຄສົກກະຊວງການຕ່າງປະເທດຂອງໄທ ເປີດເຜີຍວ່າ ສຳລັບເຫຍື່ອຕ່າງຊາດຂອງແກັ່ງຄອລເຊັນເຕີ ທີ່ບໍ່ມີສຳນັກງານການທູດໃນໄທ ທາງການໄດ້ພະຍາຍາມຕິດຕໍ່ກັບສະຖານທູດທີ່ໄດ້ຮັບມອບໝາຍ ຫຼືລັດຖະບານຂອງປະເທດນັ້ນໆ ໂດຍກົງແລ້ວ ແລະຂັ້ນຕອນຕໍ່ໄປຂຶ້ນຢູ່ກັບລັດຖະບານປາຍທາງວ່າ ຈະສົ່ງເຈົ້າໜ້າທີ່ຈາກຈຸດໃດມາໄທ ເພື່ອເບິ່ງແຍງແລະປະສານງານຕໍ່ໄປ.
ຣອຍເຕີສ ລະບຸວ່າ ທາງການໄທຕ້ອງການໃຫ້ປະເທດທີ່ຕ້ອງການສົ່ງໂຕພົນລະເມືອງຂອງຕົນເອງຈາກມຽວວະດີ ກັບປະເທດ ໃຫ້ສົ່ງເຈົ້າໜ້າທີ່ມາຍັງບໍລິເວນຊາຍແດນໄທ-ມຽນມາ ເພື່ອຮັບຜິດຊອບງານດ້ານການກວດກາຕ່າງໆ ທີ່ລວມເຖິງການກວດໂຣກ ແລະການກວດຄົນເຂົ້າເມືອງ.
ລາຍງານຂ່າວ ກ່າວວ່າ ຊາວຕ່າງຊາດຫຼາຍຮ້ອຍຄົນທີ່ໄດ້ຮັບການຊ່ອຍເຫຼືອອອກມາຈາກສູນຄອລເຊັນເຕີຕ່າງໆ ຢູ່ໃນສະພາທີ່ຂາດແຄນອາຫານ ຕ້ອງໃຊ້ຫ້ອງນ້ຳທີ່ສົກກະປົກຂອງສູນກອງທະຫານພົນລະເຮືອນຕິດອາວຸດທີ່ຢູ່ຫ່າງໄກຄວາມຈະເລີນ ແລະຕ້ອງການການເບິ່ງແຍງດ້ານສຸຂະພາບດ້ວຍ.
ຜູ້ທີ່ອາໄສຢູ່ໃນສູນດັ່ງກ່າວ ທີ່ມາຈາກປະເທດໃນອາຟຣິກາ ບອກກັບຣອຍເຕີສ ເມື່ອອາທິດແລ້ວນີ້ ວ່າ ບໍ່ມີເງິນແມ່ນແຕ່ຈະຊື້ປີ້ເຮືອນບິນກັບບ້ານ.
ຟໍຣັມສະແດງຄວາມຄິດເຫັນ