ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໗ ມີນາ ໒໐໒໕

ທາງການໄທ ເລັ່ງແຜນສ້າງຮົ້ວກັ້ນແນວຊາຍແດນກຳປູເຈຍ ໂດຍຫວັງຊ່ອຍສະກັດແກັ່ງຫລອກລວງ


ພາບຖ່າຍໃບປິວ ຈາກກອງທັບໄທ ທີ່ຖ່າຍເມື່ອເດືອນເມສາ 2021 ແລະຖືກເປີດເຜີຍເມື່ອວັນທີ 3 ພຶດສະພາ 2021 ສະແດງໃຫ້ເຫັນທະຫານຄຸມຕົວພວກຍົກຍ້າຍຖິ່ນຖານຜິດກົດໝາຍ ໃນສະຖານທີ່ທີ່ບໍ່ຖືກເປີດເຜີຍ ລະຫວ່າງ ໄທ ແລະປະເທດເພື່ອນບ້ານ ມຽນມາ, ລາວ ແລະກຳປູເຈຍ. (Photo by Handout / ROYAL THAI ARMY / AFP)
ພາບຖ່າຍໃບປິວ ຈາກກອງທັບໄທ ທີ່ຖ່າຍເມື່ອເດືອນເມສາ 2021 ແລະຖືກເປີດເຜີຍເມື່ອວັນທີ 3 ພຶດສະພາ 2021 ສະແດງໃຫ້ເຫັນທະຫານຄຸມຕົວພວກຍົກຍ້າຍຖິ່ນຖານຜິດກົດໝາຍ ໃນສະຖານທີ່ທີ່ບໍ່ຖືກເປີດເຜີຍ ລະຫວ່າງ ໄທ ແລະປະເທດເພື່ອນບ້ານ ມຽນມາ, ລາວ ແລະກຳປູເຈຍ. (Photo by Handout / ROYAL THAI ARMY / AFP)

ທາງການໄທ ກຳລັງສຶກສາແນວຄິດທີ່ຈະສ້າງຮົ້ວຢູ່ຕາມເຂດຊາຍແດນຕິດກັບກຳປູເຈຍ ເພື່ອປ້ອງກັນການຂ້າມແດນໂດຍຜິດກົດໝາຍ ຂະນະທີ່ມີການເດີນໜ້າການຮ່ວມມືລະຫວ່າງປະເທດ ໃນການປາບປາມເຄືອຂ່າຍອາຊະຍາກຳຫລອກລວງ ຫຼື scammer ໃນພູມິພາກຢ່າງໜັັກ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ ໃນວັນຈັນວານນີ້ ທີ່ອ້າງຂໍ້ມູນຈາກລັດຖະບານໄທ.

ການຮ່ວມມືໃນປະຕິບັດການປາບປາມແກັ່ງສແກມເມີຣ ທີີ່ຫລອກລວງເອົາເງິນຈາກປະຊາຊົນທົ່ວພາກພື້ນເອເຊຍຕາເວັນອອກສຽງໃຕ້ ຍັງຄົງເດີນໜ້າຢ່າງແຂງຂັນໂດຍສະເພາະໃນເຂດຊາຍແດນໄທ ມຽນມາ ແລະກຳປູເຈຍ ທີ່ມີຄົນຫຼາຍແສນຖືກລັກພາໂຕ ໄປເປັນແຮງງານບັງຄັບຢູ່ຕາມຄອລເຊັນເຕີຕ່າງໆ ໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາ ໂດຍອ້າງອີງຂໍ້ມູນຈາກອົງການສະຫະປະຊາຊາດ.

ເມື່ອທ້າຍອາທິດທີ່ຜ່ານມານີ້ ເຈົ້າໜ້າທີ່ຕຳຫຼວດໄທ ຫາກໍ່ໄດ້ຮັບໂຕເຫຍື່ອຂອງແກັ່ງຄອລເຊັນເຕີ ຈຳນວນ 119 ຄົນ ເຊິ່ງເປັນພົນລະເມືອງໄທ ທັງໝົດ ຈາກທາງການກຳປູເຈຍ ຫລັງຈາກມີການບຸກກວດຄົ້ນເມືອງປອຍເປັດ ທີ່ເຮັດໃຫ້ເຈົ້າໜ້າທີ່ຊ່ອຍຄົນທີ່ຢູ່ໃນສູນດັ່ງກ່າວ ອອກມາໄດ້ກວ່າ 215 ຄົນ.

ໃນສ່ວນຂອງປະເດັນການສ້າງຮົ້ວຕາມເຂດຊາຍແດນນັ້ນ ຣອຍເຕີສໄດ້ສອບຖາມໄປຍັງໂຄສົກຂອງລັດຖະບານກຳປູເຈຍ ແຕ່ໄດ້ຮັບຄຳປະຕິເສດທີ່ຈະໃຫ້ຄວາມເຫັນກ່ຽວກັບຂໍ້ສະເໜີນີ້ ຂະນະທີ່ໂຄສົກກະຊວງການຕ່າງປະເທດຂອງກຳປູເຈຍ ກໍ່ບໍ່ໄດ້ຕອບກັບ ກ່ອນຈະມີການພິມອອກເຜີຍແຜ່ລາຍງານຂ່າວນີ້.

ໄທ ແລະກຳປູເຈຍ ມີເຂດຊາຍແດນຮ່ວມກັນຍາວເປັນໄລຍະທາງ 817 ກິໂລແມັດ ແລະກ່ອນໜ້ານີ້ ກະຊວງປ້ອງກັນປະເທດຂອງໄທ ເຄີຍສະເໜີແຜນການສ້າງຮົ້ວເພື່ອປິດຊ່ອງທາງທຳມະຊາດ ລະຫວ່າງສອງປະເທດທີ່ມີຄວາມຍາວ 55 ກິໂລແມັດ ທີ່ຕັ້ງຢູ່ລະຫວ່າງ ຈັງຫວັດ ສຣະແກ້ວຂອງໄທ ແລະເມືອງປອຍເປັດຂອງກຳປູເຈຍ ເຊິ່ງປັດຈຸບັນນີ້ ມີພຽງແຕ່ຮົ້ວໜາມກັ້ນເຂດແດນໄວ້ຢູ່ເທົ່ານັ້ນ.

ອ່ານຂ່າວໃນພາສາອັງກິດ

Thailand is studying the idea of building a wall on part of its border with Cambodia to prevent illegal crossings, its government said on Monday, as a multi-national effort to dismantle a sprawling network of illicit scam centers mounts.

The crackdown is widening against scam centers responsible for using the internet to contact potential victims and carrying out massive financial fraud out of Southeast Asia, especially those on Thailand's porous borders with Myanmar and Cambodia, where hundreds of thousands of people have been trafficked by criminal gangs in recent years, according to the United Nations.

At the weekend, Thai police received 119 Thai nationals from Cambodian authorities after a raid in the town of Poipet, pulled more than 215 people out from a scam compound.

"If it is done, how will it be done? What results and how will it solve problems? This is a study," Thai government spokesperson Jirayu Houngsub said of the wall proposal, without specifying its length.

A spokesperson for Cambodia's government declined to comment on the wall proposal. Its foreign ministry spokesperson did not immediately respond to a request for comment.

Thailand and Cambodia share a border of 817 km. The Thai defense ministry has previously proposed a wall to block off a 55 km natural crossing between Thailand's Sa Kaeo province and Poipet, which at present is only protected by razor wire.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG