ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໖ ມີນາ ໒໐໒໕

ສະ​ມາ​ຊິກ​ສະ​ພາ ເກົາຫຼີ​ໃຕ້ ກ່າວ​ວ່າ ທະ​ຫານ ເກົາຫຼີ​ເໜືອ ຢາກ​ມີ​ຊີ​ວິດ​ທີ່​ປົກ​ກະ​ຕິ​ໃນ ໂຊ​ລ


ທະ​ຫານ ເກົາຫຼີ​ເໜືອ ໃນ​ລະ​ຫວ່າງ​ການ​ຝຶກ​ຊ້ອມ​ຂອງກອງ​ທັບ​ປະ​ຊາ​ຊົນ ເກົາຫຼີ, 16 ມີ​ນາ 2024.
ທະ​ຫານ ເກົາຫຼີ​ເໜືອ ໃນ​ລະ​ຫວ່າງ​ການ​ຝຶກ​ຊ້ອມ​ຂອງກອງ​ທັບ​ປະ​ຊາ​ຊົນ ເກົາຫຼີ, 16 ມີ​ນາ 2024.

ສະ​ມາ​ຊິກ​ສະ​ພາ​ເກົາຫຼີ​ໃຕ້ ທ່ານ​ນຶ່ງ​ໄດ້​ກ່າວ​ໃນ​ວັນ​ອັງ​ຄານມື້ນີ້​ວ່າ ທະ​ຫານ​ເກົາຫຼີ​ເໜືອ​ຄົນ​ນຶ່ງ ​ທີ່​ຖືກ​ ຢູ​ເຄ​ຣນ ຈັບ​ໄດ້ ​ຢາກ​ໃຊ້ “​ຊີ​ວິດ​ທີ່​ປົກ​ກະ​ຕິ” ໃນ​ເກົາຫຼີ​ໃຕ້, ຫຼັງ​ຈາກ​ລັດ​ຖະ​ບານ ໂຊ​ລ ໄດ້​ປະ​ຕິ​ຍານ​ທີ່​ຈະ​ມອບ​ສັນ​ຊາດ​ໃຫ້​ທະ​ຫານ​ຂອງ ພຽງ​ຢາງ ອີງຕາມລາຍງານຂອງອົງການຂ່າວເອແອັຟພີ.

ໃນ​ເດືອນ​ມັງ​ກອນ​ທີ່​ຜ່ານ​ມາ, ໜ່ວຍ​ສືບ​ລັບ​ແຫ່ງ​ຊາດ​ຂອງ ໂຊ​ລ ໄດ້​ຢືນ​ຢັນ​ວ່າ​ກອງ​ທັບ ຢູ​ເຄ​ຣນ ໄດ້​ຈັບ​ທະ​ຫານ ເກົາຫຼີ​ເໜືອ ປະ​ມານ 10,000 ຄົນ ທີ່​ພວກ​ເ​ຂົາ​ຄາດ​ວ່າ ​ຖືກ​ສົ່ງ​ໄປ​ໂດຍ​ທ່ານ ກິມ ຈົງ ອຶນ ເພື່ອ​ຕໍ່​ສູ້​ໃຫ້​ ມົ​ສ​ກູ ໃນ​ສົງ​ຄາມ​ກັບ ຢູ​ເຄ​ຣນ.

ສະ​ມາ​ຊິກ​ສະ​ພາ​ທ່ານ ຢູ ຢົງ ວອນ ໄດ້​ກ່າວ​ວ່າ ລາວ​ສາ​ມາດພົບ​ກັບ​ທະ​ຫານ​ສອງ​ຄົນ, ຜູ້​ທີ່​ຍັງ​ຄົງ​ຖືກ ຢູ​ເຄ​ຣນ ຄວບ​ຄຸມ​ຕົວ​ຢູ່​ສະ​ຖານ​ທີ່​ກັກ​ຂັງ​ໃນ​ຈຸດ​ທີ່ບໍ່​ໄດ້​ຖືກ​ເປີດ​ເຜີຍ, ຫຼັງ​ຈາກ​ໄດ້​ສົ່ງ​ຄຳ​ຮ້ອງ​ຕໍ່​ບັນ​ດາ​ເຈົ້າ​ໜ້າ​ທີ່ ກີ​ຢິບ.

ທ່ານ ຢູ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ “ເວ​ລາ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ປະ​ເຊີນ​ໜ້າ​ກັບ​ນັກ​ໂທດ​ໜຸ່ມ​ສອງ​ຄົນ​ນັ້ນ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ຮູ້​ສຶກ​ຕາ​ດູ​ຕົນຫຼາຍ, ເຂົ້າ​ໃຈ​ຄວາມ​ຮູ້​ສຶກ ແລະ ເຫັນ​ອົກ​ເຫັນ​ໃຈ ແລະ ເປັນ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕັ້ງ​ແຕ່​ເຫັນ​ທຳ​ອິດ​ເລີຍ.”

ນຶ່ງ​ໃນ​ທະ​ຫານ​ນັ້ນ ​ໄດ້​ບອກ​ທ່ານ​ວ່າ ລາວ​ຢາກ​ຍ້າຍ​ໄປ ເກົາຫຼີ​ໃຕ້ ສະ​ນັ້ນ​ລາວ​ຈຶ່ງ​ສາ​ມາດ​ກັບ​ໄປ​ພົບ​ກັບ​ພໍ່​ແມ່​ຂອງ​ລາວ​ໃນ​ທີ່​ສຸດ.

ທ່ານ ຢູ ຍັງ​ໄດ້​ກ່າວ​ວ່າ​ ທະ​ຫານ​ທີ່​ວ່າ​ນັ້ນ​ ໄດ້​ຖາມ​ວ່າ​ ລາວ​ຈະ​ສາ​ມາດ “ມີ​ຊີ​ວິດ​ຢູ່​ຕໍ່​ຕາມ​ທີ່​ລາວ​ອະ​ທິ​ຖານ​ດ້ວຍ​ສິດທິ ​ທີ່​ຂ້າ​ພະ​ເຈົ້າຄາດຫວັງ​ບໍ່” ຖ້າ​ລາວ​ກັບ​ໄປ ເກົາຫຼີ​ໃຕ້ ແລະ ໄດ້​ຖາມ​ວ່າ ​ລາວ​ສາ​ມາດ​ທີ່​ຈະ “ມີ​ບ້ານ ແລະ ເລີ່ມ​ຕົ້ນ​ຄອບ​ຄົວ​ຢູ່​ທີ່​ນັ້ນ​ໄດ້​ບໍ່”.

ພາຍ​ໃຕ້​ລັດ​ຖະ​ທຳ​ມະ​ນູນ​ຂອງ ເກົາຫຼີ​ໃຕ້, ທະ​ຫານ​ເກົາຫຼີ​ທຸກ​ຄົນ, ລວ​ມ​ທັງ​ຜູ້​ທີ່​ອາ​ໄສ​ຢູ່​ໃນ ເກົາຫຼີ​ເໜືອ, ແມ່ນ​ຖືກ​ພິ​ຈາ​ລະ​ນາ​ວ່າ ​ເປັນ​ຄົນ​ທີ່​ຖື​ສັນ​ຊາດ​ຂອງ​ຕົນ, ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ຢືນ​ຢັນ​ອີກ​ຄັ້ງ​ນຶ່ງ​ ເມື່ອ​ເດືອນ​ແລ້ວນີ້​ວ່າ ກົດ​ເກນນີ້ ແມ່ນ​ຈະ​ຖືກ​ບັງ​ຄັບໃຊ້​ກັບ​ທະ​ຫານ​ທຸກ​ຄົນ​ທີ່​ຖືກ​ຈັບ​ໄດ້​ໃນ ຢູ​ເຄ​ຣນ ດ້ວຍ.

ການ​ສົ່ງ​ທະ​ຫານ​ດັ່ງ​ກ່າວ​ກັບ​ໄປ ເກົາຫຼີ​ເໜືອ ຈະ​ເທົ່າ​ກັບເປັນ “ໂທດ​ປະ​ຫານ​ຊີ​ວິດ,” ຕາມ​ທີ່ ທ່ານ ຢູ ກ່າວ.

ທະ​ຫານ ເກົາຫຼີ​ເໜືອ ໄດ້​ຖືກ​ຊີ້​ນຳ​ໃຫ້​ຂ້າ​ຕົນ​ເອງ​ຕາຍ ​ແທນ​ທີ່​ຈະຖືກ​ຈັບ, ອົງ​ການ​ສືບ​ລັບ ເກົາຫຼີ​ໃຕ້ ກ່າວ, ແລະ ທ່ານ ຢູ ກ່າວ​ວ່າ ພວກ​ທະ​ຫານ​ນັ້ນ​ໄດ້​ບອກ​ລາວ​ວ່າ ​ເຂົາ​ເຈົ້າ​ໄດ້​ເຫັນ​ການ​ຂ້າ​ໂຕ​ຕາຍຫຼາຍ​ຄັ້ງ​ດ້ວຍ​ລະ​ເບີດ​ມື​ ໂດຍ​ເພື່ອ​ນທະ​ຫານ​ຂອງ​ເຂົາ​ເຈົ້າ ທີ່​ໄດ້​ຮັບ​ບາດ​ເຈັບ​.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

A South Korean lawmaker said Tuesday that a North Korean soldier captured by Ukraine wanted to live a "normal life" in the South, after Seoul vowed to offer citizenship to Pyongyang's troops.

In January, Seoul's National Intelligence Service confirmed that the Ukrainian military had captured two of around 10,000 North Korean soldiers they estimate have been sent by Kim Jong Un to fight for Moscow in their war against Kyiv.

Lawmaker Yu Yong-weon said that he was able to meet the two soldiers, who remain in Ukrainian custody at a detention facility in an undisclosed location, after submitting a request to Kyiv authorities.

"The moment I faced the two young prisoners, I was overwhelmed with emotions -- compassion, sympathy, and an innate sense of empathy," said Yu in a press conference.

One of the soldiers told him that he wanted to move to South Korea so that he could eventually reunite with his parents, Yu recounted.

Yu also said that the soldier asked if he would be able to "live as he wish with the rights I hope for" if he goes to South Korea and asked if he would be able to "have a home and start a family there".

Under South Korea's constitution, all Koreans, including those who live in the North, are considered citizens, and officials reaffirmed last month that this would apply to any troops captured in Ukraine.

North Korean troops have been instructed to kill themselves rather than be captured, South Korean intelligence has said, and Yu said the soldiers told him they had witnessed multiple suicides by grenade by their injured comrades.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG