ອາຊະຍາກຳທາງໄຊເບີ ທີ່ຮູ້ຈັກກັນຄື “ການຈັບກຸມທາງດິດຈິໂຕລ ຫຼື digital arrest” -- ບ່ອນທີ່ພວກຫຼອກລວງປອມໂຕທາງອອນໄລນ໌ ເປັນເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ແລະສັ່ງໃຫ້ພວກຄົນໂອນເງິນຈຳນວນຫຼາຍໄປໃຫ້ -- ໄດ້ກາຍມາເປັນບັນຫາທີ່ແຜ່ຫຼາຍ ຈຶ່ງເຮັດໃຫ້ນາຍົກລັດຖະມົນຕີ ນາເຣນດຣາ ໂມດີ ໄດ້ອອກແຈ້ງເຕືອນຫຼາຍຄັ້ງ
TikTok ໄດ້ກ່າວໃນວັນອາທິດວານນີ້ ວ່າ ຕົນໄດ້ຟື້ນຟູການບໍລິການໃຫ້ແກ່ພວກຜູ້ໃຊ້ແອັປ ໃນສະຫະລັດ ຫຼັງຈາກທີ່ຊ່ອງທາງແບ່ງປັນວີດີໂອທີ່ມີຄວາມນິຍົມສູງນີ້ ໄດ້ປິດລົງ ໃນການຕອບໂຕ້ຕໍ່ການຫ້າມຂອງລັດຖະບານກາງ
ຈີນໄດ້ປະກາດແຜນການປະຕິບັດງານແຫ່ງຊາດຄັ້ງທຳອິດຂອງຕົນເພື່ອສ້າງ “ ປະເທດທີ່ມີການສຶກສາເຂັ້ມແຂງ ” ໃນປີ 2035 ຊຶ່ງຈີນກ່າວວ່າຈະຊ່ອວຍໃຫ້ປະສານງານການພັດທະນາການສຶກສາ ປັບປຸງປະສິດທິຜົນນະວັດຕະກຳ ແລະ ສ້າງ“ ປະເທດທີ່ເຂັ້ມແຂງ”
ພວກກະຕຸກຢາງພລາສຕິກ ແລະແກ້ວເບຍເປົ່າຖືກຄື້ນຟອງທະເລຊັດກິ້ງຂຶ້ນມາຫາດຊາຍແຄມທະເລ ໃນອ້ອມຮອບເກາະພູເກັດ ທາງພາກໃຕ້ຂອງໄທ ໃນຂະນະທີ່ສິ່ງເສດເຫຼືອກໍກອງຂຶ້ນຫຼາຍຂຶ້ນນັບມື້ ຢູ່ທີ່ເກາະແຫ່ງນີ້ ເຊິ່ງເປັນຈຸດແວ່ຍອດນິຍົມຂອງນັກທ່ອງທ່ຽວ
ປະທານາທິບໍດີ ໂຈ ໄບເດັນ ຈະບໍ່ໃຊ້ອຳນາດສັ່ງຫ້າມສື່ສັງຄົມອອນໄລນ໌ ຊື່ດັງ ‘Tik Tok’ ໃຫ້ບໍລິການໃນສະຫະລັດ ບໍ່ເທົ່າໃດວັນກ່ອນເສັ້ນຕາຍບັງຄັບໃຫ້ຂາຍຮຸ້ນທັງໝົດໃນສະຫະລັດ ຕາມການລາຍງານຂອງອົງການຂ່າວເອພີ ໃນຄືນວັນພະຫັດວານນີ້ ຕາມເວລາໃນທ້ອງຖິນ
ທ່ານ ຢຸນ ເຮັດໃຫ້ປະເທດຊາດເຂົ້າສູ່ຄວາມວຸ່ນວາຍໃນວັນທີ 3 ທັນວາ ເມື່ອທ່ານພະຍາຍາມບັງຄັບໃຊ້ກົດໄອຍະການເສິກ
ນັກວິເຄາະກ່າວວ່າ ປັກກິ່ງ ກຳລັງສະແດງໃຫ້ເຫັນເຖິງ “ຄວາມມຸ້ງຫວັງ” ຕໍ່ລັດຖະບານໃໝ່ຂອງ ທ່ານ ທຣໍາ ໂດຍການສົ່ງ ທ່ານ ຫານ ເຂົ້າຮ່ວມ
ຈີນລາຍງານວ່າການຕິດເຊື້ອໄວຣັສ ເມຕານິວໂມໄວຣັສ ໃນມະນຸດທີ່ມີລັກສະນະຄ້າຍຄືໄຂ້ຫວັດໃຫຍ່ ຫຼື ທີ່ເອີ້ນວ່າ HMPV ຫຼຸດລົງໃນພາກເໜືອຂອງປະເທດໃນຊ່ວງບໍ່ພໍເທົ່າໃດອາທິດທີ່ຜ່ານມາ ມີລາຍງານກ່ຽວກັບຈຳນວນຜູ້ຕິດເຊື້ອໄວຣັສທີ່ເພີ້ມຂຶ້ນໃນປະເທດ
ລຸນຫຼັງການປະທະກັນໃນຕອນເຊົ້າ ທ່ານ ຢຸນ ປາກົດໂຕເພື່ອໃຫ້ປາກຄໍາໃນການສືບສວນ ທີ່ພົວພັນຕໍ່ການກໍ່ກະບົດ
ຍີ່ປຸ່ນວິຕົກກັງວົນຢ່າງຫຍີ່ງກ່ຽວກັບການກະທຳໃນທະເລຈີນໃຕ້ທີ່ກຳລັງເພີ່ມຄວາມເຄັ່ງຕຶງ ແລະ ຄັດຄ້ານຢ່າງແຂງແຮງຕໍ່ຄວາມພະຍາຍາມຝ່າຍດຽວໃດ ໆ ທີ່ຈະປ່ຽນແປງສະຖານະດັ້ງເດີມ
ທັກສິນ ຊີນນະວັດ ນັກການເມືອງລຸ້ນທີ່ມີອິດທິພົນຂອງໄທ ເຊື່ອວ່າ ເສດທະກິດຂອງເອເຊຍຕາເວັນອອກສຽງໃຕ້ທີ່ໃຫຍ່ສຸດອັນດັບຂອງໂລກ ຄວນຊຸກຍູ້ໃຫ້ການພະນັນທາງອອກໄລນ໌ ຖືກຕ້ອງຕາມກົດໝາຍ ເຊິ່ງທ່ານໄດ້ກ່າວວ່າ ອາດນຳລາຍໄດ້ເຂົ້າລັດຖະບານ ຫຼາຍເຖິງ 100 ຕື້ບາດ ຫຼື ເທົ່າກັບ 2.89 ຕື້ໂດລາສະຫະລັດ
ເກົາຫຼີເໜືອໃນວັນອັງຄານມື້ນີ້ ໄດ້ຍິງທົດລອງ ລູກສອນໄຟຫຼາຍລູກ ເຂົ້າໄປໃນນ່ານນ້ຳທາງທິດຕາເວັນອອກ ຕາມທີ່ກອງທັບເກົາຫຼີໃຕ້ ໄດ້ກ່າວ ຂະນະທີ່ຕົນຍັງສືບຕໍ່ສາທິດອາວຸດຕ່າງໆຂອງຕົນ ກ່ອນໜ້າທີ່ທ່ານດໍໂນລ ທຣຳ ຈະກັບຄືນມາດຳລົງຕຳແໜ່ງໃນທຳນຽບຂ່າວ
ໂຫລດຕື່ມອີກ
No live streaming currently available