ທັກສິນ ຊີນນະວັດ ນັກການເມືອງລຸ້ນທີ່ມີອິດທິພົນຂອງໄທ ເຊື່ອວ່າ ເສດທະກິດຂອງເອເຊຍຕາເວັນອອກສຽງໃຕ້ທີ່ໃຫຍ່ສຸດອັນດັບຂອງໂລກ ຄວນຊຸກຍູ້ໃຫ້ການພະນັນທາງອອກໄລນ໌ ຖືກຕ້ອງຕາມກົດໝາຍ ເຊິ່ງທ່ານໄດ້ກ່າວວ່າ ອາດນຳລາຍໄດ້ເຂົ້າລັດຖະບານ ຫຼາຍເຖິງ 100 ຕື້ບາດ ຫຼື ເທົ່າກັບ 2.89 ຕື້ໂດລາສະຫະລັດ ໃນແຕ່ລະປີ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ.
ເຖິງຢ່າງໃດກໍຕາມ ປາດສະຈາກບົດບາດທີ່ເປັນທາງການໃນລັດຖະບານແລ້ວ ອະດີດນາຍົກລັດຖະມົນຕີຄົນນີ້ ທີ່ມີອາຍຸ 75 ປີ ເປັນນຶ່ງໃນຜູ້ທີ່ມີອິດທິພົນທີ່ສຸດໃນວົງການການເມືອງຂອງໄທ ແລະຖືກມອງກັນຢ່າງກວ້າງຂວາງວ່າ ເປັນສູນກາງຂອງອຳນາດທີ່ຢູ່ເບື້ອງຫຼັງ ນາຍົກລັດຖະມົນຕີ ແພທອງທານ ຊີນນະວັດ ຜູ້ທີ່ເປັນລູກສາວ ໄວ 38 ປີ.
ໃນການກ່າວຖະແຫລງຢູ່ທີ່ງານແຫ່ງນຶ່ງໃນບາງກອກ ເມື່ອແລງວັນຈັນວານນີ້ ບໍ່ດົນຫຼັງຈາກ ຄະນະລັດຖະມົນຕີຂອງໄທ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍ ການເຮັດໃຫ້ກາຊີໂນທັງຫຼາຍຖືກຕ້ອງຕາມກົດ, ເຊິ່ງທ່ານທັກສິນ ໄດ້ກ່າວວ່າ ລັດຖະບານ ໄດ້ມີແນວທາງຫຼາຍຢ່າງເພື່ອຄວບຄຸມການເຂົ້າເຖິງ, ແລະພາສີລາຍໄດ້ຈາກ ການພະນັນທາງອອນໄລນ໌.
ທ່ານທັກສິນ ໄດ້ກ່າວວ່າ “ການພະນັນທາງອອນໄລນ໌ ມີຜູ້ຊົມໃຊ້ຊາວໄທ ສອງຫາສີ່ລ້ານຄົນ ທີ່ມີເງິນຝາກທະນາຄານ ເຖິງ 300 ຕື້ບາດ ແລະທັງໄດ້ແລະເສຍ ຢູ່ປະມານ 500 ຕື້ຕໍ່ປີ.”
ທ່ານກ່າວຕື່ມວ່າ “ຖ້າພວກເຮົາສາມາດເກັບພາສີ 20 ເປີເຊັນ....ພວກເຮົາກໍຈະໄດ້ມາຫຼາຍກວ່າ 100 ຕື້ຕໍ່ປີ.”
ໃນຂະນະດຽວກັນ ການພະນັນສ່ວນໃຫຍ່ທີ່ມີຫຼາຍຮູບແບບ ແມ່ນຜິດກົດໝາຍຢູ່ໃນໄທ, ເຊິ່ງມັນມີຄວາມນິຍົມເປັນຢ່າງສູງ ແລະລັດຖະບານຊຸດກ່ອນໆທີ່ນຳພາໂດຍ ຫຼື ສະໜັບສະໜູນໂດຍ ທ່ານທັກສິນ ໄດ້ຜັກດັນໃຫ້ການພະນັນຖືກຕ້ອງ ເພື່ອສ້າງວຽກເຮັດງານທຳ ແລະສົ່ງເສີມການທ່ອງທ່ຽວ ໂດຍໂຕ້ຖຽງວ່າ ເງິນຈຳນວນຫຼວງຫຼາຍທີ່ສູນເສຍໄປນັ້ນ ສາມາດຫັນມາເປັນລາຍໄດ້ເຂົ້າລັດ.
ລັດຖະບານໄດ້ເຮັດວຽກກ່ຽວກັບລະບົບການລະບຸຕົວຕົນ ເພື່ອຄວບຄຸບການເຂົ້າເຖິງການພະນັນທາງອອນໄລນ໌ ທີ່ຈະປ້ອງກັນບໍ່ໃຫ້ພວກເຍົາວະຊົນເຂົ້າໄປໃຊ້ ແລະອຳນວຍໃຫ້ມີການຕິດຕາມກວດກາພວກທີ່ຕິດການພະນັນນຳດ້ວຍ ທ່ານທັກສິນ ກ່າວ.
“ພວກເຮົາຈະມີແບບຄືໜັງສືຜ່ານແດນ ເພື່ອຄວບຄຸມຜູ້ທີ່ສາມາດຫຼິ້ນໄດ້” ທ່ານກ່າວ ໂດຍບໍ່ໄດ້ໃຫ້ລາຍລະອຽດຕື່ມ.
ທ່ານທັກສິນ ຍັງໄດ້ຜັກດັນສະຖາບັນການເງິນທັງຫຼາຍຂອງໄທ ໃຫ້ເປີດກວ້າງຫຼາຍຂຶ້ນຕໍ່ເງິນຕາ ຄຣິປໂຕ ໂດຍອ້າງເຖິງຈຸດຢືນຂອງປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ທີ່ກຳລັງຈະເຂົ້າດຳລົງຕຳແໜ່ງ, ລວມທັງຜູ້ທີ່ທ່ານແຕ່ງຕັ້ງໃຫ້ເປັນຫົວໜ້າຄະນະກຳມາທິການຮັບຜິດຊອບ ຫລັກຊັບແລະຕະຫຼາດຫລັກຊັບຂອງສະຫະລັດ (US Securities and Exchange Commission) ຜູ້ທີ່ສະໜັບສະໜູນການຍົກເລີກລະບຽບການດ້ານເງິນຕາ ຄຣິປໂຕ ທ່ານ ພອລ ແອັຕກິນສ໌.
Thailand's political heavyweight Thaksin Shinawatra believes Southeast Asia's second largest economy should push to legalize online gambling, which he said could net the government as much as 100 billion baht, or $2.89 billion, in annual revenues.
Although without a formal role in government, the former prime minister, 75, is one of the most influential figures in Thai politics and is widely seen as a key power center behind the premiership of his 38-year-old daughter, Paetongtarn Shinawatra.
Speaking at an event in Bangkok late on Monday, just hours after the Thai cabinet approved a draft law to legalize casinos, Thaksin said the government was coming up with ways to control access to, and tax revenue from, online gambling.
"Online gambling has two to four million Thai users with savings of 300 billion baht and gains and losses of about 500 billion per year," said Thaksin.
"If we can tax 20% ... we would get more than 100 billion per year," he said.
While most forms of gambling are illegal in Thailand, it is hugely popular and successive governments led or backed by Thaksin have pushed to legalize it to create jobs and boost tourism, arguing huge sums of money are being lost that can be turned into state revenue.
The government was working on an identification system to control access to online gaming that would prevent underage use and allow the monitoring of gambling addicts, Thaksin said.
"We would have like a passport to control who can play," he said, without elaborating.
Thaksin also made a push for Thailand's financial institutions to be more open to cryptocurrency, citing incoming U.S. President Donald Trump's pro-crypto stance, including his appointment of crypto deregulation advocate Paul Atkins as the head of the U.S. Securities and Exchange Commission.
ຟໍຣັມສະແດງຄວາມຄິດເຫັນ