ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ຍີ່ປຸ່ນວິຕົກກັງວົນກ່ຽວກັບຄວາມເຄັ່ງຕຶງທາງທະເລທີີ່ທະວີຄວາມຮຸນແຮງຂຶ້ນ ລັດຖະມົນຕີກະຊວງການຕ່າງປະເທດກ່າວ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Fumio Kishida, ຂວາ, ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ Ferdinand Marcos Jr., ທີ່​ທຳ​ນຽບ​ຢ່າງ​ເປັນ​ທາງ​ການ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນ​ນະ​ຄອນ​ໂຕ​ກຽວ, ວັນ​ທີ 17 ທັນ​ວາ, 2023.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Fumio Kishida, ຂວາ, ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ Ferdinand Marcos Jr., ທີ່​ທຳ​ນຽບ​ຢ່າງ​ເປັນ​ທາງ​ການ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນ​ນະ​ຄອນ​ໂຕ​ກຽວ, ວັນ​ທີ 17 ທັນ​ວາ, 2023.

ຍີ່ປຸ່ນວິຕົກກັງວົນຢ່າງຫຍີ່ງກ່ຽວກັບການກະທຳໃນທະເລຈີນໃຕ້ທີ່ກຳລັງເພີ່ມຄວາມເຄັ່ງຕຶງ ແລະ ຄັດຄ້ານຢ່າງແຂງແຮງຕໍ່ຄວາມພະຍາຍາມຝ່າຍດຽວໃດ ໆ ທີ່ຈະປ່ຽນແປງສະຖານະດັ້ງເດີມ ລັດຖະມົນຕີກະຊວງການຕ່າງປະເທດຂອງຍີ່ປຸ່ນກ່າວເມື່ອວັນພຸດມື້ນີ້ ອີງຕາມອົງການຂ່າວຣອຍເຕີ້ສລາຍງານ

ທ່ານ ທາເຄຊິ ອິວາຍະ ກ່າວລະຫວ່າງການຢ້ຽມຢາມ ຟິລິບປິນວ່າ ຍີ່ປຸ່ນຈະຍັງຄົງໃຫ້ຄວາມຊ່ວຍເຫຼືດ້ານການພັດທະນາ ແລະ ຄວາມໝັ້ນຄົງແກ່ ມະນິລາ ແລະ ສະໜັບສະ ໜູນດ້ານຄວາມໝັ້ນຄົງທາງທະເລ ແລະ ກ່າວຕື່ມວ່າ ກົນໄກສາມຝ່າຍ ຫຼື ໄຕພາຄີ ຊຶ່ງລວມເຖິງສະຫະລັດນຳດ້ວຍຈະໄດ້ຮັບການເສີມຄວາມແຂງແຮງຂື້ນເມື່ອມີລັດຖະບານຊຸດໃໝ່ເຂົ້າຮັບຕໍາແໜ່ງໃນວໍຊິງຕັນ

ການຢ້ຽມຢາມຂອງ ທ່ານ ອິວາຍະ ເກີດຂື້ນຫຼັງຈາກທີ່ ນາຍົກລັດຖະມົນຕີ ທ່ານ ຊິເງຣຸ ອິຊິບະ ຂອງຍີ່ປຸ່ນ ປະທານາທິບໍດີເຟີດີນານ ມາກອສ ຈູເນຍ ຂອງ ຟິລິບປິນ ແລະ ປະທານາທິບໍດີ ທ່ານ ໂຈ ໄບເດນ ຂອງສະຫະລັດ ທີ່ກຳລັງຈະພົ້ນຈາກຕໍາແໜ່ງ ໄດ້ສົນທະນາກັນທາງໂທລະສັບຜ່ານລະບົບອ໋ອນລາຍນ໌ ໂດຍຜູ້ນໍາທັງສາມທ່ານ ຢືນຢັນເຖິງ “ ຂໍ້ຕົກລົງໄຕຣພາຄີ ຫຼື ສາມປະເທດ” ໃນການລົງເລິກການຮ່ວມມືດ້ານເສດຖະກິດ, ຄວາມໝັ້ນຄົງ ແລະ ເທັກໂນໂລຈີເພື່ອປະເຊີນໜ້າກັບຄວາມເຄັ່ງຕຶງທີ່ເພີ່ມໃນພາກພື້ນ.

ການປ່ຽນຜ່ານສູ່ການບໍລິຫານງານຂອງ ທ່ານ ດໍໂນລ ທຣໍາ ແຫ່ງສະຫະລັດໃນວັນທີ 20 ມັງກອນ ເຮັດໃຫ້ ທ່ານ ມາຣກອສ ເປັນຜູ້ນໍາດັ້ງເດີມພຽງຄົນດຽວໃນບັນດາຜູ້ທີ່ກໍ່ຕັ້ງໂຄງການສາມປະເທດໃນປີ 2024

ພາຍໃຕ້ການນໍາຂອງ ທ່ານ ມາຣກອສ ພາລະກິດດ້ານຄວາມໝັ້ນຄົງລະຫວ່າງຟິລິບປິນ ແລະ ຍີ່ປຸ່ນຊຶ່ງເປັນພັນທະມິດທີ່ໃກ້ຊິດທີ່ສຸດຂອງສະຫະລັດໃນເອເຊຍ ໄດ້ເພີ່ມຂື້ນຢ່າງມີຄວາມໝາຍຄວາມສຳຄັນ ເນື່ອງຈາກທັງສອງປະເທດໄດ້ປຶກສາຫາລືເຖິງຄວາມວິຕົກກັງວົນທາງທະເລຮ່ວມກັນກ່ຽວກັບການກະທຳທີ່ຮຸກຮານຫຼາຍຂື້ນຂອງຈີນໃນພາກພື້ນ

“ຍີ່ປຸ່ນຄັດຄ້ານຢ່າງແຂງແຮງຕໍ່ຄວາມພະຍາຍາມໃດ ໆ ທີ່ຈະປ່ຽນແປງສະຖານະດັ້ງເດີມໂດຍຝ່າຍດຽວດ້ວຍກຳລັງ ຫຼື ສ້າງຄວາມເຄັ່ງຕຶງໃນພາກພື້ນ ເຮົາຂໍຮຽກຮ້ອງຢ່າງແຂງແຮງ ໃຫ້ຜ່ອນຄາຍຄວາມເຄັ່ງຕຶງ” ທ່ານ ອິວາຍະ ກ່າວໃນຖະແຫຼງຂ່າວຮ່ວມກັບປະທານາທິບໍດີ ຟິລິບປິນທີ່ນະຄອນຫຼວງມະນິລາໂດຍບໍ່ໄດ້ເອີ່ຍເຖິງຈີນ

ຈີນອ້າງສິດເອົາເຂດທະເລຈີນໃຕ້ສ່ວນຫຼາຍຊຶ່ງເປັນຊ່ອງທາງການຄ້າສ່ວນຫຼາຍຂອງເອເຊຍ ຕາເວນອອກສຽງເໜືອກັບສ່ວນ ອື່ນ ໆ ຂອງໂລກ ບຣູໄນ, ມາເລເຊຍ, ຟິລິບປິນ,

ໄຕ້ຫວັນ ແລະ ຫວຽດນາມ ຍັງມີການອ້າງສິດທາງນໍ້າ

ສະຖານທູດຈີນໃນນະຄອນຫຼວງມະນິລາບໍ່ໄດ້ຕອບສະໜອງຕໍ່ການຂໍຄວາມຄິດເຫັນກ່ຽວກັບຄໍາເວົ້າຂອງ ທ່ານ ອິວາຍະ ໃນທັນທີ

ຍີ່ປຸ່ນປະກາດໃນປີ 2023 ວ່າ ກຳລັງເສີມກຳລັງທະຫານເຂົ້າຄັ້ງໃຫຍ່ທີ່ສຸດນັບຕັ້ງແຕ່ສົງຄາມໂລກຄັ້ງທີສອງ ຊຶ່ງຖືເປັນບາດກ້າວສຳຄັນໃນການຕໍ່ຕ້ານສົງຄາມພາຍຫຼັງສົງຄາມ ບໍ່ມີສິດໃດ ໆ ໃນເສັ້ນທາງນໍ້າທີ່ຄຶກຄື້ນນີ້ ແຕ່ມີການຂັດແຍ້ງທາງທະເລກັບຈີນໃນທະເລຈີນຕາເວນອອກຊຶ່ງເພື່ອນບ້ານທັງສອງປະເຊີນໜ້າກັນຊໍ້າແລ້ວຊໍ້າອີກ

ເມື່ອປີຜ່ານມາ ຍີ່ປຸ່ນໄດ້ລົງນາມໃນຂໍ້ຕົກລົງທາງທະຫານສຳຄັນກັບຟິລິບປິນຊຶ່ງອະນຸຍາດໃຫ້ສົ່ງກອງທະຫານໄປຍັງດິນແດນຂອງກັນແລະກັນ. ນອກຈາກນີ້ ມະນິລາຍັງເປັນນຶ່ງໃນ ຜູ້ຮັບຄວາມຊ່ວຍເຫຼືອດ້ານຄວາມໝັ້ນຄົງຢ່າງເປັນທາງການຈາກໂຕກຽວ ເປັນປະເທດທຳອິດ ຊຶ່ງເປັນໂຄງການທີ່ຊ່ວຍສົ່ງເສີມຄວາມອາດສາມາດໃນການສະກັດກັ້ນປະເທດຄູ່ຄ້າ

ຟິລິປິນມີຂໍ້ຂັດແຍ້ງທາງທະເລກັບຈີນໃນຊ່ວງສອງປີທີ່ຜ່ານມາ ເນື່ອງຈາກທັງສອງປະເທດປະເຊີນໜ້າກັນເປັນປະຈຳໃນບໍລິເວນພື້ນຂັດແຍ້ງໃນທະເລຈີນໃຕ້ຊຶ່ງຢູ່ໃນເຂດເສດຖະກິດພິເສດຂອງມະນິລາ

ທັງສອງປະເທດກ່າວຫາຊຶ່ງກັນແລະກັນວ່າໄດ້ບຸກລຸກດິນແດນ ຂະນະທີ່ຟິລິບປິນໄດ້ປະນາມປັກກິ່ງກໍລະນີການມີໜ້າແລະພຶດຕິກຳຂອງກອງກໍ່າປັ່ນຍາມຝັ່ງ

“ ຂ້ອຍຮູ້ສຶກກັງວິຕົກກັງວົນຢ່າງຫຍີ່ງທີ່ການກະທຳທີ່ເພີ່ມຄວາມເຄັ່ງຕຶງໃນທະເລຈີນໃຕ້ເກີດຂື້ນຊໍ້າແລ້ວຊໍ້າອີກ ປະເດັນກ່ຽວກັບທະເລຈີນໃຕ້ເປັນຂໍ້ວິຕົກກັງວົນທີ່ຖືກຕ້ອງສຳລັບຊຸມຊົນລະຫວ່າງປະເທດ” ທ່ານ ອິວາຍະ ກ່າວ

ທ່ານ ເອຣິເກ ມານາໂລ ລັດຖະມົນກະຊວງການຕ່າງປະເທດຟິລິບປິນກ່າວວ່າ ຄວາມສຳພັນຂອງປະເທດຟິລິປິນ ກັບໂຕກຽວເປັນຄວາມສຳພັນທີ່ຜ່ອນຜັນແລະມີການເຄື່ອນໄຫວຫຼາຍທີ່ສຸດໃນພາກພື້ນ

ລັດຖະມົນຕີທັງສອງໄດ້ປຶກສາຫາລືກ່ຽວກັບສະຖານະການດ້ານຄວາມໝັ້ນຄົງໃນທະເລຈີນຕາເວນອອກ ແລະ ທະເລຈີນໃຕ້ ແລະ ການເຮັດວຽກຮ່ວມກັນທ່າມກາງພູມສັນຖານການເມືອງທີ່ມີການຜັນຂະຫຍາຍ. ທ່ານກ່າວຕື່ມວ່າສອງປະເທດຍັງຍຶດໝັ້ນຕໍ່ລະບຽບການຕາມກົດເກນໃນພາກພື້ນ

ອ່ານຂ່າວນີ້ເປັນພາສາອັງກິດ

MANILA, Jan 15 (Reuters) - Japan is gravely concerned about actions in the South China Sea that are raising tensions, and strongly opposes any unilateral attempt to change the status quo, its foreign minister said on Wednesday.

Speaking during a visit to the Philippines, Takeshi Iwaya also said Japan would continue to provide development and security assistance to Manila and support for its maritime security, adding that a trilateral mechanism which also includes the United States would be strengthened when a new administration takes over in Washington.

Iwaya's visit follows a virtual call between Japanese Prime Minister Shigeru Ishiba, Philippine President Ferdinand Marcos Jr. and outgoing U.S. President Joe Biden where the three leaders affirmed their "trilateral arrangement" in deepening economic, security and technology cooperation in the face of growing tensions in the region.

The transition to U.S. President-elect Donald Trump's administration on Jan. 20 leaves Marcos as the only original leader out of those who established the trilateral initiative in 2024.

Under Marcos, security engagements between the Philippines and Japan, two of the closest Asian allies of the U.S., have significantly deepened as both nations address shared maritime concerns over China's increasingly assertive actions in the region.

"Japan strongly opposes any attempt to unilaterally change the status quo by force or build up tension in the region. We strongly ask for easing of tensions," Iwaya told a joint press conference with his Philippine counterpart in Manila, without mentioning China.

China claims much of the South China Sea, a conduit for the bulk of northeast Asia's trade with the rest of the world. Brunei, Malaysia, the Philippines, Taiwan and Vietnam also have claims on the waterway.

The Chinese embassy in Manila did not immediately respond to a request for comments on Iwaya's remarks.

Japan, which announced in 2023 its biggest military build-up since World War Two in a step away from post-war pacifism, does not have any claims to the busy waterway. But it has a separate maritime dispute with China in the East China Sea, where the neighbors have repeatedly faced off.

Last year, Japan signed a landmark military pact with the Philippines allowing deployment of forces on each other's soil. Manila also became one of the first recipients of Tokyo's official security assistance, a program aimed at helping boost deterrence capabilities of its partner countries.

The Philippines has been embroiled in wrangles at sea with China in the past two years as the two countries face off regularly around disputed features in the South China Sea that fall inside Manila's exclusive economic zone.

Both countries have accused each other of encroachment, while the Philippines has condemned Beijing over the presence and conduct of its coast guard fleet.

"I am gravely concerned that actions heightening tension in the South China Sea are repeated. Issue over South China Sea is a legitimate concern for the international community," Iwaya said.

Philippine Foreign Minister Enrique Manalo said his country's relationship with Tokyo was among the most resilient and dynamic in the region.

The two ministers discussed the security situation in the East and South China Seas and their work together amid an evolving geopolitical landscape, he said, adding the two remain committed to a regional rules-based order.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG