ປະທານາທິບໍດີ ໂຈ ໄບເດັນ ຈະບໍ່ໃຊ້ອຳນາດສັ່ງຫ້າມສື່ສັງຄົມອອນໄລນ໌ ຊື່ດັງ ‘Tik Tok’ ໃຫ້ບໍລິການໃນສະຫະລັດ ບໍ່ເທົ່າໃດວັນກ່ອນເສັ້ນຕາຍບັງຄັບໃຫ້ຂາຍຮຸ້ນທັງໝົດໃນສະຫະລັດ ຕາມການລາຍງານຂອງອົງການຂ່າວເອພີ ໃນຄືນວັນພະຫັດວານນີ້ ຕາມເວລາໃນທ້ອງຖິນ.
ເອພີ ອ້າງອີງຂໍ້ມູນດັ່ງກ່າວ ຈາກເຈົ້າໜ້າທີ່ຄົນນຶ່ງ ທີ່ບໍ່ປະສົງອອກນາມ ເນື່ອງຈາກເປັນການໃຫ້ຂໍ້ມູນຈາກວົງໃນຂອງລັດຖະບານທ່ານໄບເດັນ.
ຕາມເດີມ ຕິກຕ໊ອກ ເຊິ່ງມີຜູ້ໃຊ້ 170 ລ້ານຄົນໃນອາເມຣິກາ ກຽມຈະປິ້ໃຫ້ບໍລິການໃນວັນອາທິດ ທີ 19 ເດືອນມັງກອນນີ້ ເຊິ່ງເປັນເສັ້ນຕາຍທີ່ ທ່ານໄບເດັນ ເຄີຍລົງນາມເອົາໄວ້ ເມື່ອເດືອນເມສາ 2024 ໃຫ້ ຕິກຕ໊ອກ ຕັດສຳພັນກັບບໍລິສັດ ແມ່ທີ່ຈີນ ບໍ່ດັ່ງນັ້ນແລ້ວ ຈະບໍ່ສາມາດໃຊ້ງານແອັປນີ້ໄດ້.
ຮູບປະທຳຂອງການຕັດສຳພັນດັ່ງກ່າວ ຄືການໃຫ້ບໍລິສັດໄບຕ໌ແດ້ນສ ທີ່ເປັນເຈົ້າຂອງ ຕິກຕ໊ອກ ຂາຍຮຸ້ນທັງໝົດໃນສະຫະລັດ.
ຫາກທ່ານໄບເດັນ ມີທ່າທີເຊັ່ນນັ້ນ ຈະເປັນຜົນໃຫ້ຊະຕາກຳຂອງ ຕິກຕ໊ອກ ໄປຕົກຢູ່ໃນມືຂອງ ດໍໂນລ ທຣຳ ທີ່ກຳລັງຈະຂຶ້ນດຳລົງຕຳແໜ່ງປະທານາທິບໍດີ ຄົນຕໍ່ໄປ ໃນວັນຈັນໜ້ານີ້.
ສື່ວໍຊິງຕັນໂພສ ລາຍງານວ່າ ວ່າທີ່ປະທານາທິບໍດີ ທຣຳ ກຳລັງພິຈາລະນາອອກຄຳສັ່ງຝ່າຍບໍລິຫານ ເພື່ອລະງັບການປິດແອັປດັ່ງກ່າວ ເປັນເວລາ 60-90 ວັນ ແຕ່ໃນລາຍງານຂອງວໍຊິງຕັນໂພສ ບໍ່ໄດ້ລະບຸວ່າ ທ່ານທຣຳ ຈະສາມາາດເຮັດເຊັ່ນນັ້ນຢ່າງຖືກຕ້ອງຕາມກົດໝາຍໄດ້ຢ່າງໃດ.
ຜູ້ໃຊ້ແອັປ ຕຶກຕອກຈະສາມາດໃຊແອັປດັ່ງກ່າວໄດ້ ເວັ້ນແຕ່ວ່າ ກົດໝາຍຫ້າມ ທີ່ຈະເລີ້ມຕົ້ນໃນວັນອາທິດນີ້ ຈະບໍ່ໃຫ້ແຈກຈ່າຍ ເບິ່ງແຍງຮັກສາ ຫຼືອັບເດດແອັປ ໄດ້ອີກຕໍ່ໄປ.
ທີມປ່ຽນຜ່ານຄະນະລັດຖະບານທ່ານທຣຳ ບໍ່ໄດ້ໃຫ້ຄວາມເຫັນໃດໆ ໃນເລື້ອງນີ້ ແຕ່ວ່າທີ່ປະທານາທິບໍດີ ທຣຳ ເຄີຍກ່າວວ່າ ຕິກຕ໊ອກ ເປັນຊ່ອງທາງທີ່ຍອດຢ້ຽມ ແລະຈະຫາທາງຮັກສາແອັປ ນີ້ໄວ້ໃນຂະນະທີ່ຊ່ອຍປົກປ້ອງຂໍ້ມູນຂອງຜູ້ໃຊໃນອາເມຣິກາຕໍ່ໄປ.
ດ້ານສື່ນິວຢອກໄທມ໌ ລາຍງານວ່າ ຊີອີໂອ ຕິກຕ໊ອກ ໄດ້ຮັບຄຳເຊີນເຂົ້າຮ່ວມພິທີປະຕິບານຕົນຮັບຕຳແໜ່ງຂອງທ່ານທຣຳ ໃນວັນທີ 20 ມັງກອນ ນີ້ ອີກທັງຍັງໄດ້ນັ່ງໃນ “ຕຳແໜ່ງອັນຊົງກຽດ” ໃນງານນີ້ອີກດ້ວຍ.
ຟໍຣັມສະແດງຄວາມຄິດເຫັນ