ທາງການຂອງເກົາຫຼີໃຕ້ ໄດ້ທໍາການກັກຂັງປະທານາທິບໍດີ ຢຸນ ຊຸກ ໂຢລ (Yoon Suk Yeol) ທີ່ຖືກສະພາຟ້ອງຮ້ອງຖອດຖອນຕຳແໜ່ງ ໃນຕອນເຊົ້າຂອງມື້ວັນພຸດຜ່ານມານີ້. ການເຄື່ອນໄຫວດັ່ງກ່າວ ສິ້ນສຸດການປະເຊີນໜ້າກັນທີ່ແກ່ຍາວເປັນເວລານຶ່ງອາທິດ ກ່ຽວກັບສະຖານະໃນປັດຈຸບັນຂອງ ທ່ານ ຢຸນ, ຜູ້ຖືກສືບສວນໃນຂໍ້ຫາກໍ່ກະບົດ ທີ່ກ່ຽວຂ້ອງກັບການປະກາດໃຊ້ກົດໄອຍະການເສິກຂອງທ່ານ ໃນໄລຍະເວລາສັ້ນໆ.
ບັນດາຜູ້ສະໜັບສະໜູນປະທານາທິບໍດີ ຢຸນ ຊຸກ ໂຢລ ທີ່ຖືກຟ້ອງຮ້ອງ ໄດ້ພາກັນຫຸ້ມປະທະກັນກັບເຈົ້າໜ້າທີ່ຕຳຫຼວດຢູ່ນອກເຮືອນພັກຂອງ ທ່ານ ຢຸນ ເຊິ່ງຕັ້ງຢູ່ໃຈກາງຂອງນະຄອນຫຼວງໂຊລ.
ແຕ່ພວກເຂົາເຈົ້າບໍ່ສາມາດຢຸດເຈົ້າໜ້າທີ່ຕໍາຫຼວດທີ່ມີຈຳນວນຫຼວງຫຼາຍໄດ້ ເຊິ່ງເຂົ້າໄປໃນເຮືອນພັກຂອງ ທ່ານ ຢຸນ ໃນຕອນເຊົ້າຂອງວັນພຸດວານນີ້, ອີງຕາມເວລາຢູ່ໃນທ້ອງຖິ່ນ.
ລຸນຫຼັງການເຈລະຈາເປັນເວລາຫຼາຍຊົ່ວໂມງກັບ ທ່ານ ຢຸນ ແລະທີມງານດ້ານກົດໝາຍຂອງທ່ານ, ການປິດລ້ອມກໍໄດ້ສະຫຼາຍໂຕລົງ, ໂດຍບໍ່ມີຄວາມຮຸນແຮງໃດໆເກີດຂຶ້ນ.
ທ່ານ ຢຸນ ອອກຈາກເຮືອນພັກຂອງທ່ານ ດ້ວຍຂະບວນລົດ, ແລະຍັງຄົງຮັກສາພາບພົດປະທານາທິບໍດີຂອງທ່ານໄວ້ ເຖິງແມ່ນຈະມີສະຖານະການດັ່ງກ່າວກໍຕາມ, ແລະທ່ານກໍເປັນປະທານາທິບໍດີ ເກົາຫຼີໃຕ້ ຄົນທໍາອິດທີ່ຖືກຄວບຄຸມຕົວ.
ທ່ານ ຢຸນ ທີ່ຖືກກ່າວຫາວ່າ ເປັນຜູ້ກໍ່ກະບົດ, ຈະປະເຊີນກັບຄຳຖາມຕ່າງໆກ່ຽວກັບການປະກາດກົດໄອຍະການເສິກຂອງທ່ານ ໃນເດືອນແລ້ວນີ້.
ໃນຂໍ້ຄວາມຂອງວິດີໂອທີ່ບັນທຶກໄວ້ລ່ວງໜ້ານັ້ນ, ທ່ານ ຢຸນ ໄດ້ສະແດງທ່າທີຝ່າຝືນ.
ທ່ານ ຢຸນ ຊຸກ ໂຢລ, ປະທານາທິບໍດີເກົາຫຼີໃຕ້ທີ່ຖືກຟ້ອງຮ້ອງ ກ່າວໃນພາສາເກົາຫຼີວ່າ:
“ການກະທຳທີ່ຜິດກົດໝາຍຊໍ້າແລ້ວຊໍ້າອີກ ແລະຂັ້ນຕອນການບີບບັງຄັບທີ່ອີງໃສ່ໝາຍຈັບແບບບໍ່ຖືກຕ້ອງນັ້ນ ເປັນສິ່ງທີ່ໜ້າລັງກຽດທີ່ສຸດ.”
ເຈົ້າໜ້າທີ່ສາມາດກັກຂັງ ທ່ານ ຢຸນ ໄດ້ເປັນເວລາ 48 ຊົ່ວໂມງ ກ່ອນທີ່ຈະຂໍອອກໝາຍຈັບຢ່າງເປັນທາງການ.
ບີລ ກາໂລ ລາຍງານຢູ່ບໍລິເວນໃກ້ຄຽງທີ່ມີການປະທ້ວງ ເຊິ່ງລາວກ່າວວ່າ:
“ແຕ່ການສືບສວນກ່ຽວກັບການກໍ່ກະບົດ ບໍ່ແມ່ນພຽງບັນຫາດຽວເທົ່ານັ້ນ ທີ່ ທ່ານ ຢຸນ ຕ້ອງປະເຊີນ. ສານລັດຖະທຳມະນູນຂອງປະເທດ ຍັງມີກຳນົດທີ່ຈະຕັດສິນຄະດີສໍາລັບການຟ້ອງຮ້ອງຕໍ່ທ່ານ, ເຊິ່ງເປັນຄຳຕັດສິນ ທີ່ສາມາດປົດທ່ານອອກຈາກຕຳແໜ່ງໄດ້.”
ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ
South Korean authorities detained impeached President Yoon Suk Yeol early Wednesday. The move ends a weeks-long standoff over the current status of Yoon, who is being investigated for insurrection related to his short-lived declaration of martial law. More from VOA’s Bill Gallo in Seoul.
Supporters of impeached President Yoon Suk Yeol scuffled with police outside his residence in central Seoul.
But they could do little to stop the overwhelming number of police who entered Yoon’s compound early Wednesday.
After several hours of negotiations with Yoon and his legal team, the deadlock broke, without violence.
Yoon left in a motorcade, maintaining a presidential image despite the circumstances – he is the first sitting South Korean president to be detained.
Yoon, accused of insurrection, faces questions over his martial law decree last month.
In a pre-recorded video message, Yoon was defiant.
Yoon Suk Yeol, South Korea’s Impeached President, In Korean.
“Such repeated illegal actions and coercive procedures based on invalid warrants are deeply deplorable.”
Authorities can detain Yoon for 48 hours before seeking a formal arrest warrant.
Gallo standup near protests.
“But the insurrection probe isn’t the only trouble Yoon faces. The country's Constitutional Court is also set to soon rule on his impeachment, a verdict that could remove him from office.”
ຟໍຣັມສະແດງຄວາມຄິດເຫັນ