ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ເຖິງວ່າຈະມີຄວາມກັງວົນໃນລະດັບສາກົນແຕ່ແພດບອກວ່າໄວຣັສຄ້າຍຄືໄຂ້ຫວັດໃຫຍ່ຂອງຈີນບໍ່ແມ່ນ ໂຄວິດ-19


ເຖິງວ່າຈະມີຄວາມກັງວົນໃນລະດັບສາກົນແຕ່ແພດບອກວ່າໄວຣັສຄ້າຍຄືໄຂ້ຫວັດໃຫຍ່ຂອງຈີນບໍ່ແມ່ນ ໂຄວິດ-19

ຈີນລາຍງານວ່າ ການຕິດເຊື້ອໄວຣັສ ເມຕານິວໂມໄວຣັສ ໃນມະນຸດທີ່ມີລັກສະ ນະຄ້າຍຄືໄຂ້ຫວັດໃຫຍ່ ຫຼື ທີ່ເອີ້ນວ່າ HMPV ຫຼຸດລົງໃນພາກເໜືອຂອງປະເທດ. ໃນຊ່ວງບໍ່ພໍເທົ່າໃດອາທິດທີ່ຜ່ານມາ ມີລາຍງານກ່ຽວກັບຈຳນວນຜູ້ຕິດເຊື້ອໄວຣັສ ເພີ້ມຂຶ້ນໃນປະເທດ ບ່ອນທີ່ ໂຄວິດ-19 ໄດ້ເລີ້ມຂຶ້ນ ຊຶ່ງກໍ່ໃຫ້ເກີດມີຄວາມກັງວົນກ່ຽວກັບການລະບາດໃຫຍ່ທີ່ອາດຈະເກີດຂຶ້ນອີກຄັ້ງໜຶ່ງ.

ດຣ ໂຮ ເໝີຍ ຊາງ ຈາກສະຖາບັນວິທະຍາສາດຊີວະການແພດ ກ່າວວ່າ “ ນັກວິຊາການສາກົນຮຽກຮ້ອງໃຫ້ຈີນ ເປີດເຜີຍຂໍ້ມູນຂອງເຊື້ອໂຣກ ແລະທຳການວິໄຈທາງພັນທຸກຳ ເພື່ອຢືນຢັນວ່າ ບໍ່ແມ່ນໄວຣັສສາຍພັນໃໝ່ ເຖິງວ່າ ຈະເປັນໄວຣັສເກົ່າແຕ່ກໍ່ອາດຈະເປັນສາຍພັນໃໝ່ກໍເປັນໄດ້.”

ໄວຣັສ HMPV ມີມາຢ່າງໜ້ອຍນັບຕັ້ງແຕ່ປີ 2001 ທ່ານ ໂທມັສ ດຸສຊິນສກີ ອຳນວຍການດ້ານການສຶກສາການລະບາດວິທະຍາ ທີ່ໂຮງຮຽນສາທາລະນະສຸກມະຫາວິທະຍາໄລອິນດຽນນາ ກ່າວວ່າ

ດຣ ທອມມັສ ດູສຊິນສກີ ຈາກໂຮງຮຽນສາທາລະນະສຸກຂອງມະຫາວິທະຍາໄລ ອິນດຽນນາ ກ່າວວ່າ “ ເປັນໄວຣັສທີ່ພົບໄດ້ທົ່ວໄປຊຶ່ງເຮົາພົບເຫັນທຸກປີ ເດັກນ້ອຍສ່ວນຫຼາຍເມື່ອອາຍຸໄດ້ 5 ປີ ກໍ່ເຄີຍເປັນໂຣກນີ້ມາແລ້ວ ເປັນໄວຣັສທີ່ເຮັດໃຫ້ເກີດອາການຕ່າງ ໆ ເຊັ່ນ ຕາມົວ ໄອ ຈາມ ຕັນດັງ.”

ເຖິງວ່າ HMPV ອາດຈະເຮັດໃຫ້ເກີດອາການເຈັບປ່ວຍຮ້າຍແຮງໃນເດັກນ້ອຍອາຍຸຕໍ່າກວ່າ 5 ປີ ແລະ ໃນຜູ້ເຖົ້າທີ່ມີບັນຫາສຸຂະພາບອື່ນ ໆ ແຕ່ສຳລັບຄົນສ່ວນຫຼາຍແລ້ວ ມັກຈະເປັນໂຣກບໍ່ຮຸນແຮງ.

ດຣ ໂພລ ອາວ ແວຣເຕີ ໂຮງຮຽນແພດ ມະຫາວິທະຍາໄລ ຈອນ ຮ໋ອບກິນສ໌ ກ່າວວ່າ “ ມັນບໍ່ໄດ້ຮ້າຍແຮງເທົ່າໄຂ້ຫວັດໃຫຍ່ ຫຼື ໂຄວິດ-19, HMPV ມີມາດົນນານແລ້ວ ທ່ານຮູ້ບໍ່ ຕິດເຊື້ອໄປແລ້ວຫຼາຍລ້ານຄົນ ຊຶ່ງມີພູມປ້ອງກັນຢູ່ແລ້ວ ບໍ່ແມ່ນວ່າ ນີ້ເປັນໄວຣັສສາຍພັນໃໝ່ທີ່ອາດຈະກໍ່ໃຫ້ເກີດບັນຫາຮ້າຍແຮງ.”

ເຈົ້າໜ້າທີ່ສາທາລະນະສຸກຂອງຈີນ ກ່າວວ່າ ຈຳນວນຜູ້ເຈັບປ່ວຍທີ່ເຂົ້າຮັກສາໃນໂຮງໝໍນັ້ນຫຼຸດລົງເມື່ອທຽບກັບຊ່ວງເວລາດຽວກັນຂອງປີຜ່ານມາ. ທ່ານ ອາວ ແວຣເຕີ ກ່າວວ່າ ຊາວຈີນອາດຈະມີຄວາມສ່ຽງຕໍ່ HMPV ຫຼາຍກ່ວາ ເນື່ອງຈາກຈີນບັງຄັບໃຊ້ມາດຕະການປິດເມືອງຕອນມີການລະບາດຂອງໂຄວິດ ຢ່າງເຂັ້ມງວດກ່ວາ ສະຫະລັດ.

ດຣ ໂພລ ອາແວຣເຕີ ຄະນະແພດສາດມະຫາວິທະຍາໄລ ຈອນ ຮ໋ອບກິ້ນ ກ່າວວ່າ “ ພວກເຂົາຢູ່ບ້ານ ບໍ່ໄປເຮັດວຽກ ໃສ່ໜ້າກາກປ້ອງກັນ ດັ່ງນັ້ນຮອບວຽນປົກກະຕິຂອງການຕິດເຊື້ອ ຕົວຢ່າງ ໃນຊ່ວງລະດູໜາວ ຊຶ່ງເປັນຊ່ວງທີ່ລະບົບທາງເດີນຫັນໃຈເຮັດວຽກ ຜູ້ຄົນຈະບໍ່ຕິດເຊື້ອ ດັ່ງນັ້ນພູມປ້ອງກັນສະເພາະຂອງພວກເຂົາຈຶ່ງບໍ່ໄດ້ຮັບການກະຕຸ້ນ ສະນັ້ນຈຶ່ງມີປະຊາຊົນຈຳນວນຫຼາຍທີ່ອາດຈະມີຄວາມສ່ຽງຕໍ່ການຕິດເຊື້ອຫຼາຍຂື້ນ.”

ບໍ່ມີການຮັກສາເທື່ອ ຫຼື ຢາວັກຊິນທີ່ແທ້ຈິງປ້ອງກັນສຳລັບ HMPV. ບັນດາທ່ານໝໍ ກ່າວວ່າ ຜູ້ປ່ວຍທີ່ມີບັນຫາໃນການຫັນໃຈຄວນສະແຫວງຫາການຊ່ອຍເຫຼືອດ້ານການແພດ.

ອ່ານຂ່າວນີ້ເປັນພາສາອັງກິດ

China reports that infections of flu-like human metapneumovirus {meta-noo-mull-virus} -- known as HMPV -- are down in the northern part of the country. In recent weeks, reports of rising cases of the virus in the country where COVID-19 began sparked worries of another potential pandemic.

Dr. Ho Mei-Shang, Institute of Biomedical Sciences

"International scholars are calling on China to disclose pathogen information and conduct genetic research to confirm that it is not a new virus. Even if it is an old virus, it could still be a new variant."

HMPV has been around at least since 2001.

Dr. Thomas Duszynski, Indiana University School of Public Health

“It's a very common virus that we see every year. Most children by the age of five have already had the disease. It's a virus that will produce symptoms like watery eyes, cough, sneezing, chest congestion.” :25

While HMPV can cause serious illness in children under five, and in older adults with other health problems, it’s usually a mild disease for most people

“It is not nearly as serious as influenza or COVID disease.” // “HMPV has been here for, you know, a long time, has infected millions of people that already have immunity. It's not as though this is a brand-new virus that might cause devastating problems.”

China health officials say the number of patients seeking medical help is lower compared to the same period last year. Auwaerter says the Chinese might be more susceptible to HMPV because China enforced more stringent COVID lockdowns than, for example, the United States, during the pandemic.

“They stayed home, refrained from work, wore masks. So the usual cycles of acquiring an infection, for example, during the respiratory season of winter, people didn't get infected, so their specific immunity, they weren't boosted, and so there was a larger population that might be more susceptible.”

There is no real treatment or vaccine for HMPV. The doctors say any patients who have trouble breathing should seek medical help.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG