ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ເກົາຫຼີໃຕ້ ກ່າວວ່າ ເກົາຫຼີເໜືອຍິງລູກສອນໄຟ ໄປໃນນ່ານນ້ຳ ທິດຕາເວັນອອກ ເຊິ່ງເປັນຄັ້ງທີສອງ ໃນປີ


ພາບນີ້ສະໜອງໂດຍ ລັດຖະບານເກົາຫຼີເໜືອ ທີ່ສະແດງໃຫ້ເຫັນ ສິ່ງທີ່ຕົນກ່າວວ່າ ເປັນການທົດລອງລູກສອນໄຟຂີປະນາວຸດໄວກວ່າສຽງ ໄລຍະກາງ ປະເພດໃໝ່ ຢູ່ສະຖານທີ່ທີ່ບໍ່ໄດ້ລະບຸໃນເກົາຫຼີເໜືອ, ວັນທີ 6 ມັງກອນ 2025. (Korean Central News Agency/Korea News Service via AP)
ພາບນີ້ສະໜອງໂດຍ ລັດຖະບານເກົາຫຼີເໜືອ ທີ່ສະແດງໃຫ້ເຫັນ ສິ່ງທີ່ຕົນກ່າວວ່າ ເປັນການທົດລອງລູກສອນໄຟຂີປະນາວຸດໄວກວ່າສຽງ ໄລຍະກາງ ປະເພດໃໝ່ ຢູ່ສະຖານທີ່ທີ່ບໍ່ໄດ້ລະບຸໃນເກົາຫຼີເໜືອ, ວັນທີ 6 ມັງກອນ 2025. (Korean Central News Agency/Korea News Service via AP)

ເກົາຫຼີເໜືອໃນວັນອັງຄານມື້ນີ້ ໄດ້ຍິງທົດລອງ ລູກສອນໄຟຫຼາຍລູກ ເຂົ້າໄປໃນນ່ານນ້ຳທາງທິດຕາເວັນອອກ ຕາມທີ່ກອງທັບເກົາຫຼີໃຕ້ ໄດ້ກ່າວ ຂະນະທີ່ຕົນຍັງສືບຕໍ່ສາທິດອາວຸດຕ່າງໆຂອງຕົນ ກ່ອນໜ້າທີ່ທ່ານດໍໂນລ ທຣຳ ຈະກັບຄືນມາດຳລົງຕຳແໜ່ງໃນທຳນຽບຂ່າວ ອີງຕາມລາຍງານຂອງອົງການຂ່າວເອພີ.

ຫົວໜ້າເສນາທິການຮ່ວມຂອງເກົາຫຼີໃຕ້ ໄດ້ກ່າວວ່າ ອາວຸດຕ່າງໆໄດ້ຖືກຍິ່ງອອກຈາກພື້ນດິນບໍລິເວນທິດເໜືອ ແລະສົ່ງໄສວ່າ ເປັນລູກສອນໄຟຂີປະນາວຸດໄລຍະໃກ້. ມັນບໍ່ເປັນທີ່ຈະແຈ້ງໃນທັນທີວ່າ ພວກອາວຸດດັ່ງກ່າວບິນໄປໄກຫຼາຍຊ່ຳໃດ.

ຫົວໜ້າເສນາທິການຮ່ວມ ໄດ້ກ່າວວ່າ ກອງທັບເກົາຫຼີໃຕ້ ໄດ້ເສີມຂະຫຍາຍການສອດແນມ ໃນຂະນະດຽວກັນ ແບ່ງປັນຂໍ້ມູນກ່ຽວກັບການຍິງດັ່ງກ່າວກັບກອງທັບ ສະຫະລັດ ແລະຍີ່ປຸ່ນ.

ມັນແມ່ນການຍິງຄັ້ງທີສອງຂອງເກົາຫຼີເໜືອ ໃນປີ 2025, ຫຼັງຈາກທີ່ໄດ້ຍິງຂີປະນາວຸດມາແລ້ວເມື່ອອາທິດແລ້ວນີ້.

ເກົາຫຼີເໜືອ ໄດ້ກ່າວວ່າ ການຍິງທົດລອງ ໃນວັນທີ 6 ເດືອນມັງກອນ ເປັນລູກສອນໄຟຂີປະນາວຸດໄລຍະໃກ້ ໄວກວ່າສຽງປະເພດໃໝ່ ທີ່ໄດ້ຖືກອອກແບບເພື່ອໂຈມຕີເປົ້າໝາຍທີ່ຢູ່ຫ່າງໄກສອກຫລີກ ໃນມະຫາສະໝຸດປາຊີຟິກ ຂະນະທີ່ ຜູ້ນຳ ກິມ ຈົງ ອຶນ ໄດ້ປະຕິຍານວ່າ ຈະຂະຫຍາຍການສະສົມອາວຸດທີ່ສາມາດບັນຈຸນິວເຄລຍຕື່ມອີກ ເພື່ອຕ້ານຢັນກັບພວກປະເທດທີ່ເປັນປໍລະປັກ.

ເກົາຫຼີເໜືອ ກຳລັງອອກມາຈາກປີທີ່ຮ້ອນແຮງໃນການທົດລອງອາວິດ. ລະບົບທີ່ຕົນໄດ້ສາທິດໄປໃນປີ 2024 ລວມມີລູກສອນໄຟຂີປະນາວຸດຂ້າມທະວີບທີ່ໃຊ້ເຊື້ອໄຟທີ່ເປັນກ້ອນ ເຊິ່ງໄດ້ອອກແບບມາເພື່ອໂຈມຕີດິນແດນຂອງສະຫະລັດ ແລະລູກສອນໄຟໄລຍະສັ້ນຫຼາຍຊະນິດ ທີ່ໄດ້ອອກແບບມາເພື່ອໂຈມຕີຢ່າງຖ້ວມລົ້ນລະບົບປ້ອງກັນໄພທາງອາກາດຢູ່ໃນເກົາຫຼີໃຕ້. ມີຄວາມເປັນຫວ່ງວ່າ ຄວາມອາດສາມາດດ້ານການທະຫານຂອງເກົາຫຼີເໜືອ ອາດສ້າງຄວາມກ້າວໜ້າຂຶ້ນຕື່ມໂດຍຜ່ານການໃຊ້ເທັກໂນໂລຈີ ທີ່ໂອນມາໃຫ້ຈາກຣັດເຊຍ, ຂະນະທີ່ທັງສອງປະເທດເຫັນກົງກັນກ່ຽວກັບສົງຄາມໃນຢູເຄຣນ.

ຢູ່ທີ່ກອງປະຊຸມດ້ານການເມືອງທ້າຍປີ ທ່ານກິມ ໄດ້ປະຕິຍານທີ່ຈະຈັດຕັ້ງປະຕີບັດ “ໃຫ້ແຂງແກ່ນທີ່ສຸດ” ໃນນະໂຍບາຍຕໍ່ຕ້ານສະຫະລັດ ແລະໄດ້ຕຳນິຕິຕຽນຄວາມພະຍາຍາມຂອງລັດຖະບານທ່ານໄບເດັນ ເພື່ອເສີມສ້າງການຮ່ວມມືດ້ານຄວາມໝັ້ນຄົງກັບໂຊລ ແລະໂຕກຽວ ເຊິ່ງ ທ່ານກິມ ໄດ້ອະທິບາຍ ຄືກັບວ່າ ເປັນ “ກຸ່ມກອງທັບນິວເຄລຍ ສຳລັບການຮຸກຮານ.”

North Korea on Tuesday test-fired multiple missiles toward its eastern waters, South Korea's military said, as it continued its weapons demonstrations ahead of Donald Trump's return to the White House.

South Korea's Joint Chiefs of Staff said the weapons were fired from a northern inland area and were suspected to be short-range ballistic missiles. It wasn't immediately clear how far the weapon flew.

The joint chiefs said the South Korean military has strengthened surveillance while sharing the launch information with the U.S. and Japanese militaries.

It was North Korea's second launch event of 2025, following a ballistic launch last week.

North Korea said the Jan. 6 test was a new hypersonic intermediate-range missile designed to strike remote targets in the Pacific as leader Kim Jong Un vowed to further expand his collection of nuclear-capable weapons to counter rival nations.

North Korea is coming off a torrid year in weapons testing. The systems it demonstrated in 2024 included solid-fuel intercontinental ballistic missiles designed to strike the U.S. mainland and various shorter-range missiles designed to overwhelm missile defenses in South Korea. There concerns that its military capabilities could advance further through technology transfers from Russia, as the two countries align over the war in Ukraine.

At a year-end political conference, Kim vowed to implement the "toughest" anti-U.S. policy and criticized the Biden administration's efforts to strengthen security cooperation with Seoul and Tokyo, which he described as a "nuclear military bloc for aggression."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG