ໃນວັນສຸກມື້ນີ້, ປະທານາທິບໍດີເກົາຫຼີໃຕ້ທີ່ຖືກຟ້ອງຮ້ອງ ທ່ານ ຢຸນ ຊຸກ ໂຢລ ໄດ້ປະຕິເສດຄວາມພະຍາຍາມຂອງບັນດານັກສືບສວນອີກຄັ້ງນຶ່ງ ທີ່ທໍາການສອບຖາມທ່ານ ກ່ຽວກັບຄວາມລົ້ມແຫຼວໃນການປະກາດກົດໄອຍະການເສິກ, ໃນຂະນະທີ່ຂອບເຂດເວລາໃນການກັກຂັງທ່ານນັ້ນ ຫຍັບໃກ້ເຂົ້າມາແລ້ວ.
ທ່ານ ຢຸນ ເຮັດໃຫ້ປະເທດຊາດເຂົ້າສູ່ຄວາມວຸ່ນວາຍໃນວັນທີ 3 ທັນວາ ເມື່ອທ່ານພະຍາຍາມບັງຄັບໃຊ້ກົດໄອຍະການເສິກ, ໂດຍອ້າງເຖິງຄວາມຈໍາເປັນເພື່ອຕ້ານການຂົ່ມຂູ່ຈາກ “ພາກສ່ວນຕ່າງໆທີ່ຕໍ່ຕ້ານລັດຖະບານ.”
ແຕ່ການກະທໍາຂອງທ່ານມີຂຶ້ນພຽງ 6 ຊົ່ວໂມງ, ໃນຂະນະທີ່ກອງກໍາລັງທະຫານທີ່ທ່ານສັ່ງໃຫ້ບຸກເຂົ້າໃນລັດຖະສະພາໂດຍກົງນັ້ນ ບໍ່ສາມາດຍຸຕິບັນດາສະມາຊິກສະພາຈາກການລົງຄະແນນສຽງເພື່ອປະຕິເສດຕໍ່ກົດໄອຍະການເສິກ.
ໃນອາທິດຕໍ່ມາ, ທ່ານ ຢຸນ ໄດ້ຖືກຟ້ອງຮ້ອງໂດຍລັດຖະສະພາ ແລະທ່ານກໍໄດ້ຕໍ່ຕ້ານການຈັບກຸມໃນຂະນະຖືກກັກຂັງຢູ່ເຮືອນພັກຂອງທ່ານ, ກ່ອນທີ່ທ່ານຈະກາຍມາເປັນປະທານາທິບໍດີຄົນທຳອິດຂອງເກົາຫລີໃຕ້ ທີ່ຖືກກັກຂັງ.
ໝາຍຈັບທີ່ປະຕິບັດການບຸກເຂົ້າເຮືອນພັກຂອງ ທ່ານ ຢຸນ ໃນຕອນເຊົ້າຂອງວັນພຸດແລ້ວນີ້ ອະນຸຍາດໃຫ້ພະນັກງານສືບສອບສວນສາມາດຄວບຄຸມ ທ່ານ ຢຸນ ໄດ້ພຽງ 48 ຊົ່ວໂມງເທົ່ານັ້ນ.
ແຕ່ພວກເຂົາເຈົ້າຄາດວ່າ ຈະໄດ້ຮັບໝາຍຈັບສະບັບໃໝ່ໃນວັນສຸກມື້ນີ້ ທີ່ຈະຂະຫຍາຍການກັກຂັງ ທ່ານ ຢຸນ ອອກໄປໄດ້ອີກເປັນເວລາ 20 ມື້, ເພື່ອເຮັດໃຫ້ຄະນະໄອຍະການ ມີເວລາໃນການສັ່ງຟ້ອງ ທ່ານ ຢຸນ ຢ່າງເປັນທາງການ.
ຫ້ອງການສືບສວນການສໍ້ລາດບັງຫຼວງ ກໍາລັງສືບສວນທ່ານໃນຂໍ້ຫາທີ່ອາດເປັນໄປໄດ້ວ່າ ກໍ່ກະບົດ, ເຊິ່ງ ຖ້າພົບວ່າມີຄວາມຜິດແທ້ ທ່ານ ຢຸນ ອາດຖືກຂັງຄຸກຕະຫຼອດຊີວິດ ຫຼື ຖືກປະຫານຊີວິດ.
ຖ້າສານສະບັບໃໝ່ຖືກຍື່ນໃນວັນສຸກມື້ນີ້, ຈະເຮັດໃຫ້ ທ່ານ ຢຸນ ຖືກກັກຂັງຈົນກວ່າຈະມີການພິຈາລະນາຄະດີໃນສານ ແລະຄຳຕັດສິນຂອງສານເພື່ອອະນຸມັດການຈັບໃນທ້າຍອາທິດນີ້. ຖ້າສານປະຕິເສດພາຍຫຼັງການພິຈາລະນາຄະດີແລ້ວ, ທ່ານ ຢຸນ ຈະຖືກປ່ອຍໂຕ.
ອົງການຂ່າວ ຢອນຮັບ ລາຍງານວ່າ CIO ໄດ້ໂທຫາ ທ່ານ ຢຸນ ເພື່ອສອບຖາມໃນເວລາ 10 ໂມງເຊົ້າ ຕາມເວລາທ້ອງຖິ່ນຂອງວັນສຸກມື້ນີ້, ແຕ່ທະນາຍຄວາມຂອງເພິ່ນ ທ່ານ ຢຸນ ຄັບ-ຄຶນ (Yoon Kab-keun) ບອກ ອົງການຂ່າງ AFP ວ່າ ທ່ານໄດ້ປະຕິເສດທີ່ຈະອອກມາໃຫ້ການເປັນມື້ທີສອງຕິດຕໍ່ກັນ.
ເຈົ້າໜ້າທີ່ CIO ບໍ່ໄດ້ຕອບສະໜອງຕໍ່ຄຳຖາມໃດໆຈາກອົງການຂ່າວ AFP ໃນທັນທີ.
ທະນາຍຄວາມອີກຄົນນຶ່ງ, ທ່ານ ຊົກ ດົງ-ຮຽນ (Seok Dong-hyeon) ກ່າວຕໍ່ບັນດານັກຂ່າວໃນວັນສຸກມື້ນີ້ວ່າ ທ່ານ ຢຸນ ໄດ້ອະທິບາຍເຖິງຕຳແໜ່ງຂອງຕົນຕໍ່ນັກສືບສວນແລ້ວ ແລະບໍ່ມີເຫດຜົນໃດໆທີ່ທ່ານຈະຕອບຄຳຖາມຂອງພວກເຂົາເຈົ້າ.
ທ່ານ ຊົກ ກ່າວວ່າ “ປະທານາທິບໍດີຈະບໍ່ສະແດງຄໍາເຫັນໃດໆຕໍ່ CIO ໃນມື້ນີ້. ທ່ານໄດ້ສະແດງຈຸດຢືນພື້ນຖານຂອງທ່ານ ຕໍ່ບັນດາຜູ້ສືບສວນໃນມື້ທໍາອິດແລ້ວ.”
ທ່ານ ຢຸນ ຖືກສອບຖາມເປັນເວລາຫຼາຍຊົ່ວໂມງໃນມື້ວັນພຸດທີ່ຜ່ານມາ ແຕ່ທ່ານໄດ້ໃຊ້ສິດຂອງທີ່ຈະມິດງຽບ ກ່ອນທີ່ທ່ານຈະປະຕິເສດໃນການໃຫ້ຄໍາເຫັນຕໍ່ການສອບສວນດັ່ງກ່າວນັ້ນ ໃນມື້ຕໍ່ມາ.
ອົງການຂ່າວ ຢອນຮັບ ລາຍງານວ່າ ບັນດາຜູ້ສະໜັບສະໜູນ ທ່ານ ຢຸນ ໄດ້ມາເຕົ້າໂຮມກັນຢູ່ດ້ານນອກຂອງສານໃນວັນສຸກມື້ນີ້ ເຊິ່ງເປັນບ່ອນທີ່ນັກສືບສວນຄາດວ່າ ຈະຍື່ນຂໍໃບສັ່ງຟ້ອງສະບັບໃໝ່ ໂດຍເຊື່ອມໂຍງອາວຸດເຂົ້ານໍາ ເພື່ອຄວາມພະຍາຍາມຂັດຂວາງພວກເຂົາເຈົ້າຢ່າງຈະແຈ້ງ.
ຟໍຣັມສະແດງຄວາມຄິດເຫັນ