ບໍລິສັດ TikTok ໄດ້ກ່າວໃນວັນອາທິດວານນີ້ ວ່າ ຕົນໄດ້ຟື້ນຟູການບໍລິການໃຫ້ແກ່ພວກຜູ້ໃຊ້ແອັປ ໃນສະຫະລັດ ຫຼັງຈາກທີ່ຊ່ອງທາງແບ່ງປັນວີດີໂອທີ່ມີຄວາມນິຍົມສູງນີ້ ໄດ້ປິດລົງ ໃນການຕອບໂຕ້ຕໍ່ການຫ້າມຂອງລັດຖະບານກາງ ທີ່ວ່າ ທ່ານດໍໂນລ ທຣຳ ປະທານາທິບໍດີທີ່ຖືກເລືອກ ໄດ້ກ່າວວ່າ ທ່ານຈະພະຍາຍາມໂຈະ ໂດຍການອອກຄຳສັ່ງຝ່າຍບໍລິຫານ ໃນມື້ທຳອິດໃນການດຳລົງຕຳແໜ່ງ ອີງຕາມລາຍງານຂອງອົງການຂ່າວເອພີ.
ທ່ານທຣຳ ໄດ້ກ່າວວ່າ ທ່ານໄດ້ວາງແຜນທີ່ຈະອອກຄຳສັ່ງເພື່ອໃຫ້ ບໍລິສັດແມ່ຂອງຕິກຕ໊ອກ ທີ່ມີຫ້ອງການຕັ້ງຢູ່ຈີນ ມີເວລາຕື່ມອີກ ເພື່ອຊອກຫາຜູ້ຊື້ທີ່ໄດ້ຮັບການຮັບຮອງ ກ່ອນທີ່ຊ່ອງທາງການແບ່ງປັ່ນວີດີໂອທີ່ມີຄວາມນິຍົມສູງນີ້ ຈະຖືກຫ້າມຢ່າງຖາວອນໃນສະຫະລັດ. ທ່ານໄດ້ປະກາດການເຄື່ອນໄຫວດັ່ງກ່າວ ຢູ່ໃນບັນຊີສື່ສັງຄົມ Truth Social ຂະນະທີ່ຜູ້ໃຊ້ ຕິກຕ໊ອກ ຂອງສະຫະລັດ ຫຼາຍລ້ານຄົນ ໄດ້ຕື່ນຂຶ້ນມາແລ້ວພົບວ່າ ພວກເຂົາອາດບໍ່ສາມາດເຂົ້າເຖິງແອັປ ຕິກຕ໊ອກ ໄດ້ອີກຕໍ່ໄປ.
ສ່ວນບໍລິສັດ ກູໂກລ (Google) ແລະ ແອັບໂປລ (Apple) ກໍໄດ້ຫລຶບແອັປດັ່ງກ່າວອອກຈາກຮ້ານດິດຈິໂຕລຂອງພວກເຂົາ ເພື່ອປະຕິບັດຕາມກົດໝາຍ, ເຊິ່ງບັງຄັບໃຫ້ພວກເຂົາເຮັດເຊັ່ນນັ້ນ ຖ້າຫາກບໍລິສັດແມ່ ByteDance ຂອງ TikTok ບໍ່ໄດ້ຂ່າຍກິດຈະການຂອງຕົນໃນສະຫະລັດ ພາຍໃນວັນອາທິດວານນີ້. ກົດໝາຍ ເຊິ່ງໄດ້ຖືກຮັບຜ່ານໂດຍການສະໜັບສະໜູນຈາກທັງສອງພັກການເມືອງຢ່າງຫລວງຫຼາຍໃນເດືອນເມສາ, ທີ່ໄດ້ອະນຸຍາດໃຫ້ວາງຄ່າປັກໃໝທີ່ໜັກ ສຳລັບການບໍ່ປະຕິບັດຕາມນັ້ນ.
ບໍລິສັດດັ່ງກ່າວ ທີ່ດຳເນີນແອັປ TikTok ໄດ້ກ່າວໃນໂພສນຶ່ງຢູ່ສື່ສັງຄົມ X ວ່າ ໂພສຂອງທ່ານທຣຳ ໄດ້ສະໜອງ “ຄວາມກະຈ່າງແຈ້ງທີ່ຈຳເປັນ ແລະການຮັບປະກັນແກ່ບັນດາຜູ້ສະໜອງການບໍລິການຂອງພວກເຮົາ ທີ່ວ່າ ພວກເຂົາຈະປະເຊີນກັບການບໍ່ມີໂທດຫຍັງ ໃນການສະໜອງບໍລິການແອັປ ຕິກຕ໊ອກ ໃຫ້ແກ່ຊາວອາເມຣິກັນ ກວ່າ 170 ລ້ານຄົນ.”
ພວກຜູ້ໃຊ້ແອັປບາງສ່ວນ ບໍ່ດົນຫຼັງຈາກ ຖະແຫລງການຂອງແອັປຕິກຕ໊ອກ ທີ່ວ່າ ແອັປ ກໍໄດ້ກັບຄືນມາເຮັດວຽກອີກເທື່ອນຶ່ງ ແລະເວັບໄຊ້ຂອງ ຕິກຕ໊ອກ ໄດ້ປະກົດວ່າ ກໍທຳງານໄດ້ສຳລັບຜູ້ໃຊ້ຢ່າງໜ້ອຍຈຳນວນນຶ່ງ. ເຖິງແມ່ນວ່າ ຂະນະທີ່ ຕິກຕ໊ອກ ໄດ້ກະພິມໄປກະພິມມາ, ແຕ່ມັນກໍຍັງຄົງບໍ່ມີໃຫ້ດາວໂຫຼດໄດ້ເທື່ອ ຢູ່ໃນຮ້ານແອັປຂອງ ແອັບໂປລ ແລະ ກູໂກລ.
ກົດໝາຍດັ່ງກ່າວທີ່ໄດ້ມີຜົນບັງຄັບໃຊ້ໃນວັນອາທິດວານນີ້ ໄດ້ບັງຄັບໃຫ້ບໍລິສັດ ByteDance ຕັດສາຍສຳພັນກັບການດຳເນີນງານຂອງຊ່ອງທາງ ຫຼື ແພລດຟອມ ໃນສະຫະລັດ ຍ້ອນຄວາມເປັນຫ່ວງທາງດ້ານຄວາມໝັ້ນຄົງແຫ່ງຊາດ ທີ່ເກີດຈາກແອັປນີ້ ທີ່ມີຮາກເຫງົ້າມາຈາກຈີນ.
ເຖິງຢ່າງໃດກໍຕາມ ສະຖານະ ທີ່ໃຫ້ປະທານາທິບໍດີ ຜູ້ທີ່ດຳລົງຕຳແໜ່ງໃນປັດຈຸບັນ ອຳນາດເພື່ອອະນຸຍາດໃຫ້ເລື່ອນເວລາອອກໄປ 90 ວັນ ຖ້າການຂາຍນັ້ນແມ່ນເປັນໄປໄດ້ກຳລັງເດີນໜ້າ.
ອ່ານຂ່າວນີ້ໃນພາສາອັງກິດ
TikTok said Sunday it was restoring service to users in the United States after the popular video-sharing platform went dark in response to a federal ban that President-elect Donald Trump said he would try to pause by executive order on his first day in office.
Trump said he planned to issue the order to give TikTok’s China-based parent company more time to find an approved buyer before the popular video-sharing platform is subject to a permanent U.S. ban. He announced the move on his Truth Social account as millions of U.S. TikTok users awoke to discover they could no longer access the TikTok app or platform.
Google and Apple removed the app from their digital stores to comply with the law, which required them to do so if TikTok parent company ByteDance didn’t sell its U.S. operation by Sunday. The law, which passed with wide bipartisan support in April, allowed for steep fines for non-compliance.
The company that runs TikTok said in a post on X that Trump's post had provided “the necessary clarity and assurance to our service providers that they will face no penalties providing TikTok to over 170 million Americans.”
Some users reported soon after TikTok's statement that the app was working again, and TikTok’s website appeared to be functioning for at least some users. Even as TikTok was flickering back on, it remained unavailable for download in Apple and Google’s app stores.
The law that took effect Sunday required ByteDance to cut ties with the platform’s U.S. operations due to national security concerns posed by the app’s Chinese roots. However, the statute gave the sitting president authority to grant a 90-day extension if a viable sale is under way.
ຟໍຣັມສະແດງຄວາມຄິດເຫັນ