ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ເກາະພູເກັດ ຣີສອດຂອງໄທ ພວມປະເຊີນກັບວິກິດການຂີ້ເຫຍື້ອ ທີ່ເພີ້ມຂຶ້ນນັບມື້


ເກາະພູເກັດ ກຳລັງຕໍ່ສູ້ກັບວິກິດການດ້ານສິ່ງເສດເຫຼືອ ທ່າມກາງເປົ້າໝາຍການທ່ອງທ່ຽວທີ່ຍືນຍົງ.
ເກາະພູເກັດ ກຳລັງຕໍ່ສູ້ກັບວິກິດການດ້ານສິ່ງເສດເຫຼືອ ທ່າມກາງເປົ້າໝາຍການທ່ອງທ່ຽວທີ່ຍືນຍົງ.

ພວກກະຕຸກຢາງພລາສຕິກ ແລະແກ້ວເບຍເປົ່າຖືກຄື້ນຟອງທະເລຊັດກິ້ງຂຶ້ນມາຫາດຊາຍແຄມທະເລ ໃນອ້ອມຮອບເກາະພູເກັດ ທາງພາກໃຕ້ຂອງໄທ ໃນຂະນະທີ່ສິ່ງເສດເຫຼືອກໍກອງຂຶ້ນຫຼາຍຂຶ້ນນັບມື້ ຢູ່ທີ່ເກາະແຫ່ງນີ້ ເຊິ່ງເປັນຈຸດແວ່ຍອດນິຍົມຂອງນັກທ່ອງທ່ຽວ ທີ່ຮູ້ຈັກກັນດີສຳລັບຫາດຊາຍອັນສົດໃສ ແລະທິວທັດຂອງຕາເວັນຕົກທີ່ງົດງາມ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ.

ໃນມຸມນຶ່ງຂອງເກາະດັ່ງກ່າວ ພວກລົດບັນທຸກ ແລະລົດໄຖ ພາກັນເຄື່ອນຍ້າຍກອງຂີ້ເຫຍື້ອກັບໄປກັບມາ ຢູ່ບໍລິເວນພື້ນທີ່ຖິ້ມຂີ້ເຫຍືື້ອທີ່ກວ້າງໃຫຍ່ ອັນເປັນຈຸດໝາຍປາຍທາງສຸດທ້າຍຂອງມັນ ສຳລັບສິ່ງເສດເຫຼືອຫຼາຍກວ່າ 1,000 ໂຕນທີ່ໄດ້ເກັບມາກອງໄວ້ຢູ່ທີ່ເກາະພູເກັດແຫ່ງນີ້ ໃນແຕ່ລະວັນ.

ພາຍໃນບໍ່ເທົ່າໃດເດືອນ ສະຖານທີ່ຖິ້ມຂີ້ເຫຍືອນີ້ ໄດ້ກອງຂຶ້ນຂະໜາດໃຫຍ່ຈົນຫັນປ່ຽນທິວທັດຂອງພູທີ່ງຽບສະຫງົບໃນເມື່ອກ່ອນ ຈາກບ້ານພັກຂອງ ວາດສະໜາ ໂທຢູ.

ນາງ ໄດ້ເວົ້າວ່າ “ບໍ່ມີຊີວິດຊີວາເລີຍຢູ່ນອກບ້ານ, ພຽງແຕ່ຢູ່ໃນເຮືອນ. ກິ່ນເໝັນຫຼາຍ, ເຈົ້າຕ້ອງໃສ່ໜ້າກາກ.”

ເພື່ອແກ້ໄຂສະພາບຂອງກິ່ນເໝັນນັ້ນ ນາງວາດສະໜາ ໄດ້ກ່າວວ່າ ນາງເປີດເຄື່ອງແອເຢັນ ແລະເປີດເຄື່ອງຕອງອາກາດໄວ້ ຕະຫຼອດເວລາ ຈຶ່ງເຮັດໃຫ້ລາຄາຄ່າໃຊ້ໄຟສູູງຂຶ້ນສອງເທົ່າ.

ພູເກັດ ເປັນເກາະໃຫຍ່ທີ່ສຸດຂອງໄທ ທີ່ໄດ້ມີການພັດທະນາຢ່າງວ່ອງໄວ ເນື່ອງຈາກພາກການທ່ອງທ່ຽວ ອັນເປັນພາກສ່ວນຂັບເຄື່ີອນເສດຖະກິດທີ່ສຳຄັນຂອງໄທໂດຍລວມ. ຜູ້ຄົນທີ່ເດີນທາງເຂົ້າມາໃນປະເທດໃນຈຳນວນ 35.5 ລ້ານຄົນໃນປີ 2024 ນັ້ນ ປະມານ 13 ລ້ານແມ່ນມຸ້ງໜ້າໄປຍັງເກາະດັ່ງກ່າວ.

“ການເຕີມໂຕຂອງເມືອງພູເກັດ ມີຄວາມໄວຂຶ້ນກວ່າທີ່ຄວນຈະເປັນ” ທ່ານຊຸພາໂຊກ ຫຼວງເພັດ ຮອງຜູ້ປົກຄອງເຂດເທດສະບານຂອງເກາະ ໄດ້ກ່າວອະທິບາຍເຖິງວິທີການຂະຫຍາຍຕົວຂອງການທ່ອງທ່ຽວ ແລະການກໍ່ສ້າງທັງຫຼາຍ ໄດ້ເຮັດໃຫ້ເກີດປະລິມານຂອງຂີ້ເຫຍື້ອເພີ້ມຂຶ້ນກາຍລະດັບກ່ອນຊ່ວງການລະບາດຂອງໄວຣັສ ໂຄວິດ.

ທ່ານສຸພາໂຊກ ກ່າວອີກວ່າ ພາຍໃນທ້າຍປີນີ້ ເກາະແຫ່ງນີ້ ອາດຜະລິດຂີ້ເຫຍື້ອສູງເຖິງ 1,400 ໂຕນຕໍ່ມື້, ເຊິ່ງຫຼາຍເກີນກວ່າສະຖານທີ່ຖິ້ມຂີ້ເຫຍື້ອແຫ່ງດຽວນີ້ ສາມາດຮອງຮັບໄດ້.

ທາງການກໍຍັງເດີນໜ້າຕາມແຜນການຕ່າງໆ ເພື່ອຕັດການສ້າງສິ່ງເສດເຫຼືອລົງໃຫ້ໄດ້ 15 ເປີເຊັນ ພາຍໃນຫົກເດືອນ, ໂດຍການຂະຫຍາຍສະຖານທີ່ຖິ້ມຂີ້ເຫຍື້ອອອກຕື່ມອີກ ແລະສ້າງໂຮງເຜົາຂີ້ເຫຍື້ອແຫ່ງໃໝ່ ທ່ານກ່າວ, ຂະນະທີ່ເກາະນີ້ ມຸ້ງໝັ້ນທີ່ຈະເຮັດໃຫ້ກາຍເປັນຈຸດໝາຍປາຍທາງຂອງການທ່ອງທ່ຽວທີ່ຍືນຍົງ.

ແຕ່ການເພີ້ມກຳລັງການກຳຈັດຂີ້ເຫຍື້ອ ແລະເຕົາເຜົາຫຼາຍຂຶ້ນ ເປັນແຕ່ສ່ວນນຶ່ງຂອງການແກ້ໄຂເທົ່ານັ້ນ ບັນດານັກຊ່ຽວຊານກ່າວ. “ຖ້າເຈົ້າພຽງແຕ່ຂະຫຍາຍເຕົາເຜົາສິ່ງເສດເຫຼືອຕື່ມອີກ ຂ້ອຍບໍ່ຄິດວ່າ ຈະເປັນພຽງວິທີແກ້ບັນຫາ” ທ່ານປາເນດ ມາໂນໃໝ່ວິບູນ ຜູ້ຊ່ວຍອາຈານ ດ້ານການຄຸ້ມຄອງສິ່ງເສດເຫຼືອຢູ່ທີ່ມະຫາວິທະຍາໄລ ບູຣາພາ ກ່າວ. ທ່ານກ່າວອີກວ່າ “ພວກເຂົາຕ້ອງສຸມໃສ່ການຫລຸດຜ່ອນ ແລະແຍກສິ່ງເສດເຫຼືອ.”

ອ່ານຂ່າວນີ້ໃນພາສາອັງກິດ

Plastic bottles and empty beer cans roll on the sea floor in the waters around Phuket in southern Thailand, while ever more garbage piles up on the island itself, a tourist hotspot better known for its pristine beaches and stunning sunsets.

In one corner of the island, trucks and tractors trundle back and forth moving piles of trash around a sprawling landfill, the final destination for much of the more than 1,000 tonnes of waste collected on Phuket every day.

In a matter of months, the landfill has grown so large it has replaced the previous serene mountain view from Vassana Toyou's home.

"There is no life outside the house, (we) just stay at home," she said. "The smell is very strong, you have to wear a mask."

To cope with the stench, Vassana said she keeps her air conditioner and air purifiers switched on all the time, doubling her electricity bill.

Phuket, Thailand's largest island, has undergone rapid development due to its tourism sector, a major driver of the Thai economy as a whole. Of the country's 35.5 million foreign arrivals in 2024, about 13 million headed to the island.

"The growth of (Phuket) city has been much more rapid than it should be," said Suppachoke Laongphet, deputy mayor of the island's main municipality, explaining how a tourism and construction boom has pushed trash volumes above pre-COVID levels.

By the end of year, the island could be producing up to 1,400 tonnes of trash a day, overwhelming its sole landfill, he said.

Authorities are pushing ahead with plans to cut waste generation by 15% in six months, expand the landfill and build a new incinerator, he said, as the island strives to become a more sustainable tourist destination.

But increasing capacity and incinerators is only part of the solution, experts say.

"If you just keep expanding more waste incinerators, I don't think that would be just the solution," said Panate Manomaivibool, an assistant professor in waste management at Burapha University.

"They need to focus on waste reduction and separation."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG