ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໕ ກຸມພາ ໒໐໒໕

‘ການຈັບກຸມທາງດິດຈິໂຕລ’ ຂອງອິນເດຍ ເຊິ່ງພວກຕົວະຕົ້ມຫລອກລວງ ລັກເອົາເງິນຝາກໃນທະນະຄານຂອງພົນລະເມືອງ


‘ການຈັບກຸມທາງດິດຈິໂຕລ’ ຂອງອິນເດຍ ເຊິ່ງພວກຕົວະຕົ້ມຫລອກລວງ ລັກເອົາເງິນຝາກໃນທະນະຄານ

ພາຍໃນຫ້າຊົ່ວໂມງ ໃນຂະນະທີ່ນັ່ງຢູ່ບ້ານໃນອິນເດຍ, ອາຈານ ຄາມຕາ ປຣາຊາດ ຊິ້ງ ທີ່ກະສຽນແລ້ວ ໄດ້ມອບເງິນຝາກທີ່ຫາມາໄດ້ຢ່າງຍາກລຳບາກຂອງທ່ານ ໃຫ້ແກ່ພວກຫຼອກລວງທີ່ແອບແຝງເປັນຕຳຫຼວດ ທາງອອນໄລນ໌ ຫຼື scammers ອີງຕາມລາຍງານຂອງອົງການຂ່າວເອແອັຟພີ.

ອາຊະຍາກຳທາງໄຊເບີ ທີ່ຮູ້ຈັກກັນຄື “ການຈັບກຸມທາງດິດຈິໂຕລ ຫຼື digital arrest” -- ບ່ອນທີ່ພວກຫຼອກລວງປອມໂຕທາງອອນໄລນ໌ ເປັນເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ແລະສັ່ງໃຫ້ພວກຄົນໂອນເງິນຈຳນວນຫຼາຍໄປໃຫ້ -- ໄດ້ກາຍມາເປັນບັນຫາທີ່ແຜ່ຫຼາຍ ຈຶ່ງເຮັດໃຫ້ນາຍົກລັດຖະມົນຕີ ນາເຣນດຣາ ໂມດີ ໄດ້ອອກແຈ້ງເຕືອນຫຼາຍຄັ້ງ.

ທ່ານຊິ້ງ ໄດ້ບອກ ເອແອັຟພີ ວ່າ ເງິນດັ່ງກ່າວ ເປັນເງິນຝາກທະນາຄານຕະຫຼອດຊີວິດຂອງທ່ານ.

“ຕະຫຼອດຫຼາຍປີຜ່ານມາ, ຂ້ອຍໄດ້ເຊົາດື່ມຊາຢູ່ນອກ ຂ້ອຍຍ່າງເພື່ອຫລີກເວັ້ນການໃຊ້ຈ່າຍຄ່າຂົນສົ່ງສາທາລະນະ” ອາຈານອາຍຸ 62 ປີທ່ານນີ້ ກ່າວດ້ວຍນ້ຳສຽງໂສກເສົ້າ. ທ່ານກ່າວຕໍ່ໄປອີກວ່າ “ພຽງແຕ່ຂ້ອຍຮູ້ຈັກ, ຂ້ອຍເກັບທ້ອນເງິນຂອງຂ້ອຍຊ່ຳໃດ.”

ຕຳຫຼວດກ່າວວ່າ ພວກສະແກມເມີສ໌ ໄດ້ສວຍໂອກາດຊ່ອງຫວ່າງທີ່ກວ້າງໃຫຍ່ ລະຫວ່າງຂໍ້ມູນທາງດິດຈິໂຕລຂອງອິນເດຍ ຢ່າງວ່ອງໄວທີ່ສຸດ ຈາກລາຍລະອຽດທັງຫຼາຍຂອງບຸກຄົນຢູ່ໃນລະບົບທະນາຄານທາງອອນໄລນ໌ ແລະການຂາດຄວາມຮູ້ດ້ານຄວາມປອດໄພຂັ້ນພື້ນຖານທາງອິນເຕີເນັດຫຼາຍໆຢ່າງໆ.

ພວກຫຼອກລວງ ນຳໃຊ້ເທັກໂນໂລຈີ ເພື່ອລັກເຈາະເອົາຂໍ້ມູນ, ໂດຍແນໃສ່ຂໍ້ມູນຂອງເຫຍື່ອພວກເຂົາ ທີ່ຫລົງເຊື່ອວ່າ ພຽງແຕ່ເຈົ້າໜ້າທີ່ຂອງລັດຖະບານເທົ່ານັ້ນສາມາດເຮັດໄດ້ ແລະເຮັດໃຫ້ການຮຽກຮ້ອງຕ້ອງການທີ່ບໍ່ໜ້າຈະເປັນໄປໄດ້ນັ້ນ ເປັນທີ່ໜ້າເຊື່ອຖື.

ຊາວອິນເອຍ ໄດ້ສົ່ງເງິນໃນບັນຊີທະນາຄານຂອງພວກເຂົາຈົດໝົດ “ຍ້ອນຄວາມຢ້ານເທົ່ານັ້ນ” ທ່ານໂມດີ ໄດ້ກ່າວໃນການອອກອາກາດທາງວິທະຍຸ ເມື່ອເດືອນຕຸລາ, ແລ້ວກ່າວຕື່ມວ່າ ພວກຫຼອກລວງ “ສ້າງຄວາມກົດດັນທາງຈິດຢ່າງຫຼວງຫຼາຍແກ່ຜູ້ເຄາະຮ້າຍ.”

‘ເສຍຫາຍໝົດ’

ພວກໂທລະສັບມືຖື ແລະໂດຍສະເພາະການໂທລົມທາງວີດີໂອ ໄດ້ອຳນວຍໃຫ້ພວກຫລອກລວງ ສາມາດເຂົ້າໄປໃນເຮືອນຂອງຄົນທົ່ວໄປໄດ້ໂດຍກົງ.

ອິນເດຍດຳເນີນໂຄງການລະບຸຕົວບຸກຄົນທາງດ້ານໃບໜ້າລະບົບດິດຈິໂຕລ ທີ່ໃຫຍ່ທີ່ສຸດໃນໂລກ -- ທີ່ເອີ້ນວ່າ “ອາດາຣ (Aadhaar)” ຫຼື ຂັ້ນພື້ນຖານ ໃນພາສາຮິນດີ --ອັນເປັນບັດທີ່ມີເອກະລັກ ອອກໃຫ້ແກ່ປະຊາຊົນອິນເດຍຫຼາຍກວ່ານຶ່ງຕື້ຄົນ ແລະຕ້ອງໄດ້ເຮັດທຸລະກຳດ້ານການເງິນທີ່ເພີ້ມຂຶ້ນນັບມື້.

ພວກສະແກມເມີສ໌ ສ່ວນຫຼາຍອ້າງວ່າ ພວກເຂົາເປັນຕຳຫຼວດສືບສວນການຊຳລະເງິນທີ່ໜ້າສົງໄສຕ່າງໆ, ໂດຍອ້າງເຖິງລະຫັດໃບ ອາດາຣ ຂອງເປົ້າໝາຍພວກເຂົາ ເພື່ອໃຫ້ປະກົດວ່າ ພວກເຂົາເປັນຕຳຫຼວດແທ້.

ຕໍ່ຈາກນັ້ນພວກເຂົາຂໍໃຫ້ພວກຜູ້ເຄາະຮ້າຍຂອງເຂົາ ໂອນເງິນຈາກທະນາຄານໄປໃຫ້ “ຊົ່ວຄາວ” ເພື່ອຢືນຢັນບັນຊີຂອງຜູ້ເຄາະຮ້າຍທັງຫຼາຍນັ້ນ ກ່ອນທີ່ພວກເຂົາຈະເຂົ້າໄປລັກເອົາເງິນສົດ.

ອ່ານຂ່າວນີ້ໃນພາສາອັງກິດ

Within five hours, while sitting at home in India, retired professor Kamta Prasad Singh handed over his hard-earned savings to online fraudsters impersonating police.

The cybercrime known as "digital arrest" -- where fraudsters pose online as law enforcement officials and order people to transfer huge amounts of money -- has become so rampant that Prime Minister Narendra Modi has issued warnings.

Singh told AFP that money was his life savings.

"Over the years, I have skipped having tea outside, walked to avoid spending on public transport," the 62-year-old said, his voice breaking.

"Only I know, how I saved my money."

Police say scammers have exploited the vast gap between the breakneck speed of India's data digitalization, from personal details to online banking, and the lagging awareness of many of basic internet safety.

Fraudsters are using technology for data breaches, targeting information their victims believe is only available to government authorities, and making otherwise unlikely demands appear credible.

Indians have emptied their bank accounts "out of sheer fear," Modi said in an October radio broadcast, adding fraudsters "create so much psychological pressure on the victim."

- 'Ruined' -

Mobile phones, and especially video calling, have allowed fraudsters to reach straight into people's homes.

India runs the world's largest biometric digital identity program -- called "Aadhaar," or foundation in Hindi -- a unique card issued to India's more than one billion people, and increasingly required for financial transactions.

Scammers often claim they are police investigating questionable payments, quoting their target's Aadhaar number to appear genuine.

They then request their victim make a "temporary" bank transfer to validate their accounts, before stealing the cash.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG