ການຖອດຖອນຕໍາແໜ່ງຂອງນາຍົກລັດຖະມົນຕີ ທ່ານ ຮັນ ດອກ ຊູ ( HAN DUCK SOO ) ທີ່ດຳລົງຕໍາແໜ່ງປະທານາທິບໍດີຊົ່ວຄາວຂອງປະເທດເກົາຫຼີໃຕ້ເມື່ອວັນສຸກ ທີ່ຜ່ານມາໄດ້ນໍາປະເທດເຂົ້າສູ່ຄວາມວຸ້ນວາຍທາງດ້ານການເມືອງເພີ່ມຂື້ນອີກ ໂດຍເກີດຂື້ນພຽງບໍ່ເຖີງສອງອາທິດຫຼັງຈາກສະມາຊິກລັດຖະສະພາໄດ້ຖອດຖອນ ປະທານາທິບໍດີ ທ່ານ ຢຸນ ຊອກ ຢອລ
ທ່ານ ຊອຍ ຊັງ-ມົກ ອອກຄໍາສັ່ງໃຫ້ກວດສອບຄວາມປອດໄພຂອງເຮືອບິນໂບອິງທີ່ນໍາໃຊ້ກັບສາຍການບິນເກົາຫຼີໃຕ້ ຂະນະທີ່ທີມສືບສວນຍັງຄົງຫາທາງລະບຸໂຕຂອງຜູ້ເສຍຊີວິດ ແລະຫາສາເຫດຂອງອຸບັດຕິເຫດທາງເຮືອບິນ
ບັນດາຜູ້ຊ່ຽວຊານເວົ້າວ່າ ອຸດສາຫະກໍາການຫຼອກລວງທາງອອນໄລນ໌ ໃນ ເອເຊຍ ຕາເວັນອອກສຽງໃຕ້ ແລະການຄ້າມະນຸດທີ່ກ່ຽວຂ້ອງກັນ ກໍາລັງຂະຫຍາຍຕົວຫຼາຍຂຶ້ນ
ເກົາຫຼີໃຕ້, ພາກັນຢູ່ໃນຄວາມທຸກໂສກໃນວັນຈັນມື້ນີ້ ຂະນະທີ່ບັນດານັກສືບສວນ ໄດ້ພາກັນເຮັດວຽກເພື່ອຫາສາເຫດຂອງເຮືອບິນຕົກ ຢູ່ທີ່ເມືອງ ມູອັນ (Muan) ທີ່ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 179 ຄົນ ໃນຈຳນວນ 181 ຄົນ ທີ່ເດີນທາງມາກັບເຮືອບິນດັ່ງກ່າວ.
ຜູ້ນໍາເກົາຫຼີເໜືອປະກາດຄວາມພ້ອມຈະດຳເນີນນະໂຍບາຍຕໍ່ຕ້ານສະຫະລັດ “ທີ່ແຂງກ້າທີ່ສຸດ” ໃນຊ່ວງເວລາທີ່ເຫຼືອອີກບໍ່ເຖິງ 1 ເດືອນກ່ອນທີ່ ວ່າທີປະທານາທິບໍດີ ດໍໂນລ ທຣຳ ຈະເຂົ້າຮັບຕຳແໜ່ງຢ່າງເປັນທາງການ
ທະນາຄານໂລກ ຫຼື World Bank ປັບຂຶ້ນຄາດການອັດຕາການຂະຫຍາຍໂຕ ທາງເສດຖະກິດຂອງຈີນ ໃນປີນີ້ ແລະປີໜ້າ ແຕ່ເຕືອນວ່າ ຄວາມເຊື່ອໝັ້ນ ພາກທຸລະກິດ ແລະພາກຄົວເຮືອນທີ່ຍັງອ່ອນໂຕ ແລະທຸລະກິດອະສັງຫາລິມະ ຊັບທີ່ຍັງທົດຖອຍຢູ່ ອາດສົ່ງແຮງກົດດັນຈີດີພີ (GDP) ໃນປີໜ້າໄດ້
ສະຫະລັດ ໄດ້ອະນຸມັດການສະໜັບສະໜູນດ້ານການປ້ອງກັນປະເທດມູນຄ່າ 571.3 ລ້ານໂດລາສຳລັບ ໄຕ້ຫວັນ.
ໃນຂະນະທີ່ໂລກຄອຍຖ້າການກັບຄືນເຂົ້າມາດຳລົງຕຳແໜ່ງໃນທຳນຽບຂາວ ຂອງວ່າທີ ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ໃນເດືອນໜ້ານີ້, ໄຕ້ຫວັນ ໄດ້ຕົກຢູ່ໃນລະຫວ່າງການຮາວີຂອງຈີນທີ່ເພີ້ມຂຶ້ນເລື້ອຍໆ ແລະຄວາມບໍ່ແນ່ ນອນທີ່ກ່ຽວຂ້ອງກັບສາຍສຳພັນລະຫວ່າງ ສະຫະລັດ ແລະໄຕ້ຫວັນ
ບາງຄົນກໍບໍ່ແນ່ໃຈວ່າຄົນຮັກຂອງເຂົາເຈົ້າໄດ້ຢູ່ໃນນັ້ນຫຼືບໍ່, ໃນຂະນະທີ່ຫຼາຍຄົນທີ່ຖືກຝັງແມ່ນບໍ່ໄດ້ຖືກລະບຸຕົວ, ອີງຕາມການກ່າວຂອງເຂົາເຈົ້າ.
ລະບົບ ໄທຟົນ ຂອງ ສະຫະລັດ, ເຊິ່ງສາມາດຕິດຕັ້ງລູກສອນໄຟນຳວິຖີທີ່ສາມາດໂຈມຕີເປົ້າໝາຍຕ່າງໆຂອງ ຈີນ, ໄດ້ຖືກນຳໄປໃຊ້ຮ່ວມໃນການຊ້ອມລົບເມື່ອຕົ້ນປີນີ້.
ໜັງສືພິມ Nikkei ຂອງ ຍີ່ປຸ່ນ ລາຍງານໃນອາທິດນີ້ວ່າ ຈີນ ກຳລັງພິຈາລະນາຍົກເລີກການຫ້າມນຳເຂົ້າອາຫານທະເລ ຍີ່ປຸ່ນ.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ ຊິເກຣຸ ອິຊິບະ ກ່າວເມື່ອວັນອັງຄານວານນີ້ວ່າ ການເສີມ ສ້າງພັນທະມິດລະຫວ່າງປະເທດຂອງຕົນກັບສະຫະລັດ ແມ່ນເປັນກະແຈສຳຄັນຕໍ່ຄວາມ ໝັ້ນຄົງໃນພາກພື້ນແລະສະແດງຄວາມປາດຖະໜາທີ່ຈະພົບປະກັບ ວ່າທີ່ ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ.
ໂຫລດຕື່ມອີກ
No live streaming currently available