ຖ້າໃຜຄົນນຶ່ງ ເວົ້າວ່າ I’m game, ມັນໝາຍຄວາມວ່າ ພວກເຂົາ ຕັ້ງໃຈ ຫຼື ພ້ອມ ທີ່ຈະເຮັດສິ່ງໃດສິ່ງນຶ່ງ. ພວກເຂົາຈະເຮັດຕາມແຜນການ ຫຼື ຄຳແນະນຳໃດກໍຕາມ ທີ່ທ່ານມີ. ແຕ່ວ່າ ໃນກໍລະນີນີ້, ຂ້າພະເຈົ້າບໍ່ແນ່ໃຈວ່າ ແດນ ພ້ອມ ທີ່ຈະມີອານນາ ເປັນຄູ່ຕີ ພິກເຄີລບອລ ຂອງລາວ ຫຼືບໍ່.
ຄົນທີ່ມີສອງໜ້າ ປະພຶດໂຕໃນທາງທີ່ຜິດ. ພວດເຂົາອາດຈະເວົ້າສິ່ງທີ່ບໍ່ດີ ກ່ຽວກັບເຈົ້າ ກັບຄົນອື່ນ. ແຕ່ຕໍ່ໜ້າເຈົ້າ, ພວກເຂົາດີ. ພວກເຂົາຍັງອາດຈະເວົ້າຫຍັງຫຼາຍໆຢ່າງ ກັບຫຼາຍໆຄົນເພື່ອ ໃຫ້ພວກເຂົາໄດ້ຮັບການຍອມຮັບ.
ເວລາທີ່ພວກເຮົາເວົ້າວ່າ like oil and water, ມັນໝາຍຄວາມວ່າ ພວກເຂົາ ເຂົ້າກັນໄດ້ບໍ່ດີປານໃດ. ສຳນວນນີ້ບໍ່ໄດ້ຖືກໃຊ້ພຽງແຕ່ກັບຄົນເທົ່ານັ້ນ. ສິ່ງໃດກໍຕາມ ທີ່ປະສົມເຂົ້າກັນ ບໍ່ໄດ້ງ່າຍໆ ກໍສາມາດປຽບທຽບໄດ້ກັບນໍ້າມັນ ກັບນໍ້າ.
ເວລາທີ່ພວກເຮົາເວົ້າວ່າ art imitates life, ພວກເຮົາໝາຍເຖິງ ງານສີລະປະ ທີ່ໄດ້ຮັບແຮງຈູງໃຈມາຈາກເຫດການຕ່່າງໆໃນຊີວິດຈິງ. ຫຼື ງານສີລະປະທີ່ເປັນເງົາສະທ້ອນຂອງຊີວິດຈິງ ໃນບາງລັກສະນະ. ພວກເຮົາສາມາດເວົ້າໄດ້ວ່າ ສິ່ງນີ້ກ່ຽວຂ້ອງທຸກໆປະເພດຂອງໂຄງການທີ່ມີຄວາມຄິດສ້າງສັນ.
ຖ້າເຈົ້າ bite the hand that feeds you, ເຈົ້າວິພາກວິຈານ ຫຼື ທຳຮ້າຍຄົນທີ່ເຈົ້າອາໄສພາຍເພິ່ງ. ປົກະຕິ, ພວກເຮົາໃຊ້ສຳນວນນີ້ ເພື່ອອະທິບາຍເຖິງເຫດການ ທີ່ໃຜຄົນນຶ່ງກຳລັງເຮັດບາງສິ່ງບາງຢ່າງ ທີ່ຂັດກັບຜົນປະໂຫຍດຂອງພວກເຂົາເອງ.
ມືແຕ່ລະຂ້າງ ມີນິ້ວໂປ້ມື ນຶ່ງນິ້ວ. ແຕ່ ''all thumbs'' ມີຄວາມໝາຍວ່າແນວໃດກັນແທ້? ພວກເຮົາລອງໄປຟັງບົດສົນທະນາ ລະຫວ່າງອານນາກັບແດນລອງເບິ່ງເນາະ, ບາງທີ່ມັນອາດຊ່ວຍໃຫ້ພວກເຮົາ ຮູ້ໃຊ້ສຳນວນນີ້ຫຼາຍຂຶ້ນ.
ມະນຸດເຮົາ ມີຫຼາຍຄວາມຮູ້ສຶກ ແລະ ອາລົມ ທີ່ຊັບຊ້ອນ. ແຕ່ mixed feelings ມັນມີຄວາມໝາຍວ່າແນວໃດກັນແທ້? ພວກເຮົາລອງໄປຟັງບົດສົນທະນາລະຫວ່າງ ອານນາ ກັບແດນ ລອງເບິ່ງເນາະ, ບາງທີ ມັນອາດຊ່ວຍໃຫ້ພວກເຮົາ ຮູ້ໃຊ້ສຳນວນນີ້ຫຼາຍຂຶ້ນ.
“to pick up the slack” ແປວ່າ “ສືບຕໍ່ເຮັດວຽກທີ່ຄົນອື່ນເຮັດບໍ່ແລ້ວ/ເກັບຕົກ ວຽກທີ່ຄົນອື່ນເຮັດບໍ່ແລ້ວ”
ໃນຮູບແບບຂອງສຳນວນ “to hit it out of the park” ໝາຍເຖິງການເຮັດບາງສິ່ງບາງ ຢ່າງໄດ້ດີແທ້ໆ.
To “take a stab at something” ໝາຍເຖິງການພະຍາຍາມເຮັດສິ່ງໃດສິ່ງນຶ່ງ ຫຼືລອງເດົາ. ປົກະຕິ, ພວກເຮົາລອງພະຍາຍາມເຮັດສິ່ງໃດສິ່ງນຶ່ງທີ່ພວກເຮົາບໍ່ເຄີຍເຮັດ ມາກ່ອນ ຫຼື ບາງສິ່ງບາງຢ່າງ ທີ່ຂ້ອນຂ້າງຫຍຸ້ງຍາກເລັກນ້ອຍ, ເຊັ່ນການຕອບຄຳຖາມ ປິດສະໜາ.
A “loose cannon” ໝາຍເຖິງຄົນທີ່ບໍ່ສາມາດຄວບຄຸມໄດ້ງ່າຍໆ. ບໍ່ມີໃຜສາມາດຄາດ ເດົາໄດ້ວ່າ ຄົນມັກສ້າງບັນຫາ ຈະປະພຶດໂຕແນວໃດ ຫຼື ພວກເຂົາຈະເວົ້າຫຍັງ. ການກະ ທຳຂອງພວກເຂົາ ບາງຄັ້ງ ເຮັດໃຫ້ຄົນອື່ນເສຍຄວາມຮູ້ສຶກ ຫຼືແມ່ນແຕ່ເປັນອັນຕະລາຍ ຕໍ່ຄົນອື່ນ.
“Sharp cookie” ໝາຍເຖິງຄົນທີ່ສະຫຼາດ ແລະຮຽນຮູ້ໄວ. ໃນກໍລະນີນີ້, “sharp” ໝາຍເຖິງ “ສະຫຼາດ/ສະຫຼາດຫຼັກແຫຼມ”. ໃນຄວາມເປັນຈິງແລ້ວ, “smart cookie” ກໍຍັງເປັນສຳນວນທົ່ວໄປສຳນວນນຶ່ງ ໃນພາສາອັງກິດແບບອາເມຣິກັນ ເຊັ່ນກັນ. ທັງສອງສຳນວນແມ່ນມີຄວາມໝາຍແບບດຽວກັນ
ໂຫລດຕື່ມອີກ