ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນພາສາອັງກິດ ໃນນຶ່ງນາທີ: “Loose cannon” ແປວ່າ “ຄົນທີ່ເປັນໂຕບັນຫາ/ຄົນມັກສ້າງບັນຫາ (ສ້າງເລື້ອງ)/ຄົນທີ່ຄາດເດົາບໍ່ໄດ້”


ຮຽນພາສາອັງກິດ ໃນນຶ່ງນາທີ: “Loose cannon” ແປວ່າ “ຄົນທີ່ເປັນໂຕບັນຫາ/ຄົນມັກສ້າງບັນຫາ (ສ້າງເລື້ອງ)/ຄົນທີ່ຄາດເດົາບໍ່ໄດ້”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

A “cannon” used to be a common military weapon. But what could this expression meant?

“ປືນໃຫຍ່” ເຄີຍເປັນອາວຸດທະຫານທົ່ວໄປ. ແຕ່ສຳນວນທີ່ວ່າ A “loose cannon” ມັນມີຄວາມໝາຍວ່າແນວໃດກັນແທ້? ພວກເຮົາລອງໄປຟັງບົດສົນທະນາລະຫວ່າງອານນາ ກັບໂຈນາທານ ລອງເບິ່ງເນາະ, ບາງເທື່ອມັນອາດຊ່ວຍໃຫ້ພວກເຮົາຮູ້ໃຊ້ສຳນວນນີ້ຫຼາຍ ຂຶ້ນ.


Anna: Jonathan, how did you virtual family reunion go?

ອານນາ: ໂຈນາທານ, ເປັນແນວໃດແນ່ ການຮ່ວມໂຕຂອງຄອບຄົວເຈົ້າຜ່ານທາງອອນ​ໄລ​ນ໌?

Jonathan: well…l’ve told you about my Uncle Bill, right?

ໂຈນາທານ: ເອີ... ຂ້ອຍໄດ້ເວົ້າໃຫ້ເຈົ້າຟັງ ກ່ຽວກັບລຸງ ບີລ ຂອງຂ້ອຍ, ແມ່ນບໍ່?

Anna: Yeah, you said he’s a bit of a loose cannon. Uh oh. What happened?

ອານນາ: ແມ່ນ, ເຈົ້າເວົ້າວ່າລາວຄ້ອນຂ້າງເປັນຄົນມັກສ້າງບັນຫານ້ອຍນຶ່ງ. ໂອະ ໂອ. ເກີດຫຍັງຂຶ້ນຫັ້ນ?

Jonathan: first, he insulted my mom’s cooking. Then he started yelling about politics.

ໂຈນາທານ: ທຳອິດ, ລາວໄດ້ດູ​ຖູກການເຮັດອາຫານຂອງແມ່ຂ້ອຍ. ຈາກນັ້ນ ລາວກໍ່ໄດ້ ເລີ້ມໂວຍວາຍກ່ຽວກັບການເມືອງ.

Anna: I totally understand. Every family has a loose cannon.

ອານນາ: ຂ້ອຍເຂົ້າໃຈດີເລີຍ. ທຸກໆຄອບຄົວ ມີຄົນມັກສ້າງບັນຫາ.

A “loose cannon” describes someone who can’t be easily controlled. No one can really predict how a loose cannon will act or what they might say. They actions can sometimes upset or even harm someone.

A “loose cannon” ໝາຍເຖິງຄົນທີ່ບໍ່​ສາ​ມາດ​ຄວບ​ຄຸມໄດ້ງ່າຍໆ. ບໍ່ມີໃຜສາມາດຄາດ ເດົາໄດ້ວ່າ ຄົນມັກສ້າງບັນຫາ ຈະປະພຶດໂຕແນວໃດ ຫຼື ພວກເຂົາຈະເວົ້າຫຍັງ. ການກະ ທຳຂອງພວກເຂົາ ບາງຄັ້ງ ເຮັດໃຫ້ຄົນອື່ນເສຍຄວາມຮູ້ສຶກ ຫຼືແມ່ນແຕ່ເປັນອັນຕະລາຍ ຕໍ່ຄົນອື່ນ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG